ທ່ານ ໂຕເລິມ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງ ປະທານປະເທດ ອາຍຸການ 2026-2031
ເວລາອອກຂ່າວ: 2026-04-09 09:42:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 287 | ຄວາມນິຍົມ: ![]()
ຕາມຂ່າວຫວຽດນາມ ອອນໄລ, ຕອນເຊົ້າວັນທີ 7 ເມສາ, ທີ່ກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດ ຊຸດທີ XVI, ສະພາແຫ່ງຊາດ ເລືອກຕັ້ງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ດຳລົງຕຳ ແໜ່ງປະທານປະເທດ ອາຍຸການ 2026-2031.
ຕາມການລົງຄະແນນ, ດ້ວຍຈຳນວນສະມາຊິກສະພາແຫ່ງຊາດ 495/495 ຄົນ (100% ສະມາຊິກສະພາແຫ່ງຊາດທີ່ມີໜ້າ) ຕົກລົງເຫັນດີ, ສະພາແຫ່ງຊາດ ໄດ້ຮັບຮອງເອົາຮ່າງ ມະຕິເລືອກຕັ້ງທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກກອມມູນິດຫວຽດນາມ, ສະມາຊິກສະພາແຫ່ງຊາດ ຊຸດທີ XVI ຮັບດຳ ລົງຕຳແໜ່ງປະທານປະເທດ ອາ ຍຸການ 2026-2031.
ພາຍຫຼັງແຈ້ງຜົນການເລືອກຕັ້ງ, ທ່ານ ໂຕເລິມ ໄດ້ສາບານຕົວ ແລະ ກ່າວປາໄສຮັບດຳລົງຕຳແໜ່ງຕໍ່ໜ້າສະພາແຫ່ງຊາດ, ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ທ່ານ ໂຕເລິມ ກ່າວສາບານຕົວວ່າ: ຈະ “ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ລັດຖະທຳມະນູນຂອງປະເທດ ສສ ຫວຽດນາມ; ມານະພະຍາຍາມສູ້ຊົນ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້”.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















