ກົມເຕັກນິກເຫຼົ່າຮົບ ສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ I ປີ 2026
ເວລາອອກຂ່າວ: 2026-04-27 11:31:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1865 | ຄວາມນິຍົມ: ![]()
ວັນທີ 24 ເມາສາ 2026 ນີ້, ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ເປີດກອງປະຊຸມ ສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ I ແລະ ທິດທາງແຜນການປະຈຳໄຕມາດ II ປີ 2026, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ດາວວອນ ພົມມະວົງ ຫົວໜ້າກົມເຕັກນິກເຫຼົ່າຮົບ, ມີຄະນະກົມ, ກົມກອງຂຶ້ນກັບ, ພະແນກການ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນເອກ ສີມອນ ຄະວົງສາ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳໄຕມາດ I ປີ 2026 ເຊິ່ງຕະຫຼອດໄລຍະ 3 ເດືອນຜ່ານມາຄະນະພັກ-ຄະນະບັນຊາ ກົມເຕັກນິກເຫຼົ່າຮົບ ໄດ້ເປັນເຈົ້າການນຳເອົາມະຕິຂອງຄະນະພັກກະຊວງປ້ອງກັນປະເທດ ສະໄໝທີ 6 ແລະ ມະຕິຂອງຄະນະພັກອົງການກົມໃຫຍ່ເຕັກນິກ ສະໄໝທີ 2 ມາຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຕິດພັນກັບ 4 ໂຄງການໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ ເຊິ່ງມັນສະແດງອອກຢູ່ໃນຂົງເຂດວຽກງານຕ່າງໆ ທີ່ທາງຄະນະພັກ-ຄະນະບັນຊາ ກົມເຕັກນິກເຫຼົ່າຮົບໄດ້ສະຫຼຸບໂດຍສັງເຂບຍົກໃຫ້ພວກເຮົາເຫັນໄດ້ດັ່ງນີ້: ໄດ້ສ້າງເອກະສານແບບຟອມເກັບກຳສະພາບເຕັກນິກຂອງພາຫະນະສູ້ຮົບສຳເລັດ 100%, ໄດ້ສ້າງສຳເລັດປຶ້ມຕິດຕາມລົດ, ຕິດຕາມການເບີກຈ່າຍວັດຖຸອາໄຫຼ່ ແລະ ອຸປະກອນສະເພາະຂອງເຫຼົ່າຮົບວິຊາສະເພາະເພື່ອຈະເບີກຈ່າຍໃຫ້ກົມກອງນຳໃຊ້ຕໍ່ໄປ, ໄດ້ຈັດຕັ້ງເຄື່ອນຍ້າຍລົດຫຸ້ມເກາະຢູ່ກອງພັນ 615/ຈໍ661 ມາລໍຖ້າສ້ອມແປງຢູ່ກອງພັນສ້ອມແປງເຄື່ອນທີ່ເລກ 1 ຈຳນວນ 11 ຄັນ ສຳເລັດ, ສ້ອມແປງລົດຫຸ້ມເກາະ 6TP-70MC ຈຳນວນ 2 ຄັນສຳເລັດ, ບົວລະບັດສ້ອມແປງລົດຫຸ້ມເກາະ 4 ຄິ້ງ, 8 ຄິ້ງ ເພື່ອກະກຽມໃຫ້ກົມລົດຕັງປະກອບໃຫ້ບັນດາກົມກອງ ສຳເລັດ, ລົງກວດກາຄວາມພ້ອມເພື່ອກະກຽມຕ້ອນຮັບຄະນະຊ່ຽວຊານ ສສ ຫວຽດນາມ ມາຊ່ວຍສ້ອມແປງລູກສອນໄຟ ຢູ່ ງໍ602/ຈໍ641 ຈຳນວນ 01 ຄັ້ງ, ລົງຕິດຕາມກວດກາການສ້ອມແປງລົດລາກແກ່ຍົນຢູ່ກອງພັນໃຫຍ່ 703 ສຳເລັດ ຈຳນວນ 01 ຄັນ, ຈັດຕັ້ງຊັບຊ້ອນວັດຖຸອາໄຫຼ່ຢູ່ສາງຫຼັກ 21 ຈຳນວນ 800 ລາຍການ ແລະ ຢາງຕີນລົດ 205 ຊຸດ, ເຄື່ອນຍ້າຍຊັບຊ້ອນຫົວຈັກລົດທຸກຊະນິດ 50 ຫົວ, ເບີກຈ່າຍວັດຖຸອາໄຫຼ່ໃຫ້ບັນດາກົມກອງ ຈຳນວນ 45 ລາຍການ, ທຽບບັນຊີ ແລະ ເຂົ້າລະຫັດຕາມໂລ໋ລັອກໄດ້ 56 ລາຍການ ແລະ ວຽກງານອື່ນໆ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ດາວວອນ ພົມມະວົງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍ ຈົ່ງພ້ອມກັນສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ເປັນເຈົ້າການສຶກສາອົບຮົມການເມືອງ - ແນວຄິດໃຫ້ພະນັກງານສະມາຊິກພັກ - ນັກຮົບແຕ່ລະຂັ້ນໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມືອາຊີບທາງດ້ານວິຊາສະເພາະ ແລະ ມີຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີຄຸນນະພາບ, ປະຕິບັດລະບອບສ່ອງແສງລາຍງານໃຫ້ຖືກຕ້ອງ, ຊັດເຈນ, ໃຫ້ທັນເວລາ, ເພີ່ມທະວີຄວາມສາມັກຄີເປັນເອກກະພາບ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ສືບຕໍ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນທີ່ໄດ້ຮັບການມອບໝາຍໃຫ້ປະກົດຜົນເປັນຈິງ.
ໂດຍ: ອານຸສອນ ວິລະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















