ແນວລາວສ້າງຊາດ ນວ ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ
ເວລາອອກຂ່າວ: 2026-04-09 09:34:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 276 | ຄວາມນິຍົມ: ![]()
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ IX ຈັດຂຶ້ນໃນວັນທີ 7 ເມສາ 2026 ຢູ່ອົງການປົກຄອງ ນະຄອນຫຼວງວຽງຈັນ ມີທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ລາວປາວຊົ່ງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ
ພົງສະຫວັນ ສີລິພັນ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກຳມະການ ປະທານແນວລາວສ້າງຊາດ 9 ຕົວເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໂອກາດນີ້, ທ່ານ ພົງສະຫວັນ ສີລິພັນ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກຕໍ່ກອງປະຊຸມໃຫຍ່ບາງຕອນວ່າ: ຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ໄດ້ປຸກລະດົມປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ເສີມຂະຫຍາຍມູນເຊື້ອວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າ ແລະ ທ້ອງຖິ່ນ ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນເຈົ້າການປັບ
ປຸງຍົກລະດັບຊີວິດການເປັນຢູ່ໃຫ້ດີຂື້ນເປັນກ້າວໆ ລູກຫຼານຢູ່ໃນເກນອາຍຸໄດ້ເຂົ້າຮຽນ ແລະ ເຂົ້າເຖິງການບໍລິການດ້ານສາທາລະນາສຸກ ໃນ 5 ປີຜ່ານມາ ໄດ້ເອົາໃຈໃສ່ຊຸກຍູ້ຂະບວນການສ້າງຄອບຄົວບ້ານ ແລະ ເມືອງສາມັກຄີປອງດອງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ມາຮອດປີ 2025 ສາມາດສ້າງບ້ານສາມັກຄີປອງດອງໄດ້ 434 ບ້ານ ເທົ່າກັບ 90,22% ແລະ 1 ເມືອງ ປະຊາຊົນຊາວ ນວ ດຳລົງຊີວິດ ແລະ ຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງດອງ.
ການເຕົ້າໂຮມຄວາມສາມັກຄີປອງດອງບັນດາສາສະໜາ: ໄດ້ເປັນເຈົ້າການນຳເອົາລັດຖະທຳມະນູນ ລະບຽບກົດໝາຍ ແນວທາງນະໂຍບາຍ ຈັດຕັ້ງເຜີຍແຜ່ສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າ ຮັບຮູ້ ແລະ ເຂົ້າໃຈການເຊື່ອຖື ແລະ ບໍ່ເຊື່ອຖືສາສະໜາ ບົນພື້ນຖານຄວາມສະໝັກໃຈ ທີ່ບໍ່ຂັດກັບລະບຽບກົດໝາຍ ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີ ບັນດາສາສະໜາ ແລະ ສາສະນິກະຊົນ ໃຫ້ເປັນພົນລະເມືອງດີ ແລະ ປະຕິບັດພັນທະຂອງພົນລະເມືອງໃຫ້ຖືກຕ້ອງ ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມກັນພັດທະນາ (ຕາມນະໂຍບາຍ 5 ຮ່ວມຂອງ ນະຄອນຫຼວງວຽງຈັນ) ແນະນຳການດຳເນີນພິທີກຳ ໃຫ້ຖືກຕ້ອງຕາມຫຼັກສິນທຳຂອງສາສະໜາຕ່າງໆ ຖືກກົດໝາຍ ແລະ ຮີດຄອງປະເພນີ ແກ້ໄຂ້ຮີດຄອງປະເພນີທີ່ຫຼ້າຫຼັງ ກົດໜ່ວງ ທ່ວງດຶງ ຂອງບາງຊົນເຜົ່າ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໄດ້ທັນເວລາ.
ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນ ຊັ້ນຄົນ ແລະ ການຈັດຕັ້ງສັງຄົມ: ໄດ້ເອົາໃຈໃສ່ນຳເອົາລະບຽບກົດໝາຍແນວທາງນະໂຍບາຍ ມະຕິ ຄຳສັ່ງ ຂອງຂັ້ນເທິງ ໄປເຜີຍແຜ່ໃຫ້ບັນດາຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ ໃນຂອບເຂດຄວາມຮັບຜິດຊອບ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມສິດໜ້າທີ່ ແລະ ພາ ລະບົດບາດຂອງຕົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ສ້າງສາ ແລະ ພັດ
ທະນາ ນະຄອນຫຼວງວຽງຈັນ ໃນໄລຍະໃໝ່ ຢ່າງແຂງແຮງ ແລະ ທົ່ວເຖິງ ປຸກລະດົມທຸກກຳລັງແຮງທົ່ວສັງຄົມ ປະກອບສ່ວນ ທຶນຮອນ ແລະສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເສີມສ້າງພັນທະພາບກຳມະກອນ ຊາວກະສິ
ກອນ ແລະ ນັກຮຽນຮູ້ປັນຍາຊົນ ຕັ້ງໜ້າທຳມາຫາກິນ ປະກອບອາຊີບ ຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ.
ທິດທາງໜ້າທີ່ຄາດໝາຍ ແລະແຜນວຽກຈຸດສຸມ 5 ປີຕໍ່ໜ້າ (2026-2030) ສຳລັບຢູ່ ນວ ຍັງຈະສືບຕໍ່ພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີຍັງສືບຕໍ່ປະຕິບັດກົນອຸບາຍມ້າງເພຄວາມສາມັກຄີພາຍໃນໂດຍຖືເອົາບັນຫາຜົນກະທົບ ດ້ານຫຍໍ້ທໍ້ຂອງເສດຖະກິດຕະຫຼາດ ກະແສໂລກາພິວັດ ໂຄສະນາໃສ່ຮ້າຍປ້າຍສີແນວ
ທາງນະໂຍບາຍຂອງພັກ-ລັດ ການສວຍໃຊ້ບັນຫາຊົນເຜົ່າ ສາສະໜາ ສິດທິມະນຸດ ແລະ ອື່ນໆ ເພື່ອແບ່ງແຍກຄວາມສາມັກຄີພາຍໃນຂອງພວກເຮົາ ເຊິ່ງບັນຫາດັ່ງກ່າວນັ້ນ ຈະສົ່ງຜົນກະທົບຕໍ່ສະພາບລວມຂອງການພັດທະນາເສດຖະກິດ-ສັງຄົມ ຂອງ ນວ ບໍ່ແມ່ນໜ້ອຍ ດັ່ງນັ້ນ ວຽກງານແນວລາວສ້າງຊາດ ມີຄວາມຈຳເປັນຈະຕ້ອງໄດ້ຮັບການປັບປຸງ ຍົກລະດັບ ແລະ ພັດທະນາໃຫ້ທຽບທັນກັບຄວາມຮຽກຮ້ອງຕ້ອງການ.
ໃນພິທີ ຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຜ່ານມະຕິຕົງລົງ ວ່າດ້ວຍການຮັບຮອງເອົາບຸກຄະລາກອນ ສະໜັກເປັນຄະນະກຳມະການແນວລາວສ້າງຊາດ ນະຄອນຫຼວງວຍງຈັນ ຊຸດໃໝ່ໃນການລົງປະຊາມະຕິດ້ວຍການຍົກບັດຮັບຮອງ ເຊິ່ງປະກອບມີ: ທ່ານ ພົງສະຫວັນ ສີລິພັນ ເປັນປະທານ ແລະ ຮອງປະທານ 8 ທ່ານ ຄື: ທ່ານ ສົມໃຈ ຊົ່ງຈົ່ງເຕັງ, ທ່ານ ນາງ ສົມປະເສີດ ສີຫາລາດ, ທ່ານ ໄຊຍະບັດ ຊຸ່ມມະນີວົງ, ທ່ານ ຈັນສີ ແກ້ວໄມວັນ, ທ່ານ ນາງ
ແກ້ວມະນີວອນ ຜາລິຂັນ, ທ່ານ ວຽງສາຄອນ ສຸລິໂຍ, ທ່ານ ບົວວຽງ ຈຳປາພັນ ແລະ ທ່ານ ອຸທັນ ໄຕລິດທິ ພ້ອມທັງຮັບຮອງເອົາທ່ານ ໄຊຍະບັດ ຊຸ່ມມະນີວົງ
ເປັນປະທານກວດກາ ທ່ານ ນາງ ສຸລິຈັນ ອິນປັນຍາ ເປັນຮອງປະທານກວດກາ ແລະທ່ານ ເພັດສະໝອນ ໄຊຍະສອນ ເປັນຄະນະກວດກາ.
ຂ່າວ: ວຽງຈັນໃໝ່
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















