ເປີດແຫຼ່ງທ່ອງທ່ຽວທຳມະຊາດ ນ້ຳຕົກຕາດຫ້ວຍກາງ ບ້ານຜາດຳ
ເວລາອອກຂ່າວ: 2026-04-27 09:44:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 472 | ຄວາມນິຍົມ: ![]()
ນ້ຳຕົກຕາດຫ້ວຍກາງ ຕັ້ງຢູ່ບ້ານຜາດຳ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ຮັບການສຳຫຼວດໃນປີ 2023 ທັງຖືກກຳນົດເປັນແຫຼ່ງທ່ອງທ່ຽວຢູ່ໃນລະດັບຂັ້ນເມືອງ, ມີເນື້ອທີ່ ທີ່ໄດ້ກຳນົດໄວ້ຫຼາຍກວ່າ 110 ເຮັກຕາ, ພື້ນທີ່ດັ່ງກ່າວ ເປັນປ່າຫົວນ້ຳ ແລະ ເປັນປ່າສະຫງວນຂອງບ້ານ ທີ່ມີ ຄວາມອຸດົມສົມບູນ ທາງດ້ານຊີວະນາໆພັນນາໆຊະນິດຕ່າງໆ. ນ້ຳຕົກຕາດແຫ່ງນີ້ ຢູ່ຫ່າງຈາກເສັ້ນທາງໃຫຍ່ເຂົ້າໄປປະມານ 3 ກິໂລແມັດ, ມີຄວາມສູງເຖິງ 30 ແມັດ ໄປພ້ອມໆຄວາມສວຍສົດງົດງາມ ຈຶ່ງເຮັດໃຫ້ດຶງດູດຜູ້ປະກອບການມີຄວາມສົນໃຈເຂົ້າມາພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີການບໍລິການຄົບວົງຈອນທີ່ສະດວກສະບາຍ ເພື່ອບໍລິ ການນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ເປັນຕົ້ນ ການບໍລິການທາງດ້ານອາຫານ ແລະ ທີ່ພັກເຊົາ.
ແນວໃດກໍດີ, ເມື່ອມໍ່ໆມານີ້, ຢູ່ບ້ານຜາດຳ ເມືອງເມິງ ໄດ້ເປີດແຫຼ່ງທ່ອງທ່ຽວທຳມະຊາດ ນ້ຳຕົກຕາດຫ້ວຍກາງ ຂຶ້ນ ໂດຍມີ ທ່ານ ສີວິໄລ ສີແສນດີ
ເລຂາຄະນະບໍລິຫານງານພັກເມືອງເມິງ, ທ່ານ ນາງ ບຸນຍົກ ແສງສະຫວ່າງ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງ ທ່ຽວແຂວງບໍ່ແກ້ວ ພ້ອມດ້ວຍຫ້ອງການ, ຜູ້ປະກອບການ ພາຍໃນເມືອງເຂົ້າຮ່ວມ.
ທ່ານ ໄມ່ແອ ກັນທະພອນ ນາຍບ້ານໆຜາດຳ ໃຫ້ຮູ້ວ່າ: ໃນເມື່ອກ່ອນໄດ້ມີນາຍພານລ່າ ເນື້ອເຂົ້າ ມາລ່າເນື້ອຢູ່ຂອບເຂດບໍລິເວນດັ່ງກ່າວ ແລະ ໄດ້ພົບເຫັນນ້ຳຕົກຕາດແຫ່ງນີ້ ທີ່ມີຄວາມງົດງາມ, ອຸດົມສົມບູນໄປດ້ວຍສັດປ່ານາໆຊະນິດ, ປົກຫຸ້ມດ້ວຍປ່າໄມ້ໃຫຍ່ທີ່ຂຽວສົດງົດງາມ ໄດ້ມີພະຍາກວາງໂຕໜຶ່ງທີ່ປົກປັກຮັກສາສະຖານທີ່ແຫ່ງນີ້ຢູ່ ອັນເຮັດໃຫ້ນາຍພານຜູ້ນັ້ນຢ້ານກົວ ແລະ ບໍ່ກ້າມາລ່າສັດໃນບໍລິເວນນີ້ອີກ. ນ້ຳຕົກຕາດຫ້ວຍກາງ ແມ່ນສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ມີຄວາມງົດງາມຕາມທຳມະຊາດ ຖືກອ້ອມຮອບດ້ວຍທຳມະຊາດ ແລະ ສາຍພູ ຊຶ່ງເໝາະສຳລັບການທ່ອງທ່ຽວເພື່ອພັກຜ່ອນຊົມທຳມະຊາດບວກກັບສາຍນ້ຳອັນເຢັນໃສທີ່ຫາໃສບໍ່ໄດ້ອີກແລ້ວ, ນ້ຳຕົກຕາດແຫ່ງນີ້ຫ່າງຈາກເທສະບານເມືອງ ປະມານ 29 ກິໂລແມັດ, ທິດເໜືອຕິດກັບຊາຍແດນບ້ານຈອມແຈ້ງ, ທິດໃຕ້ຕິດກັບບ້ານຜາຂາວ, ທິດຕາເວັນອອກຕິດກັບຊາຍແດນບ້ານຕໍແລ ແລະ ທິດໃຕ້ຕິດກັບແມ່ນ້ຳຂອງ ຊາຍແດນ ລາວ-ມຽນມາ, ມີເນື້ອທີ່ທັງໝົດ 108 ເຮັກຕາ ໃນນີ້, ກຳນົດໃຫ້ສຳປະທານນຳລັດເພື່ອພັດ ທະນາເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ 4 ເຮັກຕາ ຊຶ່ງໃນໄລຍະຜ່ານມາ, ນ້ຳຕົກຕາດແຫ່ງນີ້ມີຄວາມງົດງາມກໍຈິງ, ແຕ່ເສັ້ນທາງເຂົ້າມາຫາສະຖານທີ່ທ່ອງທ່ຽວແມ່ນຕ້ອງໄດ້ຍ່າງປະມານ 1-2 ຊົ່ວໂມງ ປັດຈຸບັນມີຜູ້ປະກອບການສຳປະທານ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ຊຶ່ງຜູ້ປະ ກອບການ ໄດ້ເອົາໃຈໃສ່ພັດທະນາປັບປຸງສະຖານທີ່ແຫ່ງນີ້ ເປັນຕົ້ນ ຕັດເສັ້ນທາງເຂົ້າມາຫາຈຸດໃຈກາງຂອງນ້ຳຕົກຕາດທີ່ມີຄວາມຍາວ 3 ກິໂລແມັດ, ປັບປຸງສະ ຖານ ທີ່ບ່ອນຈອດລົດ, ຕັ້ງຕູບ
ບໍລິການ 9 ຫຼັງ, ຫ້ອງນ້ຳ 2 ຫ້ອງ ແລະ ອຳນວຍຄວາມສະດວກໃຫ້ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະມາທ່ຽວຊົມ.
ທ່ານ ສີວິໄລ ສີແສນດີ ຍັງໄດ້ຮຽກຮ້ອງມາຍັງຜູ້ປະກອບການ ຈົ່ງປົກປັກຮັກສາສະພາບແວດລ້ອມ ເປັນຕົ້ນ ຮັກສາປ່າໄມ້, ຮັກສາຄວາມສະອາດສະຖານທີ່ນ້ຳຕົກຕາດ, ຮັກສາຄວາມເປັນລະບຽບຮ້ອຍ ແລະ ຮັກສາຄວາມສະຫງົບປອດໄພ, ພ້ອມທັງໃຫ້ອົງການປົກຄອງບ້ານ ຕະຫຼອດຮອດພໍ່ແມ່
ປະຊາຊົນເປັນຜູ້ຊ່ວຍຊຸກ ຍູ້ໃຫ້ ການກັບສະໜັບສະໜູນ, ອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ກັບຜູ້ປະກອບການທີ່ມີຄວາມຕ້ອງການຢາກມາລົງທຶນພັດທະນາແຫຼ່ງທ່ອງທ່ຽວທີ່ຢູ່ພາຍໃນເມືອງພວກເຮົາໃຫ້ມີຄວາມໂດດເດັ່ນ ແລະ ເປັນສະ ຖານ ທີ່ທ່ອງທ່ຽວຂອງເມືອງໃຫ້ມີຄວາມຍືນຍົງຕະຫຼອດໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















