ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ແລະ ອວຍພອນກອງພົນທີ2
ເວລາອອກຂ່າວ: 2026-04-09 14:38:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1280 | ຄວາມນິຍົມ:



ວັນທີ 8 ເມສາ 2026 ນີ້, ສະຫາຍ ພົນຈັດຕະວາ ຫງຽນ ງ໋ອກເງິນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາກອງພົນທີ2 ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້. ໂດຍການຕ້ອນຮັບໂດຍ ຂອງສະຫາຍ ພົນຈັດຕະວາ ປອ ຄຳຜິວ ມະນີວົງ ຫົວໜ້າການເມືອງ ກອງພົນທີ2 ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍພົນຈັດຕະວາ ຫງຽນ ງ໋ອກເງິນ ໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມຢື້ຢາມຖາມຂ່າວ ພ້ອມທັງອວຍພອນໄຊມາຍັງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວກອງພົນທີ2 ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ພ້ອມກັນສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ດ້ວຍຄວາມເບີກບານມ່ວນຊື່ນ, ອວຍພອນແດ່ມິດຕະພາບ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ເວົ້າສະເພາະ ກອງພົນທີ2 ແລະ ກອງບັນຊາການທະຫານເຂດ 2 ນັບມື້ ໝັ້ນຄົງທະນົງແກ່ນຊົ່ວກາລະນານ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ປອ ຄຳຜິວ ມະນີວົງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກອງພົນທີ2 ສະແດງຄວາມຂອບໃຈມາຍັງ ສະຫາຍພົນຈັດຕະວາ ຫງຽນ ງ໋ອກເງິນ ພ້ອມດ້ວຍຄະນະ ທີ່ໄດ້ສະຫຼະເວລາມາຢ້ຽມຢາມ ແລະ ອວຍພອນໃນຄັ້ງນີ້ ພ້ອມທັງ ອວຍພອນໄຊອັນປະເສີດມາຍັງຄະນະກອງບັນຊາການທະຫານເຂດ 2 ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ, ອວຍພອນແດ່ສາຍພົວພັນມິດຕະພາບລະຫວ່າງ ສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຕະຫຼອດໄປ. ໂດຍ ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ