ໂຮງໝໍບໍລິເວນ 107 ມອບເງິນອຸດໜູນເທື່ອດຽວໃຫ້ນາຍທະຫານ
ເວລາອອກຂ່າວ: 2026-04-20 09:00:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ: ![]()
ວັນທີ 02 ເມສາ 2026 ນີ້, ໂຮງໝໍບໍລິເວນ 107 ໄດ້ຈັດພິທີມອບເງິນອຸດໜູນເທື່ອດຽວໃຫ້ນາຍທະຫານ ໂດຍການເປັນປະ ທານຂອງສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງໂຮງໝໍບໍລິເວນ 107, ມີສະຫາຍ ພັນໂທ ສີແພງ ມີດາຈັນ ຄະນະພັກຮາກຖານ, ຫົວໜ້າພະແນກການເມືອງ, ມີພະນັກງານທີ່ກ່ຽວຂ້ອງ ແລະນາຍທະຫານທີ່ໄດ້ຮັບອຸດໜູນເທື່ອດຽວເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຄົງ ແກ້ວສີດາ ຫົວໜ້າຂະແໜງນະໂຍບາຍໄດ້ກ່າວຈຸດປະສົງການມອບເງິນອຸດໜູນເທື່ອດຽວໃຫ້ນາຍທະຫານຄັ້ງນີ້ແມ່ນເພື່ອປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍການປະກັນສັງຄົມ ເຊິ່ງໄດ້ມອບເງິນອຸດໜູນເທື່ອດຽວໃຫ້ສະຫາຍ ພັນໂທ ນາງ ແສງອຳພອນ ສິດທິພອນ ອະດິດຫົວໜ້າຂະແໜງສະຫະພັນແມ່ຍິງ ໂຮງໝໍບໍລິເວນ 107 ລວມທັງໝົດ 84,859,538 ກີບ ໃຫ້ກຽດມອບໂດຍສະຫາຍ ພັນເອກ ຍຸຄອນ ຜາລີເພັງ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງໂຮງໝໍບໍລິເວນ 107.
ໂອກາດນີ້ ສະຫາຍ ພັນເອກ ຍຸຄອນ ຜາລີເພັງ ປະທານພິທີ ໄດ້ມີຄຳເຫັນໂອ້ລົມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນໃນການປະຕິບັດນະໂຍບາຍໃນຄັ້ງນີ້ ເປັນການຕອບແທນບຸນຄຸນຂອງນາຍທະຫານທີ່ໄດ້ປະກອບສ່ວນພາລະກິດປະຕິວັດ, ອຸທິດເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ, ພ້ອມທັງຮຽກ
ຮ້ອງມາຍັງສະຫາຍ ພັນໂທ ນາງ ແສງອຳພອນ ສິດທິພອນ ໃຫ້ສືບຕໍ່ຮັກສາມູນເຊື້ອ ແລະ ເປັນແບບຢ່າງທີ່ດີດ້ວຍການສຶກສາອົບຮົມ ບົ່ມສອນລູກຫຼານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງປ່ຽນ ແປງໃໝ່ຂອງພັກ, ເຄົາລົບກົດ ໝາຍຂອງລັດ ແລະພ້ອມກັນນີ້ໃຫ້ນຳເອົາເງິນຈຳນວນດັ່ງກ່າວໄປເສີມຂະຫຍາຍເຂົ້າໃນການພັດທະນາເສດຖະກິດຄອບຄົວໃຫ້ຮັ່ງມີເຂັ້ມແຂງຂຶ້ນເລື່ອຍໆ.
ໂດຍ: ນາງ ສຸລິຈັນ ພັດທະນາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















