ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ທະຫານ​ເມືອງ​ພຽງ ແຂວງ​ໄຊ​ຍະ​ບູ​ລີ​ ປະກາດ​ການຈັດຕັ້ງ
ເວລາອອກຂ່າວ: 2026-04-20 09:03:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ວັນ​ທີ 25 ມີນາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ພິທີ​ປະກາດ​ການຈັດຕັ້ງ ຢູ່​ທີ່​ສະໂມສອນ​​ຫ້ອງ​ວ່າການ​ປົກຄອງ​ ເມືອງ​ພຽງ ແຂວງ​ໄຊ​ຍະ​ບູ​ລີ, ໂດຍ​ການເປັນ​ປະທານ​ຂອງ ສະຫາຍ ເສນ ພັນ​ລັກ ກຳມະການ​ພັກ​ແຂວງ, ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ​ພຽງ, ມີ​ສະຫາຍ ພັນ​ໂທ ສີ​ປະເສີດ ສອນ​ພັນ ຄະນະ​ພັກ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ບັນດາ​ພະແນກການ​ຂອງ​ເມືອງ, ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ໃບ ແກ້ວ​ອຸດົມ ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ພັກ​ການ​ເພື່ອ​ກຽມ​ຮັບ​ບຳນານ ແລະ ຂໍ້​ຕົກລົງ ​ວ່າ​ດ້ວຍ​ການ​ແຕ່ງ ຕັ້ງ​ຫົວໜ້າ​ການ​ທະຫານ​ ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ. ອີງ​ຕາມ ກົດໝາຍ ​ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ​ທິດ​ທາງ​ກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ກົງຈັກ​ການຈັດຕັ້ງ​ນຳພາ-ບັນຊາ​ໃນ​ກຳລັງ​ປະກອບ​ອາວຸດ​ໃຫ້​ເຂັ້ມແຂງ, ໜັກ​ແໜ້ນ​ຮອບດ້ານ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ. ເຊິ່ງ​ໃນ​ນີ້​, ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງ​ອະນຸມັດ​ໃຫ້ ສະຫາຍ ພັນ​ໂທ ຫັນ ອາ​ລຸນ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ ແຂວງ​ໄຊ​ຍະ​ບູ​ລີ ພັກ​ການ​ເພື່ອ​ກຽມ​ຮັບ​ບຳນານ ແລະ ແຕ່ງຕັ້ງ ສະຫາຍ ພັນ​ໂທ ຈັນ​ທອງ ຈັນ​ຟອງ ເປັນ​ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ ແຂວງ​ໄຊ​ຍະ​ບູ​ລີ. ຈາກ​ນັ້ນ, ທ່ານ ສາຄອນ ແກ້ວ​ສຸ​ຂະ​ວົງ ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ເມືອງ​ພຽງ ໄດ້​ຂຶ້ນ​ຜ່ານ​ມະຕິ​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ​ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ ອີງ​ຕາມ​ກົດ​ລະບຽບ​ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ, ຍົກຍ້າຍ ແລະ ການ​ສິ້ນ​ສຸດ​ເປັນ​ກຳມະການ​ຄະນະ​ພັກ ແລະ ອີງ​ຕາມ ການ​ຕົກລົງ​ເຫັນ​ດີ​ເປັນ​ເອກະ​ພາບ​ຂອງ​ຄະນະ​ປະຈຳ​ພັກ​ເມືອງ, ຄະນະ​ປະຈຳ​ພັກ​ເມືອງ​ຕົກລົງ ອະນຸມັດ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ຈັນ​ທອງ ຈັນ​ຟອງ ຫົວໜ້າ​ການ​ທະຫານ​ ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ ເປັນ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ. ໂອກາດ​ນີ້, ໄດ້​ມອບ-ຮັບ​ໜ້າທີ່​ລະຫວ່າງ​ ສະຫາຍ ພັນ​ໂທ ຫັນ ອາ​ລຸນ ຫົວໜ້າ​ການ​ທະຫານ​ ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ ຜູ້​ເກົ່າ ກັບ ສະຫາຍ ພັນ​ໂທ ຈັນ​ທອງ ຈັນ​ຟອງ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງຜູ້ໃໝ່. ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ