ອົງການຂໍ້ມູນຂ່າວສານໂລກ ສ້າງຕັ້ງຂຶ້ນຢູ່ປັກກິ່ງ, ສປປ ລາວ ຈະໄດ້ທ່າແຮງອັນໃດເພື່ອເຊື່ອມສານດີຈີຕອນ
ເວລາອອກຂ່າວ: 2026-04-09 09:41:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 283 | ຄວາມນິຍົມ: ![]()
ໃນທ່າມກາງສະພາບທີ່ ທົ່ວໂລກເຂົ້າສູ່ຍຸກອັດສະລິຍະ ແລະ ຂໍ້ມູນຂ່າວສານກາຍເປັນປັດໄຈການຜະລິດແກນກາງ, ອົງການຂໍ້ມູນຂ່າວສານໂລກ (WDO) ທີ່ເປັນອົງການຈັດຕັ້ງສາກົນສະເພາະກິດທີ່ສຸມໃສ່ການພັດທະນາ ແລະ ຄຸ້ມຄອງຂໍ້ມູນຂ່າວສານໄດ້ຮັບການສ້າງຕັ້ງ ຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ປັດຈຸບັນ, ອົງການດັ່ງກ່າວມີ 200 ກວ່າສະມາຊິກທີ່ກວມເອົາ 40 ກວ່າປະເທດ. ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເນື່ອງໃນໂອ ກາດວັນສ້າງຕັ້ງອົງການດັ່ງກ່າວ ເພື່ອສະແດງທ່າທີທີ່ເດັດດ່ຽວຂອງຈີນ ໃນການສະໜັບສະໜູນອົງການນີ້ເສີມຂະຫຍາຍບົດບາດ ຂອງຕົນ ແລະ ຊຸກຍູ້ໃຫ້ເສດຖະ ກິດດີຈີຕອນທົ່ວໂລກພັດທະນາຢ່າງປອດໃສ.
ອົງການຂໍ້ມູນຂ່າວສານໂລກ ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງ ເປັນການຍອມຮັບຂອງປະ ຊາຄົມໂລກທີ່ມີຕໍ່ລະດັບການພັດ ທະນາ ແລະ ການຄຸ້ມຄອງຂໍ້ມູນ ຂ່າວສານຂອງຈີນ, ທັງສອດ ຄ່ອງກັບຄວາມຄອງຄອຍໂດຍທົ່ວໄປຂອງປະຊາຄົມໂລກ. ປະ ລິມານຂໍ້ມູນຂ່າວສານ ແລະ ຈຳ ນວນຜູ້ໃຊ້ອິນເຕີເນັດຂອງຈີນຢືນຢູ່ໃນອັນດັບໜຶ່ງຂອງໂລກ. ຂະນະທີ່ຂະໜາດເສດຖະກິດດີຈີຕອນຂອງຈີນ ຢູ່ໃນອັນດັບທີສອງຂອງໂລກ ແລະ ພື້ນຖານໂຄງ ລ່າງດີຈີຕອນຂອງຈີນຢູ່ອັນດັນແຖວໜ້າ, ພ້ອມທັງເປັນຜູ້ນຳໜ້າຊຸກຍູ້ໃຫ້ປັດໄຈຂໍ້ມູນຂ່າວສານຫັນເປັນຕະຫຼາດ, ອອກກົດໝາຍທີ່ກ່ຽວຂ້ອງຫຼາຍສະບັບ. ຈີນ ມີປະສົບການຢ່າງອຸດົມສົມບູນໃນດ້ານການພັດທະນາ ແລະ ການຄຸ້ມຄອງຂໍ້ມູນຂ່າວສານ.
ອົງການຂໍ້ມູນຂ່າວສານໂລກ ເປັນອົງການຈັດຕັ້ງສາກົນທາງວິຊາການແຫ່ງທຳອິດທີ່ສຸມໃສ່ການຄຸ້ມຄອງຂໍ້ມູນຂ່າວສານ, ການສ້າງຕັ້ງອົງການນີ້ບໍ່ພຽງ ແຕ່ໄດ້ເລີ່ມ “ເວລາປັກກິ່ງ” ສຳ ລັບການຄຸ້ມຄອງຂໍ້ມູນຂ່າວສານໂລກເທົ່ານັ້ນ, ຍັງມີການພົວພັນຢ່າງໃກ້ຊິດກັບອະນາຄົດດ້ານດີຈີຕອນຂອງອາຊຽນ ເຊິ່ງລວມທັງ ສປປ ລາວອີກດ້ວຍ. ອົງການຈັດຕັ້ງສາກົນແຫ່ງນີ້ ຕັ້ງຢູ່ໃກ້ອາຊຽນ, ຈະນຳມາເຊິ່ງຜົນ ປະໂຫຍດໃຫ້ແກ່ລາວ ແລະ ປະ ເທດອື່ນໆໃນອາຊຽນອີກດ້ວຍ.
ປັດຈຸບັນ, ຂໍ້ມູນຂ່າວສານໄດ້ກາຍເປັນປັດໄຈໃນການຜະ ລິດທີ່ສຳຄັນ, ເສດຖະກິດດີຈີຕອນໄດ້ຫັນປ່ຽນຮູບແບບການພັດທະນາຂອງປະເທດຕ່າງໆຢ່າງເລິກເຊິ່ງ. ເປັນເວລາດົນນານມາແລ້ວ, ການຄຸ້ມຄອງຂໍ້ມູນຂ່າວສານໂລກປະເຊີນໜ້າກັບບັນຫາຕ່າງໆ ເຊັ່ນ: ມາດຕະຖານບໍ່ເປັນເອກະພາບກັນ, ການໄຫຼວຽນຂ້າມຊາຍແດນບໍ່ໂລ່ງລ່ຽນ, ຄວາມແຕກໂຕນກັນດ້ານການພັດທະນາພົ້ນເດັ່ນ ແລະ ອື່ນໆ. ບາງປະເທດທີ່ພັດທະນາແລ້ວໃນຕາເວັນຕົກໄດ້ຊຸກຍູ້ “ການຄອບງຳດ້ານຂໍ້ມູນຂ່າວສານ” ໂດຍອີງໃສ່ທ່າໄດ້ປຽບດ້ານເຕັກໂນໂລຊີ ແລະ ລະບຽບການ, ໄດ້ບີບຮັດອະທິປະໄຕດ້ານດີຈີຕອນ ແລະ ພື້ນທີ່ການພັດທະນາຂອງບັນດາປະເທດກຳລັງພັດທະນາ, ເຮັດໃຫ້ປະເທດທີ່ມີເສດຖະກິດດີຈີຕອນຈະເລີນໃໝ່ຄືປະເທດລາວຍິ່ງງ່າຍທີ່ຈະຕົກຢູ່ໃນທ່າເສຍປຽບໃນການແຂ່ງຂັນດ້ານດີຈີຕອນຂອງໂລກ.
WDO ຖືເອົາການຫຼຸດຜ່ອນຊ່ອງຫວ່າງດ້ານດີຈີຕອນ, ຊຸກຍູ້ຂໍ້ມູນຂ່າວສານໃຫ້ມີການໄຫຼວຽນຢ່າງປອດໄພ ແລະ ເປັນລະ ບຽບດີ, ທັງຊ່ວຍເຫຼືອປະເທດກຳລັງພັດທະນາໃນການຍົກລະ ດັບຄວາມສາມາດເປັນເປົ້າໝາຍ ເຊິ່ງສອດຄ່ອງກັບຄວາມຕ້ອງ ການດ້ານການພັດທະນາດີຈີຕອນ ແລະ ສອດຄ່ອງກັບທິດທາງການຮ່ວມມືດ້ານດີຈີຕອນ ລະຫວ່າງ ຈີນ-ອາຊຽນ ໃນລະ ດັບສູງ, ພ້ອມທັງໄດ້ສະໜອງເວທີອັນໃໝ່ອ່ຽມເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານການພັດທະນາດີຈີຕອນສຳລັບ ສປປ ລາວ.
ການຮ່ວມມື ລະຫວ່າງ ຈີນ-ລາວ ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາຄູ່ກັນໃນຂົງເຂດຂໍ້ມູນຂ່າວສານລະ ຫວ່າງສອງປະເທດ ເຊິ່ງການ ສ້າງຕັ້ງຂຶ້ນຂອງ WDO ຈະ ເປີດກວ້າງປະສິດທິຜົນຂອງຜົນ ສຳເລັດດ້ານການຮ່ວມມືເຫຼົ່ານີ້ ຕື່ມອີກ. ໂຄງການເສັ້ນທາງລົດ ໄຟ ລາວ-ຈີນ ໄດ້ຊຸກຍູ້ການໄຫຼວຽນທີ່ມີປະສິດທິພາບສູງດ້ານການຈໍລະຈອນສິນຄ້າ, ກະແສຜູ້ໂດຍສານ ແລະ ການໄຫຼວຽນດ້ານທຶນ, ຂະນະທີ່ຄວາມໂລ່ງລ່ຽນດ້ານການແລກປ່ຽນຂໍ້ມູນຂ່າວສານເປັນຂໍກຸນແຈສຳຄັນໃນການຍົກລະດັບປະສິດທິຜົນຂອງການນຳໃຊ້ທາງລົດໄຟ ແລະ ການຂະຫຍາຍການຄ້າຂ້າມຊາຍແດນ; ໂຄງການສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະ ດິດ ລາວ-ຈີນ ແລະ ສູນທຸລະກິດການຄ້າດີຈີຕອນໄດ້ຮັບການ ຈັດຕັ້ງປະຕິບັດ, ການທົດລອງຊຳລະເງິນຂ້າມຊາຍແດນດ້ວຍເງິນຢວນດີຈີຕອນຢູ່ລາວ ໄດ້ປະສົບຜົນສຳເລັດ, ບວກກັບໂຄງ ການ ການຄ້າທາງເອເລັກໂຕຣນິກຂ້າມຊາຍແດນ, ດ່ານອັດສະລິຍະ, ການຫັນຂົງເຂດກະສິກຳໃຫ້ເປັນດີຈີຕອນ ແລະ ອື່ນໆໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ. ພຶດຕິກຳຕົວຈິງເຫຼົ່ານີ້ ລ້ວນແຕ່ຕ້ອງການລະບຽບດ້ານຂໍ້ມູນຂ່າວສານທີ່ເປັນເອກະພາບກັນ, ສະພາບແວດລ້ອມການໄຫຼວຽນທີ່ປອດໄພ ແລະ ການຮັບປະກັນດ້ານຄວາມສາມາດແບບຍືນຍົງ.
WDO ຊຸກຍູ້ການປະສານສົມ ທົບກັນດ້ານມາດຕະຖານຂໍ້ມູນຂ່າວສານ, ຄວາມປອດໄພ ແລະ ຄວາມເປັນລະບຽບດ້ານການໄຫຼວຽນຂ້າມຊາຍແດນ ແລະ ການແບ່ງປັນບົດຮຽນດ້ານການຄຸ້ມຄອງບໍລິຫານ ເຊິ່ງຈະສາມາດແກ້ໄຂບັນຫາຕ່າງໆ ໃນການຮ່ວມມື ລະຫວ່າງ ຈີນ-ລາວ ເຊັ່ນ: ຄວາມຫຍຸ້ງຍາກໃນການເຊື່ອມໂຍງດ້ານຂໍ້ມູນຂ່າວສານໃຫ້ສອດ ຄ່ອງກັບຂໍ້ກຳນົດ, ການຢັ້ງຢືນເຊິ່ງກັນ ແລະ ກັນ ບໍ່ໂລ່ງລ່ຽນ, ຕົ້ນທຶນການປະສານສົມທົບກັນດ້ານເຕັກໂນໂລຊີມີລາຄາສູງ ແລະ ອື່ນໆ, ເຮັດໃຫ້ໂຄງການດີຈີ ຕອນໃນປັດຈຸບັນດຳເນີນໄປຢ່າງ ໂລ່ງລ່ຽນກວ່າເກົ່າ ແລະ ເຮັດໃຫ້ ການຮ່ວມມືລະຫວ່າງສອງປະ ເທດມີພື້ນທີ່ກວ້າງຂວາງກວ່າ ເກົ່າ
ເມື່ອເບິ່ງຈາກລະດັບພາກພື້ນແລ້ວ, ອາຊຽນພວມອອກແຮງຊຸກຍູ້ການສ້າງປະຊາຄົມຮ່ວມດ້ານດີຈີຕອນ, ຈີນ ແລະ ອາຊຽນ ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນ ແລະ ກັນ ເຊິ່ງມີທ່າແຮງບົ່ມຊ້ອນອັນມະຫາສານໃນການຮ່ວມມືດ້ານດີຈີຕອນ, ພ້ອມດຽວກັນນີ້, ການຮ່ວມມືດ້ານເສດຖະ ກິດດີຈີຕອນ ລະຫວ່າງ ຈີນ-ອາຊຽນໄດ້ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ, ສັງເກດໄດ້ຈາກໂຄງການສູນຂໍ້ມູນຂ່າວສານ ຈີນ-ອາຊຽນ, ສາຍໃຍແກ້ວຂ້າມຊາຍແດນ, ພື້ນຖານໂຄງລ່າງ 5G ແລະ ອື່ນໆ ໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນເລື້ອຍໆ, ຂະນະທີ່ເຂດການຄ້າເສລີ ຈີນ-ອາຊຽນ 3.0 ໄດ້ຈັດໃຫ້ເສດຖະກິດດີຈີຕອນເຂົ້າເປັນໜຶ່ງໃນບັນດາເນື້ອໃນຂອງເຂດການຄ້າດັ່ງກ່າວເປັນເທື່ອທຳອິດ.
ຢ່າງໃດກໍຕາມ, ຄວາມແຕກໂຕນກັນດ້ານລະບຽບການຂໍ້ມູນຂ່າວສານ ແລະ ຄວາມສາມາດດ້ານດີຈີຕອນຢູ່ໃນພາກພື້ນຍັງຄົງເປັນປັດໄຈຈຳກັດຕໍ່ການຍົກລະດັບການຮ່ວມມື ລະຫວ່າງ ຈີນ-ອາຊຽນ ໃຫ້ມີຄຸນນະພາບສູງຂຶ້ນ. WDO ໄດ້ເຕົ້າໂຮມຫຼາຍອົງກອນຈາກທົ່ວໂລກໂດຍກວມເອົາຫຼາຍຂົງເຂດ ແລະ ຂະແໜງການ ເຊິ່ງສາມາດປະກອບສ່ວນເຂົ້າໃນການສ້າງໂຄງລ່າງການຄຸ້ມຄອງຂໍ້ມູນຂ່າວສານທີ່ສອດຄ່ອງ ແລະ ສາມາດຢັ້ງຢືນເຊິ່ງກັນ ແລະ ກັນລະຫວ່າງ ຈີນ-ອາຊຽນ, ຊຸກຍູ້ການປະຍຸກໃຊ້ໃນດ້ານ ຕ່າງໆ ເປັນຕົ້ນແມ່ນການຜ່ານ ດ່ານດີຈີຕອນ, ການບໍລິການຂໍ້ ມູນເຄຣດິດຂ້າມຊາຍແດນ, ການຊອກຫາແຫຼ່ງກຳເນີດຂອງ ສິນຄ້າ ແລະ ອື່ນໆ ໃຫ້ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ເພື່ອແບ່ງປັນຜົນປະ ໂຫຍດຈາກຂົງເຂດດີຈີຕອນຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP.
ໃນອະນາຄົດ, ຄຽງຄູ່ກັບວຽກງານຕ່າງໆຂອງ WDO ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ການຮ່ວມມືດ້ານຂໍ້ມູນຂ່າວສານ ລະຫວ່າງ ຈີນ-ລາວ ກໍຄື ຈີນ-ອາຊຽນ ຈະນັບມື້ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ຂະນະທີ່ຂໍ້ມູນຂ່າວສານຈະເພີ່ມປະສິດທິພາບໃຫ້ແກ່ເສັ້ນທາງລົດໄຟ ລາວ-ຈີນ, ການຄ້າຂ້າມ ຊາຍແດນ, ການບໍລິການສາທາ ລະນະ ແລະ ຂົງເຂດອື່ນໆ ໃຫ້ດີຂຶ້ນກວ່າເກົ່າ, ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກເຕັກໂນໂລຊີດີຈີຕອນຢ່າງແທ້ຈິງ ເພື່ອເພີ່ມແຮງຂັບເຄື່ອນແບບຍືນຍົງໃຫ້ແກ່ລາວ ແລະ ອາຊຽນໃນການບັນລຸການພັດທະນາແບບຍືນຍົງ ກໍຄື ເຊື່ອມໂຍງເຂົ້າໃນການຮ່ວມມືລະດັບພາກພື້ນຢ່າງເລິກເຊິ່ງ, ພ້ອມທັງເຮັດໃຫ້ຄູ່ຮ່ວມຊະຕາກຳ ຈີນ-ລາວ ແລະ ປະຊາຄົມຮ່ວມຊະຕາກຳ ຈີນ-ອາຊຽນ ມີຄວາມແໜ້ນແຟ້ນ ແລະ ໝັ້ນຄົງຍິ່ງໆ ຂຶ້ນໃນຍຸກດີຈີຕອນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















