ປິດອົບຮົມ ທະຫານໃໝ່ ປີ 2025 ຢູ່ສູນເຝິກກອງພັນ 512 ນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2026-04-27 11:33:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1812 | ຄວາມນິຍົມ: ![]()
ພິທີ ປິດອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ ໃຫ້ທະຫານໃໝ່ ປີ 2025 ຢູ່ສູນເຝິກກອງພັນ 512 ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ປະຈໍາປີ 2026 ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີສະຫາຍ ກອງມີ ສີສະໝຸດ ປະທານຄະນະກໍາມະການປົກຄອງເມືອງເມືອງປາກງື່ມ, ມີຄະນະພັກ-ຄະນະບັນຊາອົງການ 05 ຫ້ອງ ຈາກກອງບັນຊາການທະຫານນະຄອນຫຼວງວຽງຈັນ, ພ້ອມດ້ວຍ ຄະນະບັນຊາ,ພະນັກງານ-ຄູອາຈານ ກອງພັນ 512 ຕະຫຼອດຮອດອ້າຍນ້ອງທະຫານໃໝ່ ຈຳນວນ 200 ສະຫາຍເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ໂມລີ ສີມະຫາໂນ ຫົວໜ້າການທະຫານ ກອງພັນ 512 ໄດ້ສະຫຼຸບຕີລາຄາຜົນການອົບຮົມທະຫານໃໝ່ ທີ່ໄດ້ຈັດຕັ້ງໃນໄລຍະ 90 ວັນ ຜ່ານມາເຫັນວ່າ ຄະນະພັກ-ຄະນະບັນຊາ ທຸກຂັ້ນ ຕະຫຼອດຮອດພະນັກງານຄູອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ມີຄວາມເປັນເອກະພາບເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງຕໍ່ການຄຸ້ມຄອງບັນຊາຢ່າງໃກ້ຊິດຕິດແທດ ກັບບັນດານັກຮຽນທະຫານໃໝ່ ໃນຊຸດນີ້ ເຮັດໃຫ້ເຂົາເຈົ້າມີຄວາມຕື່ນຕົວຕັ້ງໜ້າປະຕິບັດຕາມມະຕິຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄືຂໍ້ກຳນົດຂອງກອງພັນ 512 ວາງອອກຢ່າງເຂັ້ມງວດ, ມີຄວາມກະຕືລືລົ້ນເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນ ສາມາດກຳໄດ້ທິດສະດີ-ຫຼັກການ ແລະ ພາກປະຕິບັດຕົວຈິງເປັນຢ່າງດີ, ຈາກການຈັດຕັ້ງປະຕິບັດດັ່ງກ່າວສາມາດຕີລາຄາຜົນໄດ້ຮັບຂອງການເຝິກອົບຮົມ-ຫັດແອບທະຫານໃໝ່ ຄື: ພາກວິຊາການເມືອງ ຂັ້ນເກັ່ງມີ 75 ສະຫາຍ, ຂັ້ນດີ 87 ສະຫາຍ, ໄດ້ຄາດໜາຍ 38 ສະຫາຍ, ວີຊາລະບຽບກິລາ ຂັ້ນເກັ່ງ ມີ 88 ສະຫາຍ, ຂັ້ນດີ 90 ສະຫາຍ, ໄດ້ຄາດໝາຍ 22 ສະຫາຍ, ວິຊາສິນລະປະຍຸດ ຂັ້ນເກັ່ງ ມີ 88 ສະຫາຍ, ຂັ້ນດີ 90 ສະຫາຍ, ໄດ້ຄາດໝາຍ 22 ສະຫາຍ, ວິຊາຍຸດທະວິທີ ຂັ້ນເກັ່ງມີ 75 ສະຫາຍ, ຂັ້ນດີ 91 ສະຫາຍ, ໄດ້ຄາດໝາຍ 35 ສະຫາຍ, ວິຊາພະລາທິການ-ເຕັກນິກ ຂັ້ນເກັ່ງມີ 65 ສະຫາຍ, ຂັ້ນດີ 80 ສະຫາຍ, ໄດ້ຄາດໝາຍ 55 ສະຫາຍ ແລະ ພາກຍິງລູກປືນແທ້ ຂັ້ນເກັ່ງ ມີ 90 ສະຫາຍ, ຂັ້ນດີ 95 ສະຫາຍ, ໄດ້ຄາດໝາຍ 15 ສະຫາຍ, ພ້ອມກັນນັ້ນ, ໃນພິທີ ບັນດາຄະນະບັນຊາ ກອງພັນ 512 ກໍໄດ້ມອບໃບຢັ້ງຢືນການເຝິກອົບຮົມໃຫ້ແກ່ນັກຮຽນທະຫານໃໝ່ ທີ່ຮຽນຈົບຫຼັກສູດ 03 ເດືອນ, ຈາກນັ້ນ, ສະຫາຍ ພັນໂທ ແດງ ກົມສະດີ ຫົວໜ້າພະແນກກໍາລັງພົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຍັງໄດ້ຜ່ານຂໍ້ຕົກລົງເລື່ອນຊັ້ນ ພ້ອມທັງຜ່ານແຜນການສັບຊ້ອນ ແລະ ນໍາສົ່ງ ທະຫານໃໝ່ ທີ່ຜ່ານການເຝິກອົບຮົມ-ຫັດແອບ ໃນຄັ້ງນີ້, ໄປປະຈໍາຢູ່ບັນດາກົມກອງທີ່ຂຶ້ນກັບຢ່າງເປັນທາງການ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ນັກຮຽນທະຫານໃໝ່ ທີ່ຮຽນຈົບ ໃນຊຸດນີ້ວ່າ: ພາຍຫຼັງທີ່ໄດ້ຮຽນຈົບແລ້ວ ຖ້າຫາກໄດ້ຖືກສັບຊ້ອນລົງໄປສັງກັດຢູ່ກົມກອງໃດ ແມ່ນໃຫ້ແຕ່ລະສະຫາຍຈົ່ງພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງໃຫ້ເປັນຢ່າງດີ, ນໍາເອົາບົດຮຽນທີ່ຕົນໄດ້ຮ່ຳຮຽນມາໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ການເມືອງຂອງກົມກອງທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄື 07 ລະບອບ 18 ວຽກ ໃນມື້ໜຶ່ງທີ່ຂັ້ນເທິງວາງອອກໃຫ້ເຂັ້ມງວດ, ຕ້ອງມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ແນໃສ່ເຮັດໃຫ້ຕົນເອງກາຍເປັນພະນັກງານ-ນັກຮົບ ຜູ້ສືບທອດທີ່ດີ ຂອງກົມກອງ ເພື່ອເຮັດສຳເລັດທຸກໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















