ກວ່າຈະສ້າງເປັນຕົວເມືອງນ້ອຍໃນຊົນນະບົດໃຜວ່າມັນງ່າຍ
ເວລາອອກຂ່າວ: 2026-04-20 09:16:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ: ![]()
ເລີ່ມແຕ່ການເຮັດສຳເລັດພາລະກິດປະຕິວັດຊາດປະຊາທິປະໄຕ ທີ່ຍືດເຍື້ອຍາວນານ ແລະ ສະຖາປານາລະບອບໃໝ່ ສປປ ລາວ ເປັນຕົ້ນມາ, ເວົ້າສະເພາະຂອບເຂດກຸ່ມບ້ານຄັງວຽງ (ເມືອງໝອກ ແຂວງຊຽງຂວາງ) ແມ່ນໄດ້ປະເຊີນໜ້າກັບສິ່ງທ້າທາຍ, ບົດທົດສອບ ທີ່ອັນຕະລາຍຮ້າຍກາດນາໆປະການ ຕົກຢູ່ໃນສະພາບບ້ານສະແຊກຂາດ ຫຼາຍຫຼົບຫຼາຍຕ່າວ ປະຊາຊົນໄດ້ຮັບຜົນກະທົບອັນໜັກໜ່ວງ ຈາກການເຄື່ອນໄຫວກໍ່ກວນຄວາມບໍ່ສະຫງົບຂອງພວກກອງປຸ້ນ (ເຈົ້າຟ້າ ໄມ້ມືຂອງວາງປາວ) ສະກັດລັດຕີ, ປຸ້ນຈີ້, ນາບຂູ່ຈິດໃຈຕໍ່ກຳລັງ
ປະກອບອາວຸດເຮົາ ແລະ ປະຊາຊົນ ເຮັດໃຫ້ເກີດມີສະພາບງໍ້ຫງ່ຽງ ຂາດຄວາມອຸ່ນອຽນທຸ່ນທ່ຽງ ໃນການສ້າງສາ ແລະ ທຳມາຫາກິນ.
ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ໝົດໄປ, ບົນຈິດໃຈຜັນຂະຫຍາຍ-ຈັດຕັ້ງປະຕິບັດມະຕິຄຳສັ່ງ ແນະນຳຂອງກົມໃຫຍ່ການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຫັນລົງກໍ່ສ້າງຮາກຖານການເມືຶອງ-ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບວຽກງານ 3 ສ້າງ, ເຕົ້າໂຮມບ້ານນ້ອຍ ທີ່ຕັ້ງຢູ່ກະແຈກກະຈາຍເຂົ້າມາເປັນບ້ານໃຫຍ່ ເພື່ອສະດວກຕໍ່ການຄຸ້ມຄອງ. ການກຳນົດແຜນພັດທະນາດ້ານຕ່າງໆສ້າງໃຫ້ຊົນນະບົດແຫ່ງນີ້ມີໃບໜ້າອັນໃໝ່ດີຂຶ້ນເປັນກ້າວໆ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ທ້ອງຖິ່ນໄດ້ຮັບການປັບປຸ່ງນັບມື້ດີຂຶ້ນ, ຄະນະຈຳພັກກະຊວງປ້ອງກັນປະເທດ ໄດ້ອອກມະຕິຄຳສັ່ງ-ແນະນຳ ຫັນເອົາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ຫັນລົງກໍ່ສ້າງຮາກຖານ ຢ່າງແຂງແຮງ ໂດຍມີກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ ເປັນເສນາທິການ ໃຫ້ແກ່ຄະນະພັກກະຊວງປ້ອງກັນປະເທດ, ປະສານສົມທົບຮັດແໜ້ນ ກັບຄະນະພັກ-ອົງການປົກຄອງແຂວງ, ເມືອງ, ບັນດາຂະແໜງການທີ່ກຽວຂ້ອງເປັນປາຍແຫຼມ ຫັນເອົາພະນັກງານວິຊາການຂອງຕົນລົງຕິດແທດຕົວຈິງກັບຮາກຖານ.
ຜ່ານການລົງກິ້ງເກືອກລີເລືອ ຕິດແທດກັບຮາກຖານ ປະຕິບັດຕົວຈິງ ຕາມບາກກ້າວຕ່າງໆ ດ້ວຍການເວລາອັນຍາວເຍີ້ນ ເກືອບສອງທົດສະວັດ ນັ້ນບັນດາໜໍ່ແໜງອັນເປັນພື້ນຖານ ໄດ້ປະກົດໃຫ້ເຫັນໂຕຈິງເປັນກ້າວໆມາຈົນສາມາດບັນລຸໄດ້ຕາມແຜນການທີ່ ພັກ-ລັດ ວາງອອກ ແລະ ກໍໄດ້ຈັດຕັ້ງພິທີປະກາດຢ່າງເປັນທາງການ ການຮັບຮອງເອົາ ກຸ່ມບ້ານຄັງວຽງ ໂດຍແມ່ນບ້ານຄັງວຽງເປັນຈຸດໃຈກາງ ເປັນຕົວເມືອງນ້ອຍໃນຊົນນະບົດ ໃນວັນທີ 30 ມິຖຸນາ 2025 ເປັນທີ່ຊື່ນຊົມຂອງໝົດທຸກຄົນ ໃນທ້ອງຖິ່ນ ທີ່ໄດ້ດຳລົງຊີວິດຢູ່ຢ່າງສະຫງົບອຸ່ນອຽນ ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໄດ້ຮັບການປັບປຸງຟື້ນຟູດີຂຶ້ນລື່ນແຕ່ເກົ່າ ແບບດຳເປັນຂາວຢ່າງຈະແຈ້ງ.
ບາງບົດຮຽນສຳຄັນພື້ນຖານທີ່ຖອດຖອນໄດ້ຈາກໝາກຜົນດັ່ງກ່າວ ພໍສັງລວມໄດ້ດັ່ງນີ້:
ຄວາມເປັນເຈົ້າການຂອງກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ ທີ່ໄດ້ຮັບມອບໝາຍໃນການເຄື່ອນໄຫວ ເຮັດໃຫ້ສະພາບມີຄວາມສະຫງົບ , ກຳຈັດ - ຮັດແຄບ-ລົບລ້າງຂັ້ນເດັດຂາດ ຕໍ່ທຸກການເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ຂອງພວກກອງປຸ້ນ(ເຈົ້າຟ້າ) ສົມທົບແໜ້ນກັບການໂຄສະນາ ຂົນຂວາຍ ໃຫ້ພາກສ່ວນ ຄອບຄົວເຂົາທີ່ດຳລົງຊີວິດແບບເລື່ອນລອຍ ໃຫ້ກັບຕົວກັບໃຈອອກມາປັກຫຼັກຕັ້ງຖານ ແບບຄົງທີ່ກາຍເປັນພົນລະເມືອງດີຂອງຊາດ; ເໝືອນດັ່ງປະຊາຊົນລາວເຜົ່າຕ່າງໆໃນອົງຄະນາຍາດແຫ່ງຊາດ; ພ້ອມນີ້ ຕັ້ງໜ້າປຸກລຸກຂົນຂວາຍປະຊາຊົນ ຢູ່ແຕ່ລະຮາກຖານບ້ານໃຫ້ຮັບຮູ້ເຂົ້າໃຈແນວທາງນະໂຍບາຍຂອງ ພັກ-ລັດ ກ້າວສູ້ການເຕົ້າໂຮມເອົາບັນດາບ້ານນ້ອຍທີ່ຕັ້ງຢູ່ກະແຈກກະຈາຍ ໃນເມື່ອກ່ອນ ເຂົ້າມາລວມກັນເປັນບ້ານໃຫຍ່ເປັນຮູບປະທຳຕົວຈິງ, ປະຕິບັດນະໂຍບາຍມອບດິນ- ມອບປ່າ ໃຫ້ແຕ່ລະບ້ານຄຸ້ມຄອງ ແລະ ນຳໃຊ້ຈັດສັນເນື້ອທີ່ຕັ້ງທີ່ຢູ່ອາໄສ, ເນື້ອທີ່ທຳການຜະລິດໃຫ້ແຕ່ລະຄອບຄົວຊ່ວຍພາຫະນະຂອງກົມກອງໃຫ້ເຫຼົ່າຮົບສ່າງແສງ ບຸກເບີກເນື້ອທີ່ໃຫ້ຊ່ວຍວັດຖຸທີ່ຈຳເປັນໃນການປຸກສ້າງທີ່ຢູ່ອາໃສ ແລະ ການດຳລົງຊີວິດປະຈຳວັນໃນເບື້ອງຕົ້ນ (ເຂົ້າ-ເກືອ).
ທະລຸ-ບຸກເບີກ ເສັ້ນທາງເຂົ້າຫາໃຈກາງຈຸດສຸມ ແລະ ແຕ່ລະບ້ານ, ສ້າງຂົວຂ້າມຕາມລຳນ້ຳຕ່າງໆສ້າງເງື່ອນໄຂສະດວກຕໍ່ການໄປມາຫາສູ່ຈໍລະຈອນສິນ
ຄ້າ, ປູຍາງ 2 ຊັ້ນ ເສັ້ນທາງຫຼັກ ພາຍໃນຕົວເມືອງ ບາງບ່ອນກໍ່ເປັນທາງປະເພດປູແຮ່, ເປັນເຈົ້າການກວດກູ້ລະເບີດຕົກຄ້າງທີ່ບໍ່ທັນແຕກ ໃນປາງສົງຄາມຢູ່ບ່ອນຕັ້ງທີ່ຢູ່ອາໃສ-ເນື້ອທີ່ທຳການຜະລິດປຸກສ້າງອາຄານແບບຖາວອນ
ທີ່ຕັ້ງອົງການປົກຄອງເມືອງ ແລະ ຂະແໜງການຕ່າງໆ, ໂຮງໝໍຂະໜາດນ້ອຍ, ສ້າງຕະຫຼາດຊຸມຊົມ, ໂຮງຮຽນປະຖົມ ແລະ ມັດຖະຍົມ.
ຂະຫຍາຍຕາໜ່າງໄຟຟ້າ ເຂົ້າເຖິງແຕ່ລະຄອບຄົວ ແລະ ຕາໜ່າງໂທລະຄົມມະນາຄົມ. ບັນດາໂຄງການພັດທະນາ ດັ່ງໄດ້ຍົກມາຕົ້ນຕໍແມ່ນ ລັດຖະບານ ສະໜອງງົບປະມານໃຫ້ ສົມທົບກັບທຶນກະຊວງປ້ອງກັນປະເທດ ແລະ ຂອງແຂວງ. ເມື່ອບັນດາໂຄງລ່າງພື້ນຖານດັ່ງໄດ້ຍົກມາປະກົດເປັນຈິງຕໍ່ສາຍຕາຂອງປະຊາຊົນໃນທ້ອງຖິ່ນ, ແຕ່ລະຄອບຄົວຕ່າງກໍມີຄວາມອຸ່ນອຽນທຸ່ນທ່ຽງ ໃນການ
ດຳລົງຊີວິດ ມີຄວາມກະຕືລືລົ້ນ ແຂ່ງຂັນກັນຜະລິດສ້າງເສດຖະກິດ ປູກ-ລ້ຽງ-ເຮັດບໍລິການ ດ້ານຕ່າງໆຕາມເງື່ອນໄຂທ່າແຮງບົ່ມຊ້ອນຕົວຈິງຂອງແຕ່ລະຄອບຄົວຈາກສະພາບທຸກຍາກຂາດເຂີນ ໃນເມື່ອກ່ອນກ້າວຂຶ້ນສູ່ການກຸ້ມຢູ່ເຫຼືອກິນ ມີສ່ວນສະສົມສຳຫຼັບການປຸກສ້າງ ທີ່ຢູ່ອາໄສແບບແໜ້ນໜາຖາວອນເພີ່ມຂຶ້ນເປັນລຳດັບ, ຈຳນວນໜຶ່ງທີ່ອາໄສຢູ່ຕ່າງຖິ່ນກໍຖະຍອຍໄປຕັ້ງຫຼັກປັກຖານເພີ່ມເຂົ້າຕື່ມ, ທຳການຜະລິດ ແລະ ເຮັດບໍລິການຕ່າງໆສ້າງໃຫ້ເກີດມີຊຸມຊົນໜາແໜ້ນເພີ່ມຂຶ້ນເປັນກ້າວໆ ທັງໃນຕໍ່ໜ້າ ແລະ ຍາວນານ, ປັດຈຸບັນຈຸດສຸມຄັງວຽງ ປະກອບມີ 7 ບ້ານຂຶ້ນກັບ, ສ່ວນຫຼາຍແມ່ນພີ່ນ້ອງຊົນເຜົ່າມົ້ງ, ຖັດມາແມ່ນລາວລຸ່ມ ແລະ ເຜົ່າກຶມມຸ ອາໄສຢູ່ຮ່ວມກັນຢ່າງກົມກຽວ ສາມັກຄີປອງດອງ ຈຳນວນຄອບຄົວທຸກຍາກໄດ້ຫຼຸດລົງຢ່າງຈະແຈ້ງຍັງເຫຼືອພຽງແຕ່ 38 ຄອບຄົວເທົ່ານັ້ນ ສ່ວນຍົກຍ້າຍມາຢູ່ໃໝ່ຈາກເດີມ ທັງໝົດ 149 ຄອບຄົວ. ເຊິ່ງເຊື່ອໝັ້ນວ່າ ໂດຍສືບຕໍ່ ຍຶດໝັ້ນປະຕິວັດຕາມ 4 ເນື້ອໃນ 4 ຄາດໝາຍ ຂອງການກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ, ມະຕິ 3 ສ້າງທີ່ພັກກຳນົດໄວ້, ຮູ້ຖອດຖອນບົດຮຽນດ້ານຕັ້ງໜ້າ, ເປັນເຈົ້າການດັດແປງແກ້ຈຸດຄົງຄ້າງ, ສິ່ງ
ອຸດຕັນ ໃນຜ່ານມາຢ່າງຖືກທິດ ປະດິດສ້າງນັ້ນຈຸດສຸມຄັງວຽງ ບໍ່ພຽງແຕ່ຈະເປັນຕົວເມືອງນ້ອຍໃນຊົນນະບົດທີ່ມີມົນສະເໜ່ດ້ວຍພູມສັນຖານ ທີ່ສວຍງາມອຸດົມສົມ
ບູນເທົ່ານັ້ນ, ມັນອາດຈະກາຍເປັນຈຸດໜຶ່ງທີ່ໜ້າໄປສຳພັດ, ທ່ອງທ່ຽວ ຂອງຜູ້ຄົນພາຍໃນ ແລະ ຕ່າງປະເທດອີກດ້ວຍ.
ໂດຍ: ປ ຊາຕີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















