ຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ວາງພວງມາລາຢູ່ອະນຸສາວະລີ ຮ່ວມສຳພັນສູ້ຮົບລາວ-ຫວຽດນາມ
ເວລາອອກຂ່າວ: 2026-04-20 10:22:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 560 | ຄວາມນິຍົມ: ![]()
ໃນວັນທີ 19 ເມສາ 2026 ນີ້, ຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີ ຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ແຂວງອຸດົມໄຊ ນຳໂດຍ ສະຫາຍ ພົນຈັດຕະວາ ດວນ ກວາງ ຮົວ ຫົວໜ້າກົມນະໂຍບາຍ-ສັງຄົມ-ອົງການຜູ້ປະຈໍາຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ພ້ອມດ້ວຍຄະນະ. ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ມີສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການວາງພວງມາລາຢູ່ອະນຸສາວະລີ ຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ໃນຄັ້ງນີ້ ກໍເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຢ່າງລົ້ນເຫຼືອເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດສອງຊາດລາວ-ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ຕໍ່ສູ້ຄຽງບ່າຄຽງໄລ່ຕ້ານສັດຕູຕົວດຽວກັນ ອັນລະອິດລະອ້ຽວ ຍືດເຍື້ອຍາວນານ ພາຍໃຕ້ການ ຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວແລະພັກກອມມູນິດຫວຽດນາມ ຈົນສາມາດກອບກູ້ເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູ່ປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລເປັນກ້າວໆ ແລະ ປະກາດເອກະລາດ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຈົນຮອດປັດຈຸບັນ. ອະນຸສາວະລີຮ່ວມສຳພັນສູ້ຮົບຫວຽດນາມ-ລາວ ແມ່ນສັນຍະລັກແຫ່ງນໍ້າໃຈສາມັກຄີ, ສາຍພົວພັນອັນສະໜິດຕິດແໜ້ນລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ, ກໍຄືການເສຍສະຫຼະເລືອດເນື້ອເພື່ອພາລະກິດປະຕິວັດຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນພລະກິດຕໍ່ສູ້ຍາດເອົາເອກະລາດຂອງປະຊາຊົນລາວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















