ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ປະກາດການທຽບຊັ້ນໃຫ້ລັດຖະກອນປ້ອງກັນຊາດຄູອາສາສະໝັກຢູ່ກອງບັນຊາການທະຫານແຂວງເຊກອງ
ເວລາອອກຂ່າວ: 2026-04-09 10:48:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1086 | ຄວາມນິຍົມ:



ວັນທີ 8 ເມສາ ປີ 2026 ນີ້, ໄດ້ປະກາດການທຽບຊັ້ນໃຫ້ລັດຖະກອນປ້ອງກັນຊາດ ຄູອາສາສະໝັກທີ່ເຂົ້າເປັນທະຫານຢູ່ກອງບັນຊາການທະຫານແຂວງເຊກອງ. ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຄະນະປະຈໍາພັກແຂວງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງເຊກອງ, ມີບັນດາສະຫາຍຄະນະພັກກອງບັນຊາການ, ອົງການ 5 ຫ້ອງ, ຫ້ອງການຄະນະກຳມະການ ປກຊ-ປກສແຂວງ, ຕາງໜ້າກອງບັນຊາການ 4 ຕົວເມືອງ, ພະແນກສຶກສາ ແລະ ກິລາແຂວງ, 4 ຕົວເມືອງ, ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ, ພະນັກງານ ຄູອາຈານ ແລະ ຄູອາສາສະໝັກປ້ອງກັນຊາດເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ລາດສະວົງ ແກ້ວດາສິນ ຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງເຊກອງ ໄດ້ຜ່ານແຈ້ງການຂອງກົມໃຫຍ່ເສນາທິການກອງທັບກໍ່ຄື ກົມກຳລັງພົນ ວ່າດ້ວຍລະບຽບການນາຍສິບ ແລະ ພົນທະຫານກອງທັບປະຊາຊົນລາວ ກໍ່ຄືຂໍ້ຕົກລົງຂອງກະຊວງສຶກສາ ແລະ ກິລາ ວ່າດ້ວຍການບັນຈຸຄູອາສາສະໝັກເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ເປັນຄູສອນປະຈໍາປີ 2024 ແລະ ຂໍ້ຕົກລົງຂອງກົມໃຫຍ່ເສນາທິການວ່າດ້ວຍອະນຸມັດໃຫ້ຄູອາສາສະໝັກເຂົ້າເປັນລັດຖະກອນປ້ອງກັນຊາດຢ່າງເປັນທາງການ. ຈາກນັ້ນ ສະຫາຍ ພັນໂທ ບົວໄທ ພົມມະໄລລຸນ ຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍທຽບຊັ້ນ ໃຫ້ນາຍທະຫານ ລັດຖະກອນປ້ອງກັນຊາດ ຄູອາສາສະໝັກ ໂດຍອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃນພາກທີ ll ໝວດທີ 3 ມາດຕາ 22 ແລະ ມາດຕາ 23, ວ່າດ້ວຍທຽບຊັ້ນນາຍທະຫານຢູ່ກອງບັນຊາການທະຫານແຂວງເຊກອງຈໍານວນ 71 ສະຫາຍ, ກົມໃຫຍ່ການເມືອງກອງທັບຕົກລົງ ທຽບຊັ້ນຮ້ອຍໂທ 49 ສະຫາຍ, ທຽບຊັ້ນຮ້ອຍຕີ 22 ສະຫາຍ ໃນນີ້ຍັງໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການວ່າດ້ວຍບັນຈຸຈໍານວນພົນໃຫ້ແຕ່ລະເມືອງຄື: ກອງບັນຊາການທະຫານເມືອງລະມາມ 26 ສະຫາຍ,ເມືອງທ່າແຕງ 9 ສະຫາຍ,ເມືອງດາກຈຶງ 24 ສະຫາຍ ແລະ ເມືອງກະລຶມ 12 ສະຫາຍ. ພາບ-ຂ່າວ ກອງຄໍາ ຈິ່ງດ້າຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ