ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ກອງພັນ​ໃຫຍ່ 605 ສະຫຼຸບ​ການ​ລົງ​ເຝິກ​ງານ​ ຂອງ​ນັກ​ສຶກ​ສາ​ປະລິນຍາ​ຕີ ຊຸດ​ທີ VII ທີ່​ລົງ​ມາ​ເຝິກ​ງານ
ເວລາອອກຂ່າວ: 2026-04-20 09:05:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:



ວັນ​ທີ 27 ມີນາ 2026 ນີ້, ກອງພັນ​ໃຫຍ່ 605 ໄດ້​ຈັດ​ຕັ້ງ​ສະຫຼຸບ​ຕີ​ລາຄາ​ໂດຍ​ຫຍໍ້ວຽກ​ງານ​ນັກ​ສຶກ​ສາ ປະລິນຍາ​ຕີ ຊຸດ​ທີ VII ຂອງ​ວິທະຍາຄານ​ການ​ແພດ​ກອງທັບ ທີ່​ລົງ​ມາ​ເຝິກ​ງານ​ຢູ່​ກອງພັນ​ໃຫຍ່ 605 ແລະ ມອບ​ນັກ​ສຶກ​ສາ​ສົ່ງ​ຄືນ​ວິທະຍາຄານ​ການ​ແພດ​ກອງທັບ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ໄມ​ສີ ມາ​ວັນ​ດີ​ ຫົວໜ້າ​ການເມືອງ ​ກອງພັນ​ໃຫຍ່ 605, ມີ​ສະຫາຍ ພັນ​ເອກ ຈັນ​ພອນ ພົນ​ຫາ​ວົງ ຄະນະ​ພັກ-ຄະນະ​ອຳນວຍ​ການ​ວິທະຍາຄານ​ການ​ ແພດ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່, ພະນັກງານ​ທີ່​ກ່ຽວຂ້ອງ ແລະ ນັກ​ສຶກ​ສາ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແສງ​ທອງ ສີ​ຫາ​ລາດ ຫົວໜ້າ​ຂະແໜງ​ເສນາ​ຮັກ​ ກອງພັນ​ໃຫຍ່ 605 ໄດ້​ຂຶ້ນ​ສະຫຼຸບ​ການ​ສັງເກດ​ຕີ​ລາຄາ​ໂດຍ​ຫຍໍ້​ກ່ຽວ​ກັບການ​ລົງ​ມາ​ເຝິກ ງານ​ ຂອງ​ນັກ​ສຶກ​ສາ​ຄະນະ​ດັ່ງກ່າວ, ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ຄົງ​ຄ້າງ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້, ໂດຍ​ອີງ​ຕາມ​ແຜນການ ການ​ຮັບ​ນັກ​ສຶກ​ສາ​ແພດ​ປະລິນຍາ​ຕີ ຊຸດ​ທີ VII ລະບົບ 6 ປີ, ຫຼັງ​ຈາກ​ຮຽນ​ຈົບ​ຫຼັກສູດ​ການ​ຮຽນ​ການ​ສອນ​ຈົບ​ແລ້ວ ແລະ ໄດ້​ລົງ​ເຝິກ​ງານ ວິຊາ​ບັນຊາ​ເສນາ​ຮັກ ເພື່ອ​ໃຫ້​ຮັບ​ຮູ້, ເຂົ້າໃຈ​ແຈ້ງ​ຕໍ່​ບົດຮຽນ​ວິຊາ​ບັນຊາ​ເສນາ​ຮັກ​ຂັ້ນ​ກອງພັນ​ໃຫຍ່, ກອງພັນ​, ກອງຮ້ອຍ ແລະ ໜ້າທີ່ ຂອງ​ຫົວໜ້າ​ໂຮງໝໍ​ ກອງພັນ​ໃຫ​​ຍ່ ເພື່ອ​ນຳ​ເອົາໜ້າ​ທີ່​ດັ່ງກ່າວ​ເຂົ້າ​ໃນ​ບົດ​ລາຍ​ງານ​ໃນ​ການ​ສອບເສັງ​ຈົບ​ຊັ້ນ​ຂອງ​ຕົນ, ການ​ລົງ​ເຝິກ​ງານ​ຕົວ​ຈິງ​ຄັ້ງ​ນີ້ ແມ່ນ​ໄດ້​ລົງ​ຂະແໜງ​ເສນາ​ຮັກ​ກອງພັນ​ໃຫຍ່, ໂຮງໝໍ 15 ຕຽງ, 3 ກອງພັນ​ ແລະ 4 ກອງຮ້ອຍ​ເອກະລາດ, ເຊິ່ງ​ວຽກ​ງານ​ທີ່​ລົງ​ຕົວ​ຈິງ ແມ່ນ​ ໃຫ້​ຮູ້​ໜ້າທີ່​ເສນາ​ຮັກ​ຂອງ​ກອງພັນ​ໃຫຍ່, ກອງພັນ​, ກອງຮ້ອຍ ແລະ ໂຮງໝໍ ໃນ​ການ​ປະຕິບັດ​ໜ້າທີ່ ໃນ​ນີ້, ມີ​ການ​ປິ່ນປົວ, ປ້ອງ​ກັນ​ພະຍາດ​ຕາມ​ລະດູ​ການ, ວຽກ​ງານ​ອົບຮົມ​ຫັດ​ແອບ​ວິຊາ​ສະເພາະ, ວຽກ​ງານ​ກຽມພ້ອມ​ສູ້​ຮົບ​ໄລຍະ​ປົກກະຕິ, ເພີ່ມ​ທະວີ ແລະ ໄລຍະ​ຄົບ​ຖ້ວນ, ວຽກ​ງານ​ບໍລິຫານ​ເສນາ​ຮັກ, ວຽກ​ງານ​ແຜນການ​ຂອງ​ເສນາ​ຮັກ​ໃນ​ຍາມ​ສັນຕິພາບ ແລະ ແຜນການ​ກຽມພ້ອມ​ສູ້​ຮົບ, ວຽກ​ງານ​ສະຖິຕິ​ຂອງ​ເສນາ​ຮັກ​ຮູ້​ທີ່​ຕັ້ງ​ການ​ພົວພັນ​ຂອງ​ເສນາ​ຮັກ​ຂັ້ນ​ກອງພັນ​ໃຫ​​ຍ່, ກອງພັນ​, ກອງຮ້ອຍ ແລະ ໂຮງໝໍ, ຈຸດປະສົງ ກໍເພື່ອ​ໃຫ້​ນັກ​ສຶກ​ສາ ສາມາດ​ຮັບ​ຮູ້​ໄດ້​ໜ້າທີ່​ດັ່ງກ່າວ ແລະ ສາມາດ​ບັນຊາ​ໄດ້, ເຊິ່ງ​ການ​ລົງ​ເຝິກ​ງານ​ຕົວ​ຈິງ​ຄັ້ງ​ນີ້​ເປັນ​ເວລາ 25 ວັນ, ເຫັນ​ໄດ້​ວ່າ​ນັກ​ສຶກ​ສາ​ທຸກ​ສະຫາຍ ກໍ່​ໄດ້​ເອົາໃຈໃສ່​ຮ່ຳ ຮຽນ ແລະ ສາມາດ​ຮັບ​ຮູ້​ບົດຮຽນ​ໄດ້​ດີ​ພໍ​ສົມຄວນ. ໂດຍ: ນາງ ໜູ​ແດງ ລາດ​ສະ​ແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ