ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ການຂຸດຄົ້ນບໍ່ແຮ່ ສົ່ງຜົນກະທົບດ້ານລົບຕໍ່ລຳດົງຊີວິດ ຂອງ ປປຊ ແລະ ການທ່ອງທ່ຽວໃນໄລຍະຍາວ
ເວລາອອກຂ່າວ: 2026-04-09 09:38:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 319 | ຄວາມນິຍົມ:



ເປັນທີ່ຮູ້ນຳກັນແລ້ວວ່າ: ໃນເມື່ອກ່ອນເມືອງວຽງໄຊ ແຂວງຫົວພັນ ເປັນເມືອງວີລະກຳອັນລໍ້າເລີດ ຂອງບັນດານັກຮົບປະຕິວັດປະຊາຊົນໃນສະໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວ ທີ່ມາຮຸກຮານເພື່ອຫວັງດັບມອດກຳລັງຮັກຊາດ ຂອງປະຊາຊົນລາວ ເອີ້ນໄດ້ວ່າເປັນບ່ອນກຳເນີດຂອງການປະຕິວັດລາວຈົນສາມາດປົດປ່ອຍປະຊາດໄດ້ໃນປີ1975. ມາຮອດປັດຈຸບັນນີ້ ບ້ານເມືອງມີການພັດທະນາຢ່າງຮອບດ້ານ ,ຖະນົນຫົນທາງ, ການກໍ່ສ້າງຕຶກອາຄານທີ່ນັບມືຫຼາຍຂຶ້ນເຮັດໃຫ້ຫຼາຍສິ່ງປ່ຽນໄປຕາມການເວລາ, ແນ່ນອນວ່າສິ່ງເຫຼົ່ານີ້ມັນຈະສົ່ງຜົນກະທົບໂດຍກົງທັງໄລຍະສັ້ນ ແລະ ຍາວຕໍ່ການດຳລົງຊີວິດຂອງປະຊາຊົນ.ດັ່ງນັ້ນ, ເພື່ອເປັນການຮັກສາໄວ້ຮ່ອງຮອຍທາງປະຫວັດ ແລະ ໃຫ້ກາຍເປັນແວ່ນແຍງລັກສະນະຊາດທີ່ຕິດພັນກັບການທ່ອງທ່ຽວໃນໄລຍະໃໝ່ຢ່າງແທດເໝາະນັ້ນ, ສະຫາຍ ພັນເອກ ນາງ ພວງທອງ ສຸຍະວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ມີບາງຄຳເຫັນ ແລະ ທັດສະນະຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ X (2026-2030) ຂອງແຂວງຫົວພັນວ່າ: ປັດຈຸບັນນີ້ ສັງເກດເຫັນວ່າ ພາຍໃນແຂວງ ກໍໄດ້ມີການອະນຸຍາດຂຸດຄົ້ນແຮ່ທາດ ຈຳນວນໜຶ່ງ ຢູ່ຕາມບັນດາເມືອງ, ສະນັ້ນ ແຂວງ ຕ້ອງເອົາໃຈໃສ່ກຳນົດໃຫ້ຊັດເຈນ ແລະ ຈະແຈ້ງວ່າ ເຂດໃດ ເມືອງໃດ ຈະສ້າງ ແລະ ສົ່ງເສີມເປັນເຂດອະນຸລັກ ແລະ ພັດທະນາເປັນເມືອງທ່ອງທ່ຽວ ທາງທຳມະຊາດ ແລະ ທາງປະຫວັດສາດຕິດພັນການປະຕິວັດ ເພາະແຂວງຫົວພັນ ເປັນແຂວງ, ເປັນເມືອງປະຕິວັດ ເພື່ອຮັກສາຄຸນຄ່າ ແລະ ມູນເຊື້ອໄວ້ ໃຫ້ລູກຫຼານໄດ້ຮ່ຳຮຽນຮູ້ ເພາະໂຄງການເຫຼົ່ານີ້ອາດສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ ສະພາບແວດລ້ອມຕົວເມືອງ ແລະ ການດຶງດູດການທ່ອງທ່ຽວ. ໂດຍສະເພາະແມ່ນເມືອງວຽງໄຊ ພວກເຮົາຈະຕ້ອງຮັກສາຂົງເຂດນີ້ໃຫ້ ເປັນເມືອງທ່ອງທ່ຽວທາງ ປະຫວັດສາດຕິດພັນກັບ ການປະຕິວັດຊາດ,ຖ້າຈະມີການພັດທະນາຕ້ອງກຳນົດຂອບເຂດ ໃຫ້ຊັດເຈນວ່າ: ເຂດໃດບໍ່ອະນຸມັດ ແລະ ເຂດໃດອາດອະນຸຍາດໄດ້. ຄຽງຄູ່ກັນນີ້ ການນຳຂັ້ນແຂວງຈະຕ້ອງ ເອົາໃຈໃສ່ສົ່ງເສີມການຕ່ຳຫູກທໍ່ໄໝ, ແຜ່ນແພ ເປັນຕົ້ນ ຕ່ຳສິ້ນ, ຜ່າບ່ຽງຕ່າງໆ ຂອງແຂວງຫົວພັນ ເຊິ່ງເປັນທີ່ຮູ້ຈັກແຜ່ຫຼາຍ ຕິດພັນກັບການ ສົ່ງເສີມການທ່ອງທ່ຽວໄປພ້ອມກັນ. ສ່ວນການພັດທະນາພື້ນຖານໂຄງລ່າງ ບັນຫານີ້ແມ່ນສຳຄັນຫຼາຍ ໂດຍສະເພາະ ເສັ້ນທາງ ຖືເປັນສາຍເລືອດ ເປັນກະດູກສັນຫຼັງແຫ່ງການພັດທະນາ, ສະນັ້ນ ຈະຕ້ອງໄດ້ເອົາໃຈໃສ່ຍົກລະດັບ ເສັ້ນທາງໃຫ້ໄດ້ມາດຕະຖານ ພ້ອມທັງ ຄຸ້ມຄອງໃຫ້ຮັດກຸມ ແລະ ປະສານສົມທົບກັບ ສູນກາງ ກໍຄື ກະຊວງ ໃນການຮີບຮ້ອນຈັດຕັ້ງປະຕິບັດໂຄງການກໍ່ສ້າງຍົກລະດັບ ເສັ້ນທາງຫຼັກຂອງແຂວງໃຫ້ໄດ້ມາດຕະຖານ. ຫາກເສັ້ນທາງໄປ-ມາສະດວກ ມັນກໍຈະຊ່ວຍຍູ້ແຮງການພັດທະນາເສດຖະກິດ ໂດຍສະເພາະ ການທ່ອງທ່ຽວ.ທັງນີ້ທັງນັ້ນ ເສັ້ນທາງສາຍຫຼັກມັນສະດວກແລ້ວກໍໄດ້ເອົາໃຈໃສ່ກໍ່ສ້າງ-ປັບປຸງເສັ້ນທາງເມືອງ ແລະ ເສັ້ນທາງເຂົ້າຫາບ້ານຢູ່ເຂດຫ່າງໄກສອກຫຼີກ ໃຫ້ສາມາດທຽວໄດ້ 2 ລະດູ, ພ້ອມທັງຂະຫຍາຍຕາຄ່າຍໄຟຟ້າ, ສັນຍາໂທລະສັບ ແລະ ລະບົບຊົນລະປະທານ ໃຫ້ຫຼາຍຂຶ້ນ. ສັງລວມແລ້ວ, ເມືອງວຽງໄຊ ແຂວງຫົວພັນ ໄດ້ກາຍເປັນແວ່ນແຍງຂອງການປະຕິບັດຊາດ, ເປັນຈຸດກຳເນີດຂອງຊາດ, ຂອງພັກ, ຂອງກອງທັບ. ສະນັ້ນເພື່ອຈະສ້າງເຂດດັ່ງກ່າວໃຫ້ເປັນສະຖານທີ່ກ່າວຂານໃນດ້ານການທ່ອງທ່ຽວທາງປະຫວັດສາດໄດ້ນັ້ນ, ຂັ້ນແຂວງຈະຕ້ອງສຸມໃສ່ພັດທະນາໂຄງສ້າງພື້ນຖານດ້ານຕ່າງໆ, ຂັ້ນເມືອງກໍຄືປະຊາຊົນຊາວເມືອງວຽງໄຊຈະຕ້ອງເປັນເຈົ້າການໃນການໂຄສະນາໂດຍສະແດງອອກໃນການດຳລົງຊີວິດຕິດພັນກັບທຳມະຊາດຮັກສາໄວ້ເຊິ່ງຮີດຄອງປະເພນີອັນດີງາມຂອງຊົ່ນເຜົ່າ ພ້ອມກັນສ້າງເມືອງວຽງໄຊໃຫ້ກາຍເປັນ ຈຸດເຊັກອິນ ແຫ່ງໃໝ່ຂອງແຂວງຫົວພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ