ຫ້ອງການທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ອວຍພອນ ກອງບັນຊາການທະຫານຊາຍແດນ
ເວລາອອກຂ່າວ: 2026-04-09 10:13:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1013 | ຄວາມນິຍົມ: ![]()
ໃນວັນທີ 7 ເມສາ 2026 ນີ້, ສະຫາຍ ພັນຕີ ຫງວຽນວັນຕ໋ຽນ ຮອງຫົວໜ້າຫ້ອງການທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳຢູ່ ສປປ ລາວ ພ້ອມຄະນະ ໄດ້ນຳເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ກອງບັນຊາການທະຫານຊາຍແດນ ເນື່ອງໃນໂອກາດ ວັນບຸນປີໃໝ່ ລາວ ພສ 2569 , ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ພ້ອມຄະນະ.
ສະຫາຍ ພັນຕີ ຫງວຽນວັນຕ໋ຽນ ໄດ້ກ່າວຄຳອວຍພອນໄຊອັນອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບ, ແລະ ຝາກຄວາມຢື້ຢາມຖາມຂ່າວຜ່ານ ຄະນະພັກ-ຄະນະບັນໄປເຖິງນາຍ ແລະ ພົນທະຫານ ໃນທົ່ວກອງບັນຊາການທະຫານຊາຍແດນ ທຸກສະຫາຍຈົ່ງມີ ສຸຂະພາບແຂງແຮງ ປະສົບຜົນສໍາເລັດ ໃນທຸກໜ້າທີ່ວຽກງານຂອງຕົນ, ພ້ອມກັນສະເຫຼີມສະຫຼອງວັນບຸນປີໃໝ່ ດ້ວຍຄວາມເບີກບານມ່ວນຊື່ນ, ອວຍພອນໃຫ້ຄວາມສາມັກຄີແບບພິເສດ ທີ່ມີມູນເຊື້ອອັນດີງາມ ລະຫວ່າງສອງຊາດ ສອງກອງທັບ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ໄດ້ສະແດງຄວາມຂອບໃຈມາຍັງ ພັນຕີ ຫງວຽນວັນຕ໋ຽນ ຮອງຫົວໜ້າຫ້ອງການທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳຢູ່ລາວ ພ້ອມຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງວັນບຸນປີໃໝ່ປະຈຳຊາດລາວ ພສ 2569 ກໍຄືຮີດຄອງປະເພນີອັນດີງາມທີ່ມີມາແຕ່ດົນນານແລ້ວ, ການເຂົ້າມາອວຍພອນໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງກອງທັບ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ໂດຍ ອານຸພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















