ຫຼາຍພາກສ່ວນຮ່ວມສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ
ເວລາອອກຂ່າວ: 2026-04-28 09:58:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 463 | ຄວາມນິຍົມ: ![]()
ສະພາການຄ້າ ຊາວຈີນຕ່າງດ້າວປະຈຳລາວ, ສະມາຄົມຈີນ ນະຄອນຫຼວງ, ສະພາການຄ້າຈີນ ປະຈຳລາວ ຮ່ວມກັບ ສະມາຄົມຊາວຈີນພົ້ນທະເລ ແລະ ສະ
ມາຄົມນັກສຶກສາລາວ ຈາກ ສປ ຈີນ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ໃນວັນທີ 24 ເມສາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາວ, ມີປະທານສະພາການຄ້າ ຊາວຈີນຕ່າງດ້າວ, ຕົວແທນຊາວຈີນຕ່າງດ້າວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: 65 ປີຜ່ານມາ, ສາຍພົວພັນມິດຕະພາບສອງຊາດ ລາວ-ຈີນ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ, ນັບມື້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງ. ສອງຊາດ ລາວ-ຈີນ ຕ່າງກໍມີຄວາມເຊື່ອໝັ້ນ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢ່າງສະເໝີຕົ້ນສະເໝີປາຍ ໂດຍສະເພາະ ໃນໄລຍະຜ່ານມາ, ນະຄອນຫຼວງວຽງ
ຈັນ ໄດ້ເສີມຂະຫຍາຍສາຍພົວພັນການຮ່ວມມື ແບບເພື່ອມິດຍຸດທະສາດຮອບດ້ານກັບ ສປ ຈີນ ໄດ້ຢ່າງກວ້າງ ຂວາງ ແລະ ເຂົ້າສູ່ລ່ວງເລິກ, ສາມາດເສີມຂະຫຍາຍສາຍພົວພັນ ແລະ ຮ່ວມມື ໂດຍໄດ້ເຊັນສັນຍາຮ່ວມມື ກັບ 35 ພາກສ່ວນ ຂອງ ສປ ຈີນ ຄື: 1 ນະຄອນຫຼວງປັກກິ່ງ, 13 ແຂວງ, 16 ນະຄອນ ແລະ 4 ເມືອງ, 1 ເຂດປົກຄອງຕົນເອງ (12 ພັນນາ). ດ້ານການຄ້າ ແລະ ເສດຖະກິດ ຢູ່ນະຄອນຫຼວງວຽງຈັນ ມີ 6.311 ຫົວໜ່ວຍ, ເປັນທຶນຈົດທະບຽນເຖິງ 12.800 ຕື້ກວ່າກີບ ແລະ ຍັງມີ 2 ເຂດເສດຖະກິດພິເສດໃຫຍ່ຄື: ເຂດເສດຖະກິດພິເສດບຶງທາດຫຼວງ ທີ່ມີທຶນຈົດທະບຽນ 160 ຕື້ກີບ ແລະ ເຂດພັດທະນາ ກວມລວມໄຊເສດຖາ ທີ່ມີທຶນຈົດທະບຽນ 128 ລ້ານໂດລາສະຫະລັດ, ທັງ 2 ເຂດດັ່ງກ່າວ, ແມ່ນສາມາດສ້າງລາຍຮັບໃຫ້ ນະຄອນຫຼວງວຽງຈັນ ເຊິ່ງເປັນທ່າແຮງໃນການຜັກດັນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ຂອງນະຄອນຫຼວງວຽງຈັນ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມນີ້, ການແລກປ່ຽນດ້ານວັດທະນະທຳ ແລະ ປະຊາຊົນກໍມີຄວາມສະໜິດແໜ້ນກວ່າເກົ່າ ຊຶ່ງໄດ້ກາຍເປັນຕົວແບບອັນດີງາມ ໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”.
ທ່ານ ເຊີນ ສວາຍຊິນ ປະທານສະພາການຄ້າຈີນ ປະຈຳລາວ ໄດ້ກ່າວວ່າ: ໃນຖານະທີ່ເປັນສູນລວມ ຂອງວິສາຫະ ກິດຈີນໃນລາວ ແລະ ເປັນຂົວຕໍ່ການຮ່ວມມືດ້ານເສດຖະ ກິດ ແລະ ການຄ້າລະຫວ່າງ ລາວ-ຈີນ, ສະພາການຄ້າຈີນ ປະຈຳລາວ ໄດ້ສົ່ງເສີມການຮ່ວມມື ແລະ ສະແຫວງຫາການພັດທະນາ ຮ່ວມກັນນັບຕັ້ງແຕ່ການສ້າງຕັ້ງ, ເຂົ້າຮ່ວມຢ່າງຕັ້ງໜ້າໃນອຸດົມການມິດຕະພາບ ລາວ-ຈີນ. ພວກເຮົາໄດ້ເປັນສັກຂີພິຍານ ແລະ ມີສ່ວນຮ່ວມໃນການພັດທະນາ ໃນການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງ ລາວ-ຈີນ ຢ່າງຕັ້ງໜ້າ,
ສົ່ງເສີມການດຳເນີນງານທີ່ຖືກຕ້ອງຕາມກົດໝາຍ ແລະ ສອດຄ່ອງກັບລະບຽບກົດໝາຍຂອງວິສາຫະກິດຈີນໃນລາວ, ປະກອບສ່ວນຢ່າງຕັ້ງໜ້າຕໍ່ການ ພັດທະ
ນາເສດຖະກິດ-ສັງຄົມຂອງລາວ ໃນດ້ານຕ່າງໆ.
ທ່ານ ບູລະພາ ສັນຕິຄົງຄາ ປະທານສະພາການຄ້າ ຊາວຈີນຕ່າງດ້າວ ປະຈຳລາວ, ທັງເປັນປະທານສະມາຄົມຈີນ ປະຈຳລາວ ໄດ້ໃຫ້ຮູ້ວ່າ: ຊາວຈີນຕ່າງດ້າວຫຼາຍຮຸ່ນ ໄດ້ຕັ້ງຫຼັກປັກຖານໃນຜືນແຜ່ນດິນລາວ, ຮ່ວມທຸກຮ່ວມສຸກກັບປະຊາຊົນລາວ ນັບຕັ້ງແຕ່ການບຸກເບີກທຸລະກິດ ຢ່າງລຳບາກໃນເບື້ອງຕົ້ນ ຈົນ
ຮອດການພັດທະນາຢ່າງຮອບດ້ານໃນປັດຈຸບັນ ເຊັ່ນ: ການຄ້າ, ອຸດສາຫະກຳ, ການບໍລິການ, ວັດທະນະທຳ, ການສຶກສາ ແລະ ອື່ນໆ. ຊາວຈີນຕ່າງດ້າວ ໄດ້ອຸທິດກຳລັງແຮງເພື່ອປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມລາວ ດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະ ຮັດແໜ້ນສາຍພົວພັນອັນເປັນມິດຕະ
ພາບ ທີ່ເລິກເຊິ່ງກັບປະຊາຊົນລາວ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ. ມິດຕະພາບນີ້, ສະແດງອອກເຖິງຄວາມມີຊີວິດຊີວາ ແລະ ອົບອຸ່ນທີ່ສຸດຂອງມິດຕະພາບ ລາວ-ຈີນ ທີ່ເປັນມູນເຊື້ອມາແຕ່ບູຮານນະການ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















