ຄະນະຜູ້ແທນ ກອງບັນຊາການທະຫານແຂວງຢາລາຍ ຢ້ຽມຢາມກອງບັນຊາການທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2026-04-09 09:24:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 453 | ຄວາມນິຍົມ: ![]()
ໃນທ້າຍເດືອນ ມີນາ 2026 ນີ້, ສະຫາຍ ພັນເອກ ເລ ແທັງ ຕຸງ ຮອງຫົວ ໜ້າກອງບັນຊາການທະຫານແຂວງຢາລາຍ ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະແພດທະຫານ ແລະ ປົກຄອງ ໄດ້ເຄື່ອນໄຫວຢ້ຽມຢາມ ກອງບັນຊາການທະຫານແຂວງຈຳປາສັກ ໂດຍການຕ້ອນຮັບຂອງ
ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນເອກ ເລ ແທັງ ຕຸງ ໄດ້ສະແດງຄວາມຂອບໃຈ ຕໍ່ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຈຳປາສັກ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະເໜີຈຸດປະສົງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ຈະມາເຖີງນີ້, ຄະນະຜູ້ແທນ ກອງບັນຊາການທະຫານແຂວງຢາລາຍ ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ເພື່ອອວຍພອນປີໃໝ່ລາວ ພ້ອມທັງເຄື່ອນໄຫວກວດພະຍາດ, ຈ່າຍຢາ, ມອບຂອງຂວັນ ແລະ ມອບທຶນຊ່ວຍເຫຼືອສ້ອມແປງເຮືອນ ໃຫ້ແກ່ຄອບຄົວພະນັກງານ ແລະ ປະຊາຊົນແຂວງຈຳປາສັກ.
ໂອກາດດຽວກັນ, ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ກໍຄືອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນແຂວງຈຳປາສັກ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນແພດທະຫານ ແລະ ປົກຄອງຈາກກອງບັນຊາການທະຫານແຂວງຢາລາຍ ພ້ອມທັງ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນ ແລະ ເປັນຂີດໝາຍອັນສຳຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ກອງບັນຊາການທະຫານແຂວງຈຳປາສັກ ກັບ ກອງບັນຊາການທະຫານແຂວງຢາລາຍ ໃຫ້ນັບມື້ກ້າວສູ່ລວງເລີກ ແລະ ພ້ອມກັນປົກປັກຮັກສາສາຍພົວພັນດັ່ງກ່າວໃຫ້ຍືນຍົງຕະຫຼອດໄປ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














