ແນວລາວສ້າງຊາດເປັນເຈົ້າການເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າຢ່າງຕໍ່ເນື່ອງ
ເວລາອອກຂ່າວ: 2026-05-04 11:02:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 258 | ຄວາມນິຍົມ: ![]()
ໃນໄລຍະ 5 ປີຜ່ານມາຄະ ນະກຳມະການແນວລາວສ້າງຊາດແຕ່ລະຂັ້ນໄດ້ມີການປະຕິ ບັດວຽກງານແຕ່ລະດ້ານມີຜົນ ສຳເລັດເປັນຢ່າງດີ ໂດຍສະເພາະໄດ້ເປັນເຈົ້າການເຕົ້າໂຮມຄວາມ ສາມັກຄີປະຊາຊົນລາວບັນດາ ເຜົ່າຢ່າງຕໍ່ເນື່ອງ.
ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຂຶ້ນລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໃນວັນທີ 28 ເມສານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ການເຕົ້າໂຮມຄວາມສາມັກຄີປອງດອງບັນດາເຜົ່າຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ໄດ້ເປັນເຈົ້າການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປອງດອງປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງດອງ, ມີນ້ຳໃຈຮັກຊາດ, ຮັກ
ລະບອບປະຊາທິປະໄຕປະຊາຊົນ, ເຂົ້າຮ່ວມປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ວຽກງານຂອງອົງການປົກຄອງທ້ອງຖິ່ນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະ
ນາປະເທດຊາດ. ພ້ອມກັນນັ້ນ, ກໍໄດ້ເຂົ້າຮ່ວມພົບປະໂອ້ລົມປະຊາຊົນບັນດາເຜົ່າ ໃນງານບຸນປະເພນີຂອງເຜົ່າຕ່າງໆ, ເຂົ້າຮ່ວມການໄກ່ເກ່ຍຄວາມບໍ່ເຂົ້າໃຈກັນຢູ່ບາງບ່ອນ; ຊຸກຍູ້ໃຫ້ຜູ້ປົກຄອງເດັກນ້ອຍໃຫ້ນຳພາລູກ-ຫຼານໃນເກນອາຍຸໄດ້ເຂົ້າໂຮງຮຽນ ແລະ ເຂົ້າເຖິງວຽກງານສາທາລະນະສຸກ. ອັນສຳຄັນໄດ້ເອົາໃຈໃສ່ຊຸກ
ຍູ້ຂະບວນການສ້າງຄອບຄົວ, ບ້ານ ແລະ ເມືອງສາມັກຄີປອງດອງ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດ
ໝາຍ. ມາຮອດປີ 2025 ສ້າງຄອບຄົວສາມັກຄີປອງດອງໄດ້ 907.542 ຄອບຄົວ ເທົ່າ 66,83%, ສ້າງບ້ານສາມັກຄີປອງດອງໄດ້ 6,210 ບ້ານ ເທົ່າ
73,91% ແລະ ຮັບຮອງເມືອງຈັດຕັ້ງປະຕິບັດຂະບວນການສາມັກຄີປອງດອງໄດ້ 107 ເມືອງ ເທົ່າ 72,30% ເຮັດໃຫ້ປະຊາຊົນບັນດາເຜົ່າດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງດອງ, ມີຄວາມສະຫງົບ ແລະ ພ້ອມກັນສ້າງສາພັດທະນາປະເທດຊາດ.
ສຳລັບການເຕົ້າໂຮມຄວາມສາມັກຄີປອງດອງບັນດາສາສະໜາ: ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ນະໂຍບາຍ, ລັດຖະທຳມະນູນ ແລະ ລະບຽບກົດໝາຍ ຕິດພັນກັບການສຶກສາອົບຮົມໃຫ້ປະຊາຊົນ ໃນການເຊື່ອຖື ແລະ ບໍ່ເຊື່ອຖືສາສະໜາ ທີ່ບໍ່ຂັດກັບກົດໝາຍບົນພື້ນຖານຄວາມສະໝັກໃຈ, ປະສານສົມທົບກັບອົງ
ການພຸດທະສາສະໜາສຳພັນລາວ ແລະ ອົງການຈັດຕັ້ງສາສະໜາຕ່າງໆສຶກສາອົບຮົມປະຊາຊົນ ກໍຄືບັນດາຊາວສາສະນິກະຊົນ ໃຫ້ເປັນພົນລະເມືອງດີ ແລະ ປະຕິບັດພັນທະຂອງພົນລະເມືອງໃຫ້ຖືກຕ້ອງ, ຄວາມເຂົ້າອົກເຂົ້າໃຈລະຫວ່າງສາສະໜາ ແລະ ລະຫວ່າງສາສະນິກະຊົນດ້ວຍກັນ, ການເສີມສ້າງຄວາມປອງດອງ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມກັນສ້າງສາພັດທະນາປະເທດຊາດ, ບ້ານ, ເມືອງ. ພ້ອມນັ້ນ, ຈັດຝຶກອົບຮົມ, ພົບປະ ແລະ ແນະນຳການດຳເນີນພິທີກຳຕ່າງໆ ໃຫ້ຖືກຕ້ອງຕາມຫຼັກສິນທຳສາສະໜາຕ່າງໆ, ຖືກກັບກົດໝາຍ ແລະ ຮີດຄອງປະເພນີເປັນໃຈກາງປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນແກ້ໄຂຮີດຄອງປະເພນີທີ່ຫຼ້າຫຼັງ ແລະ ກົດໜ່ວງຖ່ວງດຶງການພັດທະນາຂອງບາງຊົນເຜົ່າ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນກັບສາສະ
ໜາໄດ້ຈຳນວນໜຶ່ງ. ພ້ອມນັ້ນ, ເອົາໃຈໃສ່ສຶກສາອົບຮົມບັນດາຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ ໃຫ້ມີນ້ຳໃຈເສຍສະຫຼະ, ຮັກຊາດ, ຮັກບ້ານເກີດເມືອງນອນ, ເສີມຂະຫຍາຍບົດບາດໃນການປະຕິບັດສິດ ແລະ ໜ້າທີ່ຂອງຕົນໃຫ້ຖືກຕ້ອງ ແລະ ສອດຄ່ອງພ້ອມທັງປຸກລະດົມເຂົາເຈົ້າປະກອບສ່ວນເຂົ້າໃນການພັດທະ
ນາສັງຄົມ, ຊ່ວຍເຫຼືອມະນຸດສະທຳ ແລະ ອື່ນໆໄດ້ເປັນຢ່າງດີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















