ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ສື່​ມວນ​ຊົນ​ມີ​ບົດບາດ​ສຳຄັນ​ເສີມ​ສ້າງ​ຄວາມ​ສາມັກຄີ ​ປອງ​ດອງ​ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ
ເວລາອອກຂ່າວ: 2026-05-04 11:00:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ:



ສື່​ມວນ​ຊົນ​ແມ່ນ​ເຄື່ອງມື​ທາງ​ດ້ານ​ການເມືອງ​ແນວ​ຄິດ, ເປັນ​ກະບອກ​ສຽງ​ອັນ​ແຫຼມ​ຄົມ​ໃຫ້​ແກ່​ພັກ ແລະ ລັດ ໃນ​ການ​ປະຕິບັດ​ໜ້າທີ່​ການເມືອງ, ມີ​ບົດບາດ​ສຳຄັນ​ໃນ​ການ​ເສີມ​ສ້າງ​ຄວາມ​ສາມັກຄີ​ປອງ​ດອງ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ. ສະຫາຍ ຄຳ​ມອນ ຈັນທະ​ຈິດ ກຳມະການ​ສຳຮອງ​ສູນ​ກາງ​ພັກ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ (​ຄອສພ) ໄດ້​ຂຶ້ນ​ປະກອບ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ​ທົ່ວ​ປະເທດ ຄັ້ງ​ທີ XII ພາຍ​ໃຕ້​ຫົວຂໍ້: “ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​ປຸກລະດົມ, ຂົນຂວາຍ ແລະ ເຕົ້າໂຮມ​ຄວາມ​ສາມັກຄີ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ” ໃນ​ວັນ​ທີ 28 ເມສາ​ນີ້ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ. ສະຫາຍ ຄຳ​ມອນ ຈັນທະ​ຈິດ ກ່າວ​ວ່າ: ສື່​ມວນ​ຊົນ​ແມ່ນ​ເຄື່ອງມື​ທາງ​ດ້ານ​ການເມືອງ​ແນວ​ຄິດ, ເປັນ​ກະບອກ​ສຽງ​ອັນ​ແຫຼມ​ຄົມ​ໃຫ້​ແກ່​ພັກ ແລະ ລັດ ໃນ​ການ​ປະຕິບັດ​ໜ້າທີ່​ການເມືອງ, ມີ​ບົດບາດ​ສຳຄັນ​ໃນ​ການ​ເສີມ​ສ້າງ​ຄວາມ​ສາມັກຄີ​ປອງ​ດອງ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ, ໂຄສະນາ​ປຸກລະດົມ, ຊຸກຍູ້​ການ​ພັດທະນາ, ສ້າງສາ​ເສດຖະກິດ-ສັງຄົມ​ຂອງ​ປະເທດ​ເຮົາ. ຕໍ່​ກັບ​ບັນຫາ​ນີ້ ພັກ​ໄດ້​ຊີ້​ນຳ​ ແຕ່​ຫົວທີ ໄດ້​ມີ​ມະຕິ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ ຕໍ່​ສື່​ມວນ​ຊົນ​ໃນ​ໄລຍະ​ໃໝ່​ແຕ່​ປີ 1993 ເປັນຕົ້ນ​ມາ. ໃນ​ໄລຍະ​ມໍ່ໆ​ນີ້​ເລຂາທິການ​ໃຫຍ່ ທອງ​ລຸນ ສີ​ສຸ​ລິດ ໄດ້​ເນັ້ນ​ໜັກ​ວ່າ: “ສື່​ມວນ​ຊົນ​ແມ່ນ​ຜູ້​ປາກ​ອອກ​ແສງ, ຜູ້​ທີ່​ແທງ​ເຖິງ​ໃຈ, ຜູ້​ສະດຸ້ງ​ໄວ​ເມື່ອ​ໄດ້​ອ່ານ, ຜູ້​ທີ່​ກ້າ​ຜ່ານ​ອຸປະສັກ, ຜູ້​ທີ່​ຮັກ​ຄວາມ​ຈິງ, ຜູ້​ທີ່​ຍິງ​ຖືກ​ເປົ້າ” ນີ້​ເປັນ​ທັດສະນະ​ຊີ້​ນຳ ທີ່​ເປັນ​ເຂັມທິດ​ຊີ້​ບອກ​ທາງ​ໃຫ້​ສື່​ມວນ​ຊົນ​ຢຶດ​ຖື​ເປັນ​ອຸດົມ​ການ​ໃນ​ການ​ປະຕິບັດ​ໜ້າທີ່​ອັນ​ສົມ​ກຽດ​ຂອງ​ຕົນ. ຕະຫຼອດ​ໄລຍະ 70 ກວ່າ​ປີ​ແຫ່ງ​ການ​ນຳພາ​ຂອງ​ພັກ ໃນ​ຂະ​ບວນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ຍາດ​ເອົາ​ເອກະລາດ ແລະ ອິດສະຫຼະພາບ​ມາສູ່​ປະຊາຊົນ​ກໍ​ຄື 50 ກວ່າ​ປີ ໃນ​ພາລະກິດ​ປົກ​ປັກ​ຮັກສາ​ລະບອບ​ໃໝ່ ນັ້ນ, ພັກ​ເຮົາ​ຍາມ​ໃດ​ກໍ​ໄດ້​ຖື​ສຳຄັນ​ວຽກ​ງານ​ສື່​ມວນ​ຊົນ ໂດຍ​ນຳ​ໃຊ້​ພາຫະນະ​ດັ່ງກ່າວ​ນີ້ ເປັນ​ເຄື່ອງມື​ໃນ​ການ​ໂຄສະນາ, ປຸກລະດົມ, ສຶກ​ສາ​ອົບຮົມ, ຂົນຂວາຍ ແລະ ຈັດ​ຕັ້ງ​ເຕົ້າໂຮມ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ, ສື່​ມວນ​ຊົນ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ໄຊຊະນະ​ຂອງ​ການ​ປະຕິວັດ​ໃນ​ແຕ່​ລະ​ໄລຍະ. ສື່​ມວນ​ຊົນ​ໄດ້​ນຳ​ເອົາ​ແນວ​ຄິດ, ທິດ​ສະ​ດີ​ປະຕິວັດ, ແນວທາງ​ນະໂຍບາຍ​ຂອງ​ພັກ​ໄປ​ສູ່​ປະຊາຊົນ, ທັງ​ເປັນ​ຜູ້ນຳ​ເອົາ​ຄວາມ​ຄິດ​ເຫັນ, ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ມາ​ສ່ອງ​ແສງ​ໃຫ້​ພັກ​ໄດ້​ຮັບ​ຊາບ ເຊິ່ງ​ສາມາດ​ສ້າງ​ໄດ້​ສາຍ​ພົວພັນ​ອັນ​ສະໜິດ​ແໜ້ນ​ລະຫວ່າງ​ພັກ​ກັບ​ປະຊາຊົນ ທີ່​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ້, ການ​ຖື​ເອົາ​ປະຊາຊົນ​ເປັນ​ກົກ ແມ່ນ​ບັນຫາ​ທີ່​ພັກ​ໄດ້​ຢຶດ​ໝັ້ນ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ​ຕະຫຼອດ​ມາ. ນອກຈາກ​ນີ້, ສື່​ມວນ​ຊົນ​ຍັງ​ໄດ້​ເປັນ​ໂຄສົກ​ຂອງ​ພັກ-ລັດ, ເປັນ​ກະບອກ​ສຽງ​ອັນ​ແຫຼມ​ຄົມ​ຢັ້ງຢືນ​ທັດສະນະ​ທີ່​ຖືກຕ້ອງ, ຕໍ່ສູ້​ທັດສະນະ​ທີ່​ຜິດ​ເຂວ, ຕີ​ຖອຍ​ຖ້ອຍ​ທຳນອງ​ບິດ​ເບືອນ, ການ​ອອກ​ຂ່າວ​ດ້ານ​ດຽວ, ລວງ​ດຽວ​ຂອງ​ຄົນ​ບໍ່​ດີ ນັບ​ມື້​ວ່ອງໄວ​ທັນ​ການ ແລະ ຈະແຈ້ງ​ຂຶ້ນ. ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ໄດ້​ມີ​ຄວາມ​ເສຍສະຫຼະ​ສູງ​ໃນ​ແຕ່​ລະ​ໄລຍະ​ປະຫວັດສາດ, ຖັນ​ແຖວ​ນັກ​ຂ່າວ​ໄດ້​ເຕີບ​ໃຫຍ່, ເຂັ້ມແຂງ ແລະ ມີ​ຄຸນ​ນະ​ພາບ ມີ​ທັດສະນະ​ການເມືອງ​ຈະແຈ້ງ, ຄວາມ​ສະດຸ້ງ​ໄວ​ຕໍ່​ສະພາບ​ການ, ຄວາມ​ຊຳນານ​ໃນ​ດ້ານ​ວິຊາ​ການ, ນັກ​ຂ່າວ​ໜຸ່ມ​ນ້ອຍ​ນັບ​ມື້​ເພີ່ມ​ຂຶ້ນ, ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ທາງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ເກັບ​ກຳ​ຂ່າວ, ຂຽນ​ຂ່າວ, ໂຄສະນາ​ຂົນຂວາຍ​ໃນ​ບັ້ນ​ສຳຄັນ​ຂອງ​ພັກ​ຂອງ​ຊາດ​ແມ່ນ​ໄດ້​ມີ​ຫຼາຍ​ຮູບ​ຫຼາຍ​ສີ, ຫຼາຍ​ເນື້ອ​ໃນ, ຫຼາຍ​ວິທີ​ການ​ທີ່​ອຸດົມສົມບູນ ແລະ ສ້າງ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຈາກ​ພັກ-ລັດ ແລະ ປະຊາຊົນ​ເຮັດ​ໃຫ້​ຈິດໃຈ​ຮັກ​ຊາດ​ຂອງ​ຄົນ​ລາວ ຕໍ່​ຊາດ​ລາວ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ໃນ​ຄວາມ​ເປັນ​ເອກະລາດ, ອຳນາດ ອະທິປະ​ໄຕ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ​ນັບ​ມື້​ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ຂຶ້ນ, ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ພາຍ​ໃນ​ຊາດ ໄດ້​ເພີ່ມ​ທະວີ​ຂຶ້ນ​ສູ່​ລະດັບ​ໃໝ່​ຢ່າງ​ແຂງແຮງ, ຄວາມ​ສາມັກຄີ​ໄດ້​ກາຍເປັນ​ປະເພນີ​ອັນ​ລ້ຳ​ຄ່າ​ຂອງ​ພັກ ແລະ ປະຊາຊົນ​ລາວ; ໄດ້​ຮັບ​ການ​ອະນຸລັກ​ຮັກສາ ແລະ ພັດທະນາ​ສອດຄ່ອງ​ກັບ​ຍຸກ​ສະໄໝປັດຈຸບັນ. ສະຫາຍ ຄຳ​ມອນ ຈັນທະ​ຈິດ ກ່າວ​ຕື່ມ​ວ່າ: ເພື່ອ​ປຸກລະດົມ​ເຕົ້າ ໂຮມ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ໃນ​ຍຸກ​ສະໄໝ​ໃໝ່​ນີ້​ຈະ​ຕ້ອງ​ສຸມ​ໃສ່​ເພີ່ມ​ທະວີ​ບົດບາດ​ການ​ນຳພາ​ທີ່​ເຂັ້ມແຂງ​ຂອງ​ພັກ​ຕໍ່​ສື່​ມວນ​ຊົນ, ສ້າງ​ໃຫ້​ພັກ​ໃນ​ບັນດາ​ອົງການ​ສື່​ໃຫ້​ມີ​ຄວາມ​ປອດ​ໃສ, ເຂັ້ມແຂງ ແລະ ໜັກ​ແໜ້ນ, ເອົາໃຈໃສ່​ຊີ້​ນຳ, ຄຸ້ມ​ຄອງ​ສື່​ມວນ​ຊົນ ໃຫ້​ເຄື່ອນ​ໄຫວ​ຖືກຕ້ອງ​ຕາມ​ລັດ​ຖະ​ທຳ​ມະນູນ ແລະ ກົດໝາຍ​ກຳນົດ​ໄວ້; ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ກົງຈັກ​ການຈັດຕັ້ງ​ຂອງ​ສື່​ມວນ​ຊົນ​ຢູ່​ໃນ​ບັນດາ​ອົງ​ການຈັດຕັ້ງ​ພັກ, ລັດ, ອົງ​ການຈັດຕັ້ງ​ມະຫາຊົນ ແລະ ສັງຄົມ ໃຫ້​ໜັກ​ແໜ້ນ, ເຂັ້ມແຂງ ສາມາດ​ຈັດ​ຕັ້ງ​ປະຕິບັດ​ພາລະ​ບົດບາດ​ຂອງ​ຕົນ​ໄດ້​ຢ່າງ​ມີ​ປະສິດ ທິພາບ, ຮັບປະກັນ​ໄດ້ 4 ລັກສະນະ​ຂອງ​ສື່​ມວນ​ຊົນ (ລັກສະນະ​ຕົວ​ຈິງ, ລັກສະນະ​ສຶກ​ສາ​ອົບຮົມ, ລັກສະນະ​ແນະນຳ, ລັກສະນະ​ຕໍ່ສູ້) ເພື່ອ​ເຮັດ​ໜ້າທີ່​ເຄື່ອນ​ໄຫວ​ໂຄສະນາ, ປຸກລະດົມ, ເຕົ້າໂຮມ​ຄວາມ​ສາມັກຄີ​ປະຊາຊົນ​ບັນດາ ເຜົ່າ​ໃຫ້​ມີ​ນ້ຳໃຈ​ຮັກ​ຊາດ, ຮັກ​ລະບອບ​ໃໝ່, ຍົກ​ສູງ​ຈິດໃຈ​ເອກະລາດ, ເປັນ​ເຈົ້າ​ຕົນ​ເອງ, ເພິ່ງ​ຕົນ​ເອງ ພ້ອມ​ກັນ​ອອກແຮງ​ແຂ່ງຂັນ​ສ້າງ​ຂະ​ບວນ​ການ​ຮັກ​ຊາດ ແລະ ພັດທະນາ ໃຫ້​ມີ​ຄວາມ​ຟົດຟື້ນ ແລະ ເປັນ​ຮູບ​ປະ​ທຳ; ເອົາໃຈໃສ່​ບຳລຸງ, ກໍ່ສ້າງ​ຖັນ​ແຖວ​ນັກ​ຂ່າວ, ຜູ້​ເຮັດ​ວຽກ​ງານ​ໃນ​ຂົງເຂດ​ສື່​ມວນ​ຊົນ ໃຫ້​ມີ​ທັງ​ປະລິມານ ແລະ ຄຸນ​ນະ​ພາບ​ໃໝ່ ຕອບ​ສະໜອງ​ກັບ​ເງື່ອນໄຂ ແລະ ສະພາບ​ການ​ເລັ່ງ​ທວງ​ໃໝ່​ໃນ​ການ​ພັດທະນາ​ສື່​ມວນ​ຊົນ​ຂອງ​ພັກ. ເອົາໃຈໃສ່​ດ້ານ​ນະໂຍບາຍ​ໃຫ້​ສອດຄ່ອງ​ກັບ​ການ​ພັດທະນາ​ບຸກ​ຄະລາ​ກອນ​ໃນ​ຍຸກ​ໃໝ່; ສ້າງ​ສະພາບ​ແວດ​ລ້ອມ​ເຮັດ​ວຽກ​ທີ່​ສະດວກ, ພື້ນຖານ​ໂຄງ​ລ່າງ, ວັດຖຸ-ເຕັກນິກ, ງົບປະມານ​ທີ່​ຮັບປະກັນ, ປະກອບ​ພາຫະນະ, ອຸປະກອນ​ສື່​ມວນ​ຊົນ ທີ່​ທັນ​ສະໄໝ ໃຫ້​ຄົບ​ຖ້ວນ ແລະ ວາງ​ລະບອບ​ລະບຽບ​ການ​ນຳ​ໃຊ້​ເຄື່ອງມື​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ໃຫ້​ຄຸ້ມ​ຄ່າ, ມີ​ປະ​ສິດທິ​ຜົນ​ກວ່າ​ເກົ່າ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ