ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ເມສາ 2026

  

ມຽນ​ມາ ປະກາດ​ຍົກເວັ້ນ ພາສີ​ນຳ​ເຂົ້ານ້ຳມັນ​ກາ​ຊວນ
ເວລາອອກຂ່າວ: 2026-04-09 09:40:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 278 | ຄວາມນິຍົມ:



ສຳນັກ​ຂ່າວ ຊິນ​ຮວາ ​ສປ ຈີນ ລາຍ​ງານ​ເມືອ​ບໍ່​ດົນ​ມາ​ນີ້, ກະຊວງ​ການ​ເງິນ ແລະ ພາສີ​ອາກອນ ຂອງ ມຽນ​ມາ ປະກາດ​ຍົກເວັ້ນ​ການ​ເກັບ​ພາສີ ຈາກ ການ​ນຳ​ເຂົ້າ​ນໍ້າມັນ​ກາ​ຊວນ ເປັນ​ການ​ຊົ່ວຄາວ ໃນ​ລະຫວ່າງ​ວັນ​ທີ 1-30 ເມສາ ນີ້, ເພື່ອ​ສະຖຽນ​ລະ​ພາບ ແລະ ຫຼຸດ​ລາຄາ​ສິນຄ້າ​ບໍລິໂພກ, ຫຼັງ​ຈາກ ລາຄາ​ນໍ້າມັນ​ເຊື້ອ​ໄຟ​ປັບ​ຕົວ​ສູງ​ຂຶ້ນ​ທົ່ວ​ໂລກ ລວມ​ເຖິງ ລາຄາ​ເຊື້ອ​ໄຟ​ພາຍ​ໃນ​ປະເທດ​ທີ່​ເລີ່ມ​ເພີ່ມ​ຂຶ້ນ, ເນື່ອງ​ຈາກ​ຄວາມ​ຂັດ​ແຍ່ງ​ໃນ​ຕາເວັນ​ອອກ​ກາງ. ການ​ຍົກເວັ້ນພາສີໃນ​ຄັ້ງນີ້ ໃຊ້​ກັບ​ການ​ນຳ​ເຂົ້າ​ນໍ້າມັນ​ກາ​ຊວນ 500 ພີ​ພີ​ເອັມ (HSD 500 ppm) ຫຼື ນໍ້າມັນ​ກາ​ຊວນ ທີ່​ມີ​ປະລິມານ​ຂອງ​ແຂງ​ບໍ່​ເກີນ 500 ສ່ວນ​ຕໍ່​ລ້ານ​ສ່ວນ, ດ້ວຍ​ການ ຍື່ນ​ໃບ​ຂົນສົ່ງ​ສິນຄ້າ ຂາ​ເຂົ້າ ກັບ ໜ່ວຍ​ງານ​ພາສີ​ອາກອນ​ພາຍ​ໃນ​ໄລຍະ​ເວລາ​ທີ່​ກຳນົດ​ໄວ້, ໂດຍ​ຍົກ ເວັ້ນ ພາສີ​ອາກອນ, ພາສີ​ສິນຄ້າ ສະເພາະ, ພາສີ​ການ​ຄ້າ ແລະ ພາ​ສີເງິນໄດ້​ລ່ວງ​ໜ້າ 2% ສຳລັບ​ການ​ນຳ​ເຂົ້ານໍ້າມັນ​ກາ​ຊວນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ