ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ມອບ​ເຄື່ອງ​ກິລາ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ກອງຮ້ອຍ​ທະຫານ​ໃໝ່
ເວລາອອກຂ່າວ: 2026-04-20 09:13:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ໃນ​ຕົ້ນ​ເດືອນ ເມສາ 2026 ນີ້, ສະຫາຍ ຮ້ອຍ​ໂທ ຄຳ​ນ້ອຍ ອຸ່ນ​ທະ​ສິງ ຊ່ວຍ​ວຽກ​ຂະແໜງ​ສືບ​ຂ່າວ ກອງພັນ​ໃຫຍ່ 301 ກອງ​ພົນ​ທີ 3 ໄດ້​ນຳ​ເອົາ​ເຄື່ອງ​ກິລາ ຈຳນວນ 13 ຊຸດ​ລວມ​ມູນ​ຄ່າ 780.000 ກີບ ມາ​ມອບ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ກອງຮ້ອຍ​ທະຫານ​ໃໝ່ ຊຸດ​ທີ 18 ໂດຍ​ການ​ກ່າວ​ຮັບ​ຂອງ​ ສະຫາຍ ​ຮ້ອຍ​ເອກ ສີ​ຈັນ ແສງ​ອຸທິດ ຫົວໜ້າ​ການເມືອງ​ກອງຮ້ອຍ​ທະຫານ​ໃໝ່ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ສະຫາຍ ຮ້ອຍ​ເອກ ສີ​ຈັນ ແສງ​ອຸທິດ ກໍໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ສະຫາຍ ຮ້ອຍ​ໂທ ຄຳ​ນ້ອຍ ອຸ່ນ​ທະ​ສິງ ທີ່​ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ມາ​ມອບ​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ອວຍພອນ​ໃຫ້​ສະຫາຍ​ຈົ່ງ​ມີ​ສຸຂະພາບ​ແຂງແຮງ​ທັງ​ສວນ​ຕົວ ແລະ ຄອບຄົວ ສືບຕໍ່​ປະຕິບັດ​ໜ້າທີ່​ວຽກ​ງານ​ໃຫ້​ມີ​ຜົນສຳເລັດ​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ ແລະ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ເອົາ​ເຄື່ອງ​ກິລາ​ນີ້​ໄປ​ໝູນ​ ໃຊ້​ເຂົ້າ​ໃນ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ທີ່​ກົມ​ກອງ​ ກໍ​ຄື​ຂັ້ນ​ເທິງ​ຈັດ​ຂັ້ນ​ໃຫ້​ມີ​ບັນຍາ ກາດ​ຟົດຟື້ນ​ມ່ວນຊື່ນ. ໂດຍ: ຈອມ​ແສງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ