ກອງບັນຊາການທະຫານຊາຍແດນ ສສ ຫວຽດນາມ ເຂົ້າຢ້ຽມຢາມ ແລະ ອວຍພອນ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-04-09 09:45:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 494 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 6-8 ເມສາ 2026 ນີ້, ຄະນະຜູ້ແທນ ສສ ຫວຽດນາມ ນຳໂດຍ ພົນຈັດຕະວາ ສະຫາຍ ຫວູ້ ກວັກ ເອິນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ຄະນະພັກ - ຄະນະບັນຊາການ ກອງບັນຊາການທະຫານຊາຍແດນ ເນື່ອງໃນໂອກາດປີໃໝ່ລາວ ພສ 2569 ທີ່ຈະໝູນວຽນມາເຖິງ, ເຊິ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມຶອງ ກອງບັນຊາການທະຫານຊາຍແດນ ພ້ອມດ້ວຍຄະນະ.
ສະຫາຍ ພົນຈັດຕະວາ ຫວູ້ ກວັກ ເອິນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາການ, ນາຍ ແລະ ພົນທະຫານ ກອງບັນຊາການທະຫານຊາຍແດນ ກໍ່ຄື ກອງທັບປະຊາຊົນຫວຽດນາມ ສະແດງຄວາມປິຕິຍິນດີ ຕໍ່ການຕ້ອນຮັບ ແລະ ອວຍພອນໄຊອັນປະເສີດມາຍັງຄະນະການນໍາພັກ-ລັດ, ກອງທັບປະຊາຊົນລາວ ເວົ້າລວມ ເວົ້າສະເພາະກອງບັນຊາການທະຫານຊາຍແດນ, ພ້ອມພະນັກງານ-ນັກຮົບ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມຜາສຸກສ່ວນຕົວ ແລະ ຄອບຄົວ ເຮັດສໍາເລັດໜ້າທີ່ ພ້ອມກັນຫຼິ້ນບຸນປີໃໝ່ລາວ ພສ 2569 ໃຫ້ເບີກບານມ່ວນຊື່ນ ແລະ ປອດໄພ.
ຈາກນັ້ນ, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານຊາຍແດນ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ການມາຢ້ຽມຢາມ ແລະ ອວຍພອນເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ 2569 ຄັ້ງນີ້, ພ້ອມອວຍພອນອັນປະເສີດໄປຍັງການນໍາພັກ - ລັດ, ພະນັກງານລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈ, ສືບຕໍ່ສ້າງສາຍພົວພັນຂອງສອງຊາດ ລາວ - ຫວຽດນາມ, ຫວຽດນາມ - ລາວ ເວົ້າລວມ ເວົ້າສະເພາະ ກໍຄື ສອງກຳລັງທະຫານຊາຍແດນ ພ້ອມພາກ້າວຂຶ້ນສູ່ຜົນສໍາເລັດອັນໃໝ່ ແລະ ມີກຽດສະຫງ່າງາມ. ໃນໂອກາດມາຢ້ຽມຢາມໃນຄັ້ງນີ້ ຄະນະຜູ້ແທນທັງສອງຝ່າຍກໍໄດ້ເດີນທາງໄປຢ້ຽມຊົມສະຖານທີ່ ສໍານັກງານໃໝ່ຂອງກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ເພື່ອກວດກາຄືນຄວາມເປັນລະບຽບຮຽບຮ້ອຍ ຂອງອາຄານສະຖານທີ່ຄ້າຍຄູ ອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















