ຮັບຮອງເອົາຈຸດສຸມ ປາກຄານ ແລະ ຈຸດສຸມ ຈົງກາ ເປັນຈຸດສຸມວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-04-27 14:33:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1852 | ຄວາມນິຍົມ: ![]()
ໃນລະຫວ່າງ ວັນທີ 23 - 24 ເມສາ 2026 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານເມືອງວຽງພູຄາ ໄດ້ມີພິທີ ເປີດຮັບຮອງເອົາຈຸດສຸມ ປາກຄານ ເມືອງວຽງພູຄາ ແລະ ຈຸດສຸມ ຈົງກາ ເມືອງລອງ ແຂວງຫຼວງນ້ຳທາ ເປັນບ່ອນຈຸດສຸມວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຮັບຜິດຊອບຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ, ເປັນກຽດເຂົ້າຮ່ວມມີ ສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານ ປກຊ-ປກສ ແຂວງຫຼວງນ້ຳທາ, ກອງເລຂາຈາກກະຊວງປ້ອງກັນປະເທດ, ກອງບັນຊາການທະຫານແຂວງຫຼວງນ້ຳທາ, ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ, ການນໍາເມືອງວຽງພູຄາ, ເມືອງລອງ, ຕະຫຼອດຮອດພະນັກງານຫຼັກແຫຼ່ງຂອງແຂວງ, ເມືອງ, ປະທານຄູ່ຮ່ວມພັດທະນາ ພ້ອມດ້ວຍອົງການປົກຄອງບ້ານເຂົ້າຮ່ວມ.
ໂດຍອີງຕາມ ມະຕິຕົກລົງ ຂອງຄະນະກຳມະການ ປກຊ-ປກສ ສູນກາງ ວ່າດ້ວຍ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ ແລະ ໜັງສືຢັ້ງຢືນຄວາມເປັນເອກະພາບ ຂອງ ປະທານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຂວງຫຼວງນ້ຳທາໃຫ້ຄະນະຊີ້ນຳ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ ພັດທະນາ 02 ຈຸດສຸມ ຂອງແຂວງຫຼວງນ້ຳທາ ຄື: ຈຸດສຸມ ປາກຄານ ເມືອງວຽງພູຄາ ແລະ ຈຸດສຸມ ຈົງກາ ເມືອງລອງ, ເຊິ່ງບັນດາວຽກທີຈະສຸມໃສ່ ແມ່ນ ວຽກງານສຶກສາອົບຮົມການເເມືອງ - ແນວຄິດໃຫ້ກັບປະຊາຊົນບັນດາເຜົ່າ, ເຊິ່ງຕິດພັນກັບການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ເສັ້ນທາງ, ເຄຫາ, ນ້ຳລິນ, ໄຟຟ້າ ແລະ ວຽກງານກະສີກຳ
ໃນພິທີດັ່ງກ່າວ ສະຫາຍ ພັນເອກ ຄຳສອນ ພັກສະດີ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ຫົວໜ້າກອງເລຂາ ຄະນະຊີ້ນຳ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ ພ້ອມດ້ວຍ ປະທານ ຄູ່ຮ່ວມພັດທະນາ ກໍໄດ້ລົງນາມເຊັນເອກະສານຮ່ວມພັດທະນາ ໂດຍສ່ອງໜ້າ ຄະນະປະທານ, ການນຳເມືອງ, ບັນດາທ່ານ ພະນັກງານຫຼັກແຫຼ່ງ ຂອງແຂວງ ແລະ ທີມງານກະຊວງປ້ອງກັນປະເທດ.
ຈາກນັ້ນ, ສະຫາຍ ພັນເອກ ຄຳສອນ ພັກສະດີ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ຫົວໜ້າກອງເລຂາ ຄະນະຊີ້ນຳ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ ພ້ອມດ້ວຍ ປະທານ ຄູ່ຮ່ວມພັດທະນາ ໄດ້ລົງນາມເຊັນບົດບັນທຶກຮ່ວມພັດທະນາຢູ່ 2 ຈຸດສຸມ ຄື: ຈຸດສຸມປາກຄານ ເມືອງວຽງພູຄາ ແລະ ຈຸດສຸມ ຈົງກາ ເມືອງລອງ ແຂວງຫຼວງນ້ຳທາ ຢ່າງເປັນທາງການ, ໂດຍຊ້ອງໜ້າ ຄະນະປະທານ, ການນຳເມືອງ, ບັນດາທ່ານ ພະນັກງານຫຼັກແຫຼ່ງ ຂອງແຂວງ ແລະ ທີມງານກະຊວງປ້ອງກັນປະເທດ.
ໂອກາດນີ້, ຄະນະປະທານ ໄດ້ພັດປ່ຽນກັນ ມີຄໍາເຫັນໂອ້ລົມ ແລະ ຮຽກຮ້ອງແຕ່ລະພາກສ່ວນ ພ້ອມກັນສຸມໃສ່ວຽກງານສືກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນບັນດາເຜົ່າຢູ່ເຂດຊົນນະບົດ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍຂອງລັດ ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ໃນການປົກປັກຮັກສາເຂດນໍ້າແດນດິນຂອງຕົນ, ດຳລົງຊີວິດຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ໂດຍສະເພາະແມ່ນປະຊາຊົນຢູ່ສອງຈຸດສຸມພັດທະນາ ຕ້ອງຮູ້ຈໍາແນກມິດ ແລະ ສັດຕູຢ່າງຈະແຈ້ງ, ເອົາໃຈໃສ່ລົງກໍ່ສ້າງການເມືອງ, ສ້າງຮັກສ້າງແພງ, ສ້າງຫຼັກແຫຼ່ງແກ່ນສານ, ຕິດຕາມເກັບກໍາສະພາບການເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ຫວັງດີຢູ່ຕາມພື້ນຖານບ້ານປະຊາຊົນ ປະສານສົມທົບກັບອົງການປົກຄອງທ້ອງຖິ່ນພ້ອມກັນສະກັດກັ້ນແກ້ໄຂໃຫ້ທັນເວລາ, ອົງການປົກຄອງແຕ່ລະບ້ານຕ້ອງໄດ້ປຸກລະດົມຂົນຂວາຍປະຊາຊົນພາຍໃນບ້ານຂອງຕົນ ປະກອບສ່ວນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມກັນປະສານສົມທົບໃຫ້ຄວາມຮ່ວມມືປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຢູ່ 2 ຈຸດສຸມ, ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ຕາມແຜນແມ່ບົດ ໃຫ້ມີຜົນສຳເລັດຕາມທີ່ກໍານົດໄວ້.
ໃນຕອນທ້າຍ ສະຫາຍປະທານ ຍັງໄດ້ກ່າວມອບ ໂທລະໂຄງ ຈຳນວນໜຶ່ງ ໃຫ້ອົງການປົກຄອງທ້ອງຖິ່ນ ທັງ 2 ຈຸດສຸມ ແລະ ມອບຕູ້ລຳໂພງອີກ 01 ຊຸດ ໃຫ້ກອງບັນຊາການທະຫານເມືອງວຽງພູຄາ ຕື່ມອີກ. ໃນໂອກາດດຽວກັນນີ້ ທີມງານກະຊວງປ້ອງກັນປະເທດ ແລະ ທີມງານແຂວງຫຼວງນ້ຳທາ ຍັງໄດ້ເດີນທາງໄປສຳຫຼວດຈຸດຕ່າງໆ ທີ່ທຸລະກັ້ນດານ, ຫ່າງໄກສອກຫຼີກ ຂອງເມືອງວຽງພູຄາ ແລະ ເມືອງລອງ ພ້ອມນັ້ນ ມາໃນວັນທີ 24 ເມສາ 2026 ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ພ້ອມດ້ວຍຄະນະ ຍັງໄດ້ລົງເຄື່ອນໄຫວຊຸກຍູ້, ວຽກງານກໍ່ສ້າງຮາກຖານການເມືອງ ຢູ່ກອງປະຕິບັດງານ 202 ປະຈຳຢູ່ຊຽງແຂງ ເມືອງສິງ ແຂວງຫຼວງນ້ຳທາ. ຫຼັງຈາກນັ້ນກໍ່ໄດ້ກວດກາຕິດຕາມໂຄງການ ພື້ນຖານໂຄງລ່າງໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງຂອງຈຸດສຸມ. ພ້ອມນີ້, ຄະນະດັ່ງກ່າວຍັງລົງເຄື່ອນໄຫວຊຸກຍູ້, ວຽກງານກໍ່ສ້າງຮາກຖານການເມືອງ ຢູ່ກອງປະຕິບັດງານ 202 ປະຈຳຢູ່ຊຽງແຂງອີກດ້ວຍ.
ໂດຍ : ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















