ກົມໃຫຍ່ພະລາທິການກອງທັບ ປະກາດໃຫ້ນາຍທະຫານພັກການກຽມເຂົ້າຮັບບໍານານ.
ເວລາອອກຂ່າວ: 2026-04-29 10:59:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1567 | ຄວາມນິຍົມ: ![]()
ວັນທີ 28 ເມສາ 2026 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ປະກາດການລຸລ່ວງໃຫ້ນາຍທະຫານຂັ້ນນໍາພາ-ບັນຊາ ພັກການເພື່ອກຽມເຂົ້າຮັບບໍານານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກປະຈໍາກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງ, ພະແນການ ແລະ ນາຍທະຫານຜູ້ທີ່ໄດ້ຮັບການປະກາດພັກການກຽມເຂົ້າຮັບບໍານານເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ພົງສະໄໝ ຫຸນນະຈໍາປາ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກົມໃຫຍ່ພະລາທິການກອງທັບ ພັກການເພື່ອກຽມເຂົ້າຮັບບໍານານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ອີງຕາມ ການສະເໜີຂອງກົມໃຫຍ່ພະລາທິການກອງທັບ ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງອະນຸມັດໃຫ້ ພັນໂທ ບົວຄໍາ ພົມມາໄຊ ຮອງຫົວໜ້າສະຖາບັນ ຮັບຜິດຊອບວຽກງານການຜະລິດ-ທຸລະກິດ ແລະ ການບໍລິການປິ່ນປົວສະຖາບັນການຢາ-ການແພດພື້ນເມືອງກອງທັບ ພັກການ ເພື່ອກຽມເຂົ້າຮັບເບ້ຍບໍານານ, ກົມໃຫຍ່ການເມືອງກອງທັບ ຕົກລົງອະນຸມັດໃຫ້ ສະຫາຍ ພັນໂທ ບຸນປອນ ບຸດຂັນທອງ ຫົວໜ້າພະແນກກຳມະບານຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ພັກການເພື່ອກຽມເຂົ້າຮັບບຳນານ, ສະຫາຍ ພັນໂທ ກອບແກ້ວ ເຂັມວົງສາ ຫົວໜ້າພະແນກເຕັກນິກຂົນສົ່ງກົມຂົນສົ່ງກົມໃຫຍ່ພະລາທິການ ພັກການເພື່ອກຽມເຂົ້າຮັບເບ້ຍບຳນານ ແລະ ສະຫາຍ ພັນໂທ ສີນວນ ນະຊຽງຄໍາ ຫົວໜ້າພະແນກພະລາທິການໂຮງງານຕັດຫຍິບກອງທັບ ພັກການເພື່ອກຽມເຂົ້າຮັບເບ້ຍບຳນານ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















