ຄວາມຂັດແຍ້ງຢູ່ຕາເວັນອອກກາງ ສົ່ງຜົນຕໍ່ການສະໜອງຝຸ່ນເຄມີຂອງອິນເດຍ
ເວລາອອກຂ່າວ: 2026-04-09 09:39:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 280 | ຄວາມນິຍົມ: ![]()
ພາກພື້ນຕາເວັນອອກກາງ ບໍ່ພຽງແຕ່ເປັນໃຈກາງດ້ານພະລັງງານທີ່ສຳຄັນເທົ່ານັ້ນ, ຍັງເປັນແຫຼ່ງຜະລິດ ແລະ ສົ່ງອອກຝຸ່ນເຄມີທີ່ສຳຄັນໃນໂລກອີກດ້ວຍ. ເມື່ອເກີດການປະທະກັນ ລະຫວ່າງ ອາເມຣິກາ-ອິດສະຣາແອນ ຕໍ່ ອີຣານ ສືບຕໍ່ຮຸນແຮງຂຶ້ນ ແລະ ການຂົນສົ່ງທາງທະເລຜ່ານຊ່ອງແຄບຮໍມຸສໄດ້ຮັບຜົນກະທົບຫຼາຍ, ເຮັດໃຫ້ການສະໜອງຝຸ່ນເຄມີທົ່ວໂລກປະເຊີນກັບຄວາມສ່ຽງ.
ອິນເດຍ ເປັນປະເທດກະສິກຳ ທີ່ສຳຄັນຂອງໂລກ, ພ້ອມດຽວກັນ ກໍເປັນປະເທດທີ່ນຳເຂົ້າຝຸ່ນເຄມີເປັນສ່ວນຫຼາຍ. ຫວ່າງມໍ່ໆມານີ້, ຊາວກະສິກອນອິນເດຍ ສ່ວນໜຶ່ງໄດ້ສະແດງຄວາມເປັນຫ່ວງຕໍ່ການສະໜອງຝຸ່ນເຄມີໃນລະດູການປູກພືດຈະມາ ເຖິງ.
ປັດຈຸບັນ, ລັດຖະບານອິນເດຍ ພວມດຳເນີນຫຼາຍມາດຕະການ ເຊັ່ນ: ຍົກສູງເງິນອຸດໜູນ ແລະ ເພີ່ມທະວີການຈັດສັນ ເພື່ອຮັກສາສະຖຽນລະພາບດ້ານການສະໜອງຝຸ່ນເຄມີ. ລາຄາຝຸ່ນເຄມີໃນຕະຫຼາດປັດຈຸບັນໂດຍລວມແລ້ວຍັງຄົງໝັ້ນທ່ຽງຢູ່, ແຕ່ເມື່ອລະດູການປູກພືດໃກ້ເຂົ້າມາ, ຄວາມຕ້ອງການຝຸ່ນເຄມີຈະເພີ່ມຂຶ້ນຢ່າງວ່ອງໄວ, ເຊິ່ງອາດເຮັດໃຫ້ຄວາມຂັດແຍ້ງລະຫວ່າງການສະໜອງ ແລະ ຄວາມຕ້ອງການ ຮຸນແຮງຂຶ້ນຕື່ມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















