ວພກ ມອບເງິນຊ່ວຍເຫຼືອໃຫ້ຄອບຄົວພະນັກງານ ທີ່ຖືກຜົນກະທົບຈາກພາຍຸໝາກເຫັບຕົກ
ເວລາອອກຂ່າວ: 2026-04-09 10:39:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1094 | ຄວາມນິຍົມ: ![]()
ວັນທີ 7 ເມສາ 2026 ນີ້, ວິທະຍາຄານພະລາທິການກອງທັບ(ວພກ), ໄດ້ມອບເງິນຊ່ວຍເຫຼືອໃຫ້ຄອບຄົວພະນັກງານ ທີ່ຖືກຜົນກະທົບຈາກພາຍຸໝາກເຫັບຕົກ, ໂດຍເປັນກຽດເຂົ້າຮ່ວມ ແລະ ມອບໂດຍສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ອຳນວຍການ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ ແລະ ພະນັກງານຜູ່ທີ່ຖືກຜົນກະທົບຈາກພາຍຸຝົນໝາກເຫັບ
ເຂົ້າຮ່ວມ.
ການມອບເງິນຊ່ວຍເຫຼືອໃນຄັ້ງນີ້ເພື່ອເປັນການບັນເທົາທຸກ ໃຫ້ບັນດາຄອບຄົວພະນັກງານ ທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ຈາກໝາກເຫັບຕົກ ໃນວັນທີ 22 ມີນາ 2026 ທີ່ຜ່ານມານີ້, ຢູ່ສອງຕົວເມືອງຄື: ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໃນນັ້ນຄອບຄົວພະນັກງານທີ່ສັງກັດຢູ່ ວິທະຍາຄານພະລາທິການກອງທັບ ໄດ້ຮັບຜົນກະທົບມີຈຳນວນ 5 ຄອບຄົວ, ເງິນທີ່ນຳມາມອບໃນຄັ້ງນີ້ມີຈໍານວນ 10.000.000 ກີບ ເພື່ອເປັນການແບ່ງເບົາບັນເທົາທຸກ ແລະ ເປັນການປະກອບສ່ວນເຂົ້າໃນການສ້ອມແປງທີ່ຢູ່ອາໄສ ໃຫ້ແກ່ຄອບຄົວຜູ່ຖືກຜົນກະທົບກັບມາສູ່ສະພາບປົກກະຕິ.
ພາບ ແລະ ບົດໂດຍ: ພອນປະສົງ ຢ່າງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















