ຄະນະແພດທະຫານ ແລະ ປົກຄອງ ກອງບັນຊາການທະຫານແຂວງຢາລາຍ ສສ ຫວຽດນາມ ເຄື່ອນໄຫວກວດສຸຂະພາບ, ຈ່າຍຢາ, ມອບຂອງຂວັນ ແລະ ທຶນຊ່ວຍເຫຼືອໃຫ້ປະຊາຊົນລາວ
ເວລາອອກຂ່າວ: 2026-04-20 09:09:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 100 | ຄວາມນິຍົມ: ![]()
ວັນທີ 24 ມີນາ 2026 ນີ້, ຄະນະແພດທະຫານ ແລະ ປົກຄອງ ທີ່ເດີນທາງມາຈາກກອງບັນຊາການທະຫານແຂວງຢາລາຍ ທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມ, ເຊິ່ງນຳໂດຍ ສະຫາຍ ພັນເອກ ເລ ແທັງ ຕຸງ
ຮອງຫົວໜ້າກອງບັນຊາການທະຫານແຂວງຢາລາຍ ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະນຳວິຊາການແພດ ຈາກກອງບັນຊາການທະຫານແຂວງຈຳປາສັກ
ແລະ ເມືອງຊະນະສົມບູນ ໄດ້ລົງເຄື່ອນໄຫວກວດສຸຂະພາບ, ຈ່າຍຢາ, ມອບຂອງຂວັນ ແລະ ທຶນຊ່ວຍເຫຼືອໃຫ້ແກ່ປະຊາຊົນ ຢູ່ທີ່ວັດບ້ານໜອງເມັກ ເມືອງຊະນະສົມບູນ ແຂວງຈຳປາສັກ, ໂດຍການຕ້ອນຮັບຂອງ ສະຫາຍ ບຸນເພັງ ສີລິວັດ ຮອງປະທານຄະນະກຳມະການປົກຄອງເມືອງຊະນະສົມບູນ ພ້ອມດ້ວຍ ອຳນາດການປົກຄອງບ້ານ ຕະຫຼອດຮອດປະຊາຊົນໃນ 7 ບ້ານ ຢ່າງອົບອຸ່ນ.
ສະຫາຍ ພັນເອກ ເລ ແທັງ ຕຸງ ໄດ້ກ່າວສະແດງຄວາມຮູ້ສຶກດີໃຈທີ່ການນຳຂອງເມືອງ, ອຳ ນາດການປົກຄອງບ້ານ ກໍຄືປະຊາຊົນພາຍໃນ 7 ບ້ານ ຄື: ບ້ານໜອງເມັກ, ບ້ານບຸງຄ້າ, ບ້ານສີທວນ, ບ້ານອອກເມືອງ, ບ້ານຊອນພາກ, ບ້ານໃໝ່ສີງສຳພັນ ແລະ ບ້ານສຸລະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ກ່າວຄວາມຢ້ຽມຢາມຖາມຂ່າວເຖິງຊີວິດການເປັນຢູ່, ດ້ານສຸຂະພາບ ຂອງພໍ່ແມ່ປະຊາຊົນ ດ້ວຍຄວາມເປັນຫວ່ງເປັນໃຍ, ເຊິ່ງສະຫາຍໄດ້ກ່າວວ່າ: ເພື່ອເສີມຂະຫຍາຍ ແລະ ສົ່ງເສີມສາຍພົວພັນຄວາມສາມັກຄີແບບພິເສດ, ທັງເປັນການແບ່ງເບົາຄວາມທຸກຍາກຂອງປະຊາຊົນຊາວແຂວງຈຳປາສັກ ແລະ ປະຕິບັດນະໂຍບາຍການຕ່າງປະເທດ, ຄະນະກຳມະການສູນກາງ, ກະຊວງປ້ອງກັນປະເທດ ແລະ ຄະນະພັກກອງບັນຊາການທະຫານ ເຂດ 5 , ຄະນະພັກ, ຄະນະກຳມະການປົກຄອງແຂວງຢາລາຍ ກໍຄືກອງບັນຊາການທະຫານແຂວງຢາລາຍ ສສ ຫວຽດນາມ ຈຶ່ງໄດ້ຈັດຕັ້ງຄະນະຜູ້ແທນ ແພດທະຫານ ແລະ ແພດປົກຄອງ ມາຢ້ຽມຢາມ, ມອບຂອງຂວັນ, ມອບອຸປະກອນການແພດ, ກວດສຸຂະ
ພາບ, ຈ່າຍຢາ ແລະ ມອບທຶນຊ່ວຍເຫຼືອ ໃຫ້ແກ່ປະຊາຊົນ ພາຍໃນບ້ານຕ່າງໆ ຂອງເມືອງຊະນະສົມບູນ ແຂວງຈຳປາສັກ ເນື່ອງໃນໂອກາດວັນບຸນປີໃໝ່ລາວທີ່ໃກ້ຈະມາເຖິງນີ້ ແລະ ອວຍພອນ ໄຊອັນປະເສີດແດ່ການນຳຂັ້ນເມືອງ, ຕະຫຼອດຮອດອຳນາດການປົກຄອງ ແລະ ປະຊາຊົນໃນ 7 ບ້ານ ຈົ່ງມີສຸຂະພາບແຂງແຮງ, ມີພະລະນາໄມສົມບູນ, ຄອບຄົວມີຄວາມຜາສຸກ, ອວຍພອນແດ່
ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະ
ເພາະ ກໍຄື ແຂວງຈຳປາສັກ ກັບ ແຂວງຢາລາຍ ໃຫ້ມີສາຍພົວພັນຮ່ວມມືອັນສະໜິດແໜ້ນ, ເພີ່ມພູນຄູນສ້າງ ແລະ ຍືນຍົງຕະຫຼອດໄປ. ໃນການເດີນທາງມາຢ້ຽມຢາມອວຍພອນປີໃໝ່ ແລະ ກວດພະຍາດ,ຈ່າຍຢາ ໃຫ້ປະຊາຊົນ
ຈຳນວນ 1.000 ຄອບຄົວ, ມອບຂອງຂວັນ ຈຳນວນ 200 ຊຸດ ແຕ່ລະຊຸດມີມູນຄ່າ 500.000 ດົ້ງ ແລະ ທຶນຊ່ວຍເຫຼືອ ສ້ອມ ແປງເຮືອນໃຫ້ຄອບຄົວທີ່ທຸກຍາກ 5 ຄອບຄົວ, ຄອບຄົວລະ 20.000.000 ດົ້ງ. ໃນນີ້, ຄອບ ຄົວທະຫານ 3 ຄອບຄົວ ແລະ ຄອບຄົວ ປະຊາຊົນ 2 ຄອບຄົວ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















