ກອງບັນຊາການທະຫານຊາຍແດນແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ແລະ ອວຍພອນ ກອງບັນຊາການທະຫານແຂວງຜົ້ງສາລີ ແຫ່ງ ສປປລາວ.
ເວລາອອກຂ່າວ: 2026-04-09 09:48:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 593 | ຄວາມນິຍົມ: ![]()
ໃນວັນທີ 3 ເມສາ 2026 ນີ້, ສະຫາຍ ພັນເອກ ພິເສດ ວື ອາຄົ່ວ ຮອງຫົວໜ້າກອງບັນຊາການທະຫານຊາຍແດນແຂວງດຽນບຽນ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ອວຍພອນ ກອງບັນຊາການທະຫານແຂວງຜົ້ງສາລີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ 2569. ໂດຍການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ກໍາມະການພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ ພ້ອມຄະນະ.
ສະຫາຍ ຮອງຫົວໜ້າຄະນະບັນຊາທະຫານຊາຍແດນແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໄດ້ກ່າວຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ, ຄວາມຮັກແພງສາມັກຄີມາຍັງຄະນະກອງບັນຊາການທະຫານແຂວງຜົ້ງສາລີ ພ້ອມທັງອວຍພອນໄຊອັນປະເສີດໃຫ້ນາຍ ແລະ ພົນທະຫານໃນທົ່ວທະຫານແຂວງຜົ້ງສາລີ ແຫ່ງ ສປປລາວ ຈົ່ງມີຄວາມເຂັ້ມແຂງ, ເຮັດສໍາເລັດໜ້າທີ່ອັນມີກຽດ ຈົ່ງພ້ອມກັນຫຼິ້ນນບຸນປີລາວໃໝ່ຢ່າງມີຄວາມມ່ວນຊື່ນ, ອວຍພອນແດ່ສາຍພົວພັນມິດຕະພາບອັນພິເສດຂອງສອງຊາດ ເວົ້າລວມ ເວົ້າສະເພາະ ສອງກອງບັນຊາການທະຫານແຂວງຜົ້ງສາລີ ກັບ ກອງບັນຊາການທະຫານຊາຍແດນແຂວງດຽນບຽນ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ອວຍພອນຂອງຮອງຫົວໜ້າຄະນະບັນຊາທະຫານຊາຍແດນແຂວງດຽນບຽນ ແຫ່ງ ສສ ຫວຽດນາມ, ພ້ອມທັງກ່າວຄໍາຂອບໃຈທີ່ໄດ້ໃຫ້ຄວາມສໍາຄັນ ແລະ ສະແດງເຖິງຄວາມຮັກແພງສາມັກຄີ ແບບພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ກອງບັນຊາການທະຫານແຂວງຜົ້ງສາລີ ກັບ ກອງບັນຊາການທະຫານຊາຍແດນແຂວງດຽນບຽນ ໃຫ້ເຂົ້າສູ່ລວງເລິກ ແລະ ພ້ອມກັນຮັກສາຂອບເຂດຊາຍແດນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ.
ຂ່າວ-ພາບ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















