ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ຄະນະບໍລິຫານງານພັກ ກອງພົນທີ 5 ສະຫຼຸບການນໍາພາລວມ ປະຈໍາໄຕມາດ I
ເວລາອອກຂ່າວ: 2026-04-22 10:31:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 531 | ຄວາມນິຍົມ:



ວັນທີ 21 ເມສາ 2026 ນີ້, ກອງພົນທີ 5 ໄດ້ຈັດກອງປະຊຸມ ສະຫຼຸບການນໍາພາລວມຂອງຄະນະບໍລິຫານງານພັກ ກອງພົນທີ 5 ປະຈໍາໄຕມາດ I ແລະ ວາງທິດທາງແຜນການໄຕມາດ II ປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 5, ມີສະຫາຍ ພັນເອກ ບຸນສົມ ອິນທະລາ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພົນທີ 5 ພ້ອມດ້ວຍ ກຳມະການຄະນະບໍລິຫານງານພັກ ກອງພົນເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນເອກ ວຽງແກ້ວ ມະຫາໄຊ ຄະນະປະຈຳພັກ, ຫົວໜ້າຫ້ອງການການເມືອງ ກອງພົນທີ 5 ໄດ້ຜ່ານບົດສະຫຼຸບ ການນຳພາຂອງຄະນະບໍລິຫານພັກກອງພົນ ປະຈຳໄຕມາດທີ I ແລະ ທິດທາງແຜນການໄຕມາດທີ II ປະຈໍາປີ 2026, ໂດຍໄດ້ຍົກໃຫ້ເຫັນ ພາລະບົດບາດ, ການນຳພາຂອງຄະນະບໍລິຫານງານພັກກອງພົນ ໂດຍອີງໃສ່ລະບຽບຫຼັກການ ແລະ ແບບແຜນວີທີເຮັດວຽກ ຂອງຄະນະພັກກອງພົນ ແຕ່ລະຂັ້ນ ໃນການເຄື່ອນໄຫວຊີ້ນຳ ບັນດາຂົງເຂດວຽກງານຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບການ ຈັດຕັ້ງເຄື່ອນໄຫວ ນຳພາບັນດາຂົງເຂດວຽກງານການຈັດຕັ້ງຜັນຂະຫຍາຍເນື້ອໃນຂອງມະຕິກອງປະຊຸມຄົບຄະນະບໍລິຫານພັກ ຈາກນັ້ນ, ບັນດາສະຫາຍ ທີ່ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄຳຄິດ ຄຳເຫັນ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກໍໄດ້ມີຄຳເຫັນຊີ້ນຳ ພ້ອມທັງເນັ້ນໜັກໃຫ້ ຄະນະພັກ ຈົ່ງພ້ອມກັນຍົກສູງພາລະບົດບາດຂອງຕົນ ໃນການຊີ້ນຳໆພາທຸກຂົງເຂດວຽກງານທີ່ກ່ຽວຂ້ອງກັບໜ້າທີ່ການເມືອງຂອງຕົນ ອີງໃສ່ການນຳພາຂອງພັກກົດລະບຽບຂອງພັກ ຢ່າງເຂັ້ມງວດ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ. ໂດຍ: ທອງປານ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ