ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ກອງພົນທີ 3 ປະກາດລຸລ່ວງນາຍທະຫານພັກການ ເພື່ອກຽມເຂົ້າຮັບເບ້ຍບໍານານ
ເວລາອອກຂ່າວ: 2026-04-22 10:33:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 507 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 21 ເມສາ 2026 ນີ້, ກອງພົນທີ 3 ໄດ້ຈັດພິທີ ປະກາດລຸລ່ວງໃຫ້ນາຍທະຫານພັກການ ເພື່ອກຽມເຂົ້າຮັບເບ້ຍບໍານານ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງກອງພົນທີ 3, ມີຄະນະຫ້ອງ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານທີ່ຖືກລຸລ່ວງພັກການ ເພື່ອກຽມເຂົ້າຮັບເບ້ຍບໍານານເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຫົວໜ້າພະແນກພະນັກງານກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດ ໃຫ້ນາຍທະຫານຢູ່ກອງພົນທີ 3 ພັກການ ເພື່ອກຽມຮັບບໍານານ, ອີງຕາມ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຕົກລົງໃຫ້ນາຍທະຫານຢູ່ກອງພົນທີ 3 ພັກການ ເພື່ອກຽມເຂົ້າຮັບເບ້ຍບໍານານ ຈໍານວນ 5 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ໄດ້ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນທັງ 5 ສະຫາຍທີ່ໄດ້ສຸມສະຕິປັນຍາ ອຸທິດເຫື່ອແຮງປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດສໍາເລັດໜ້າທີ່ ທີ່ພັກ-ລັດ ກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ນີ້ກໍເປັນການປະຕິບັດນະໂຍບາຍຂອງພັກ-ລັດ ແລະ ກະຊວງປ້ອງກັນປະເທດ ທີ່ມີຕໍ່ພະນັກງານ-ນັກຮົບ, ເປັນກົດເກນເມື່ອຮອດອາຍຸກະສຽນແມ່ນຈະໄດ້ປະຕິບັດຕາມແນວທາງນະໂຍບາຍຂອງຂັ້ນເທິງ ກໍຄືຂອງພັກ-ລັດ, ພ້ອມທັງເນັ້ນໜັກໃຫ້ແຕ່ສະຫາຍ ຈົ່ງສືບຕໍ່ຮັກສາທາດແທ້ມູນເຊື້ອປະຕິວັດ, ເປັນຫຼັກແຫຼ່ງສຶກສາອົບຮົມລູກຫຼານໃຫ້ປະຕິບັດລະບຽບກົດໝາຍຂອງບ້ານໃຫ້ເປັນປົກກະຕິ ພ້ອມກັນປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານອົງການປົກຄອງທ້ອງຖິ່ນຕາມຄວາມສາມາດຂອງຕົນ, ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານຮຸ່ນສືບທອດຕໍ່ໄປ. ໂດຍ: ຄໍາຜຸຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ