ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ແນວ​ຄິດ ໄກສອນ ພົມວິຫານ ຕໍ່​ກັບ​ວຽກ​ງານ​ຂົນຂວາຍ​ແມ່ຍິງ
ເວລາອອກຂ່າວ: 2026-04-24 09:36:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 451 | ຄວາມນິຍົມ:



ວຽກ​ງານ​ຂົນຂວາຍ​ແມ່ຍິງ, ປະທານ ໄກສອນ ພົມວິຫານ ຖື​ວ່າການ​ຂົນຂວາຍ​ແມ່ຍິງ ແມ່ນ​ໜ້າທີ່ ແລະ ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ພັກ ປະທານ​ມີ​ຄຳ​ເຫັນ​ວ່າ: “ເອື້ອຍ​ນ້ອງ​ແມ່ຍິງ​ຖືກ​ກົດ​ຂີ່​ຂູດ​ຮີດ​ໜັກໜ່ວງ ໃນ​ຂະ​ບວນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຈົນ​ມາ​ເຖິງ​ປັດຈຸບັນ. ເອື້ອຍ​ນ້ອງ​ແມ່ຍິງ​ໄດ້​ໄປ​ຕາມ​ພັກ ເພື່ອ​ເຮັດ​ການ​ປະຕິວັດ, ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ສ້າງ​ໜ້າ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ. ປະທານ ໄກສອນ ພົມວິຫານ ຫວັງ​ວ່າ: ເອື້ອຍ​ນ້ອງ​ແມ່ຍິງ​ເຮົາ​ຈະ​ແກ້​ໄຂ​ແນວ​ຄິດ​ຫຍໍ້ທໍ້​ງໍ້​ງ່ຽງ, ຖື​ແມ່ຍິງ​ເປັນ​ເພດ​ອ່ອນແອ ບໍ່​ມີ​ຄວາມ​ສາມາດ​ໃນ​ການ​ເຮັດ​ວຽກ ແລະ ຮ່ຳຮຽນ​ເໝືອນ​ເພດ​ຊາຍ. ຄວາມ​ພະ​ຍາມ​ຍາມ​ບືນ​ຕົວ​ຂຶ້ນ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ຂອງ​ເອື້ອຍ​ນ້ອງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຂອງ​ສັງຄົມ, ທັງ​ເປັນ​ການ​ປະຕິບັດ​ສິດ​ສະເໝີພາບ​ລະຫວ່າງ​ຍິງ-ຊາຍ, ທັງ​ເປັນ​ການ​ປົດ​ປ່ອຍ​ແມ່ຍິງ​ເທື່ອ​ລະ​ກ້າວ. ການ​ຕີ​ລາຄາ​ຂອງ​ທ່ານ​ປະທານ​ຄື​ດັ່ງກ່າວ​ນັ້ນ​ເປັນ​ການ​ປຸກລະດົມ​ອັນ​ໃຫຍ່​ຫຼວງ ຕໍ່​ເອື້ອຍ​ນ້ອງ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ, ໄດ້​ໃຫ້​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່​ການ​ປົດ​ປ່ອຍ​ຈິນຕະນາການ ຊຶ່ງ​ເປັນ​ວຽກ​ຈຳເປັນ​ທຳ​ອິດ​ຕ້ອງ​ໄດ້​ເຮັດ ເນື່ອງ​ຈາ​ກວ່າ​ທຸກ​ພາລະກິດ, ໜ້າທີ່​ວຽກ​ງານ​ຫາກ​ຍັງ​ມີ​ແນວ​ຄິດ​ບໍ່​ໂລ່ງ ບໍ່​ມີ​ຄວາມ​ເຂົ້າໃຈ ກໍ​ບໍ່​ສາມາດ​ຈະ​ປະຕິບັດ​ໄດ້​ຢ່າງ​ມີ​ໝາກຜົນ, ປະທານ​ໄດ້​ເນັ້ນ​ວ່າ: “ຍົກ​ສູງ​ຄວາມ​ຕື່ນ​ຕົວ​ທາງ​ດ້ານ​ຊົນ​ຊັ້ນ, ຄວາມ​ຕື່ນ​ຕົວ​ກ່ຽວ​ກັບ​ສັງຄົມ​ນິຍົມ, ເສີມ​ຂະຫຍາຍ​ນ້ຳໃຈ​ຮັກ​ຊາດ ແລະ ມູນເຊື້ອ​ຂອງ​ແມ່ຍິງ​ໃຫ້​ໄປ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຍາດ​ເອົາ​ໄຊຊະນະ​ອັນ​ຕັດສິນ​ມາ​ໃຫ້​ໜ້າທີ່​ດັດ​ສ້າງ ແລະ ກໍ່ສ້າງ​ສັງຄົມ​ນິຍົມ. ດັ່ງນັ້ນ, ຕ້ອງ​ສຶກ​ສາ​ອົບຮົມ​ແມ່ຍິງ​ເຮົາ ໃຫ້​ເຊື່ອມ​ຊຶມ​ກຳ​ແໜ້ນ​ບັນດາ​ທັດສະນະ​ໃຫຍ່​ຂອງ​ພັກ, ຕ້ອງ​ເຊີດ​ຊູ​ສະຕິ​ລະວັງ​ຕົວ​ປະຕິວັດ ໃຫ້​ສູງ​ຢູ່​ສະເໝີ​ເດັດດ່ຽວ​ທັບ​ມ້າງ​ທຸກ​ກົນອຸບາຍ​ເລ່​ລ່ຽມ​ອັນ​ເລິກ​ແລບ​ໂຫດ​ຫ້ຽມ​ຂອງ​ສັດຕູ​ເປັນຕົ້ນ​ແມ່ນ​ສົງຄາມ​ຈິດຕະສາດ, ການ​ຜັນ​ປ່ຽນ​ໂດຍ​ສັນຕິ, ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ປະຕິບັດ 2 ໜ້າທີ່​ຍຸດ​ທະ​ສາດ​ຄື: ປົກ​ປັກ​ຮັກສາ​ປະເທດ​ຊາດ ແລະ ກໍ່ສ້າງ​ສັງຄົມ. ໃນ​ການ​ສຶກ​ສາ​ອົບຮົມ​ນັ້ນ​ຕ້ອງ​ເອົາໃຈໃສ່​ເຖິງ​ຈຸດ​ພິເສດ​ສະເພາະ​ຂອງ​ແມ່ຍິງ ເພື່ອ​ຈະ​ມີ​ເນື້ອ​ໃນ​ຮູບ​ການ ແລະ ວິທີ​ການ​ທີ່​ສອດຄ່ອງ, ເຮັດ​ແນວໃດ​ໃຫ້​ແຜນ​ນະໂຍບາຍ, ນະໂຍບາຍ​ຂອງ​ພັກ​ເຊື່ອມ​ຊຶມ​ເຂົ້າ​ໃນ​ຂະ​ບວນ​ການ​ແມ່ຍິງ​ນັບ​ທັງ​ແມ່ຍິງ​ທີ່​ກ້າວໜ້າ​ຊ້າ ຫຼື ຫຼ້າຫຼັງ​ກວ່າ​ເພິ່ນ ໂດຍ​ຜ່ານ​ການເຄື່ອນໄຫວ​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ ແລະ ສັງຄົມ ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ສຶກ​ສາ​ອົບຮົມ​ການເມືອງ​ເຂົ້າ​ສູ່​ມະຫາຊົນ​ຢ່າງ​ງ່າຍດາຍ ແລະ ມີ​ຜົນ​ຕົວ​ຈິງ”. ປະທານ ໄກສອນ ພົມວິຫານ ໄດ້​ມີ​ຄຳ​ເຫັນ​ສືບຕໍ່​ພາລະກິດ​ປົດ​ປ່ອຍ​ແມ່ຍິງ​ທາງ​ດ້ານ​ຈິນ​ຕະ​ນາ ການ ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ II ຜູ້​ແທນ​ແມ່ຍິງ​ລາວ​ທົ່ວ​ປະເທດ ປີ 1988 ວ່າ: “ຕ້ອງ​ປ່ຽນແປງ​ໃໝ່​ກ່ຽວ​ກັບ​ຈິນຕະນາການ​ໃນ​ວຽກ​ງານ​ຂົນຂວາຍ​ແມ່ຍິງ, ປ່ຽນແປງ​ໃໝ່​ກ່ຽວ​ກັບ​ເນື້ອ​ໃນ ແລະ ແບບ​ວິທີ​ການເຄື່ອນໄຫວ​ຂອງ​ສະຫະພັນ​ແມ່ຍິງ. ໝາຍ​ຄວາມ​ວ່າ​ວຽກ​ງານ​ຂົນຂວາຍ​ແມ່ຍິງ ເປັນຄວາມ​ຮັບ​ຜິດ ຊອບ​ຂອງ​ທົ່ວ​ພັກ ແລະ ທົ່ວ​ປວງ​ຊົນ, ແຕ່​ຫາກ​ບໍ່​ແມ່ນ​ຂອງ​ສະຫະພັນ​ແມ່ຍິງ​ຜູ້​ດຽວ, ຈິງ​ຢູ່​ວ່າ​ສະຫະ ພັນ​ແມ່ຍິງ​ເປັນ​ອົງ​ການຈັດຕັ້ງ​ທີ່​ພັກ​ມອບ​ໝາຍ​ໃຫ້​ເປັນ​ທັງ​ເສນາ​ທິ​ການ, ເປັນ​ທັງ​ອົງການ​ຮັບຜິດຊອບ​ການ​ປຸກລະດົມ ແລະ ຈັດ​ຕັ້ງ​ຂະ​ບວນ​ການ​ແມ່ຍິງ, ຕິດຕາມ ແລະ ກວດກາ​ການ​ປະຕິບັດ​ທຸກ​ແຜນ​ນະໂຍບາຍ, ນະໂຍບາຍ​ຂອງ​ພັກ ແລະ ລັດ​ກ່ຽວ​ກັບ​ແມ່ຍິງ” ອັນ​ນີ້​ເປັນຄວາມ​ເລັ່ງ​ທວງ​ອັນ​ຮີບ​ດ່ວນ​ສຳລັບ​ຊຸກຍູ້​ຂະ​ບວນ​ການ​ແມ່ຍິງ​ໄປ​ສູ່​ຄຸນ​ນະ​ພາບ​ໃໝ່. ກ່ອນ​ອື່ນ​ຕ້ອງ​ເຂົ້າໃຈ​ແຈ້ງວ່າ​ວຽກ​ງານ​ຂົນຂວາຍ​ແມ່ຍິງ​ເປັນ​ໜ້າທີ່​ປະຕິວັດ​ອັນ​ຍາວ​ນານ​ອັນ​ໜຶ່ງ, ມັນ​ບໍ່​ພຽງ​ແຕ່​ກ່ຽວ​ພັນ​ເຖິງ​ເພດ​ຍິງ​ທີ່​ກວມ​ກວ່າ​ເຄິ່ງ​ໜຶ່ງ​ຂອງ​ປະຊາກອນ​ເທົ່າ​ນັ້ນ, ແຕ່​ຍັງ​ກ່ຽວ​ພັນ​ເຖິງ​ໝົດ​ທັງ​ສັງຄົມ​ເວົ້າ​ລວມ ແລະ ແຕ່​ລະ​ຄອບຄົວ ເວົ້າ​ສະເພາະ, ທັງ​ຕິດ​ພັນ​ຢ່າງ​ສະໜິດ​ແໜ້ນ​ເຖິງ​ການ​ປົກ​ປັນ​ຮັກສາ ແລະ ການ​ຂະຫຍາຍ​ເຊື້ອ​ພັນ​ຂອງ​ຊາດ​ອີກ​ດ້ວຍ. ດັ່ງນັ້ນ, ວຽກ​ງານ​ຂົນຂວາຍ​ແມ່ຍິງ​ຈຶ່ງ​ຕ້ອງ​ກວມ​ໝົດ​ທຸກ​ຂົງເຂດ​ເຊັ່ນ: ການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ ແລະ​ເຜົ່າ​ຊົນ. ຂໍ້​ມູນ: ​ສສຍລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ