ການເຄື່ອນໄຫວກົມກອງຕ່າງໆໄລຍະທ້າຍເດືອນມີນາຫາຕົ້ນເດືອນເມສາ
ເວລາອອກຂ່າວ: 2026-04-09 09:17:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 421 | ຄວາມນິຍົມ: ![]()
ອົງການປົກຄອງເມືອງຫົງສາ: ສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຫົງສາ ພ້ອມຄະນະ ໄດ້ເຂົ້າ
ວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກຳ
ລັງປ້ອງກັນຄວາມສະຫງົບປະຊາຊົນລາວຄົບຮອບ 65 ປີ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ຫ້ອງການເມືອງທະຫານແຂວງໄຊຍະບູລີ: ປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການເມືອງ ອີງຕາມຂໍ້ຕົກລົງຂອງຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຮອງເລຂາ ແລະ ກຳມະການກວດກາພັກ ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການເມືອງກອງບັນຊາການທະຫານແຂວງໄຊຍະບູລີ ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສຸວັນທອນ ນ້ອຍຜາ ເປັນເລຂາໜ່ວກພັກທີ 2, ສະຫາຍ ພັນໂທ ບຸນລ່ຳ ວັນນະຄອນ ເປັນເລຂາໜ່ວຍພັກທີ 4, ສະຫາຍ ພັນໂທ ນາງ ມະນີວອນ ສັດທາວັນ ເປັນຮອງເລຂາ ແລະ ສະຫາຍ ພັນໂທ ທອນປະດິດ ທໍ່ ເປັນກຳມະການກວດກາໜ່ວຍພັກທີ 4 ທັງນີ້ກໍເພື່ອເປັນການປັບປຸງບູລະນະກົງຈັກການຈັດຕັ້ງ ຂັ້ນນຳພາ-ບັນຊາໃນກຳລັງປະກອບອາວຸດເວົ້າສະເພາະຫ້ອງການເມືອງກອງບັນຊາການທະຫານແຂວງໄຊຍະບູລີ ໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ກອງຮ້ອຍຕີພິເສດ 101 ກອງບັນຊາການທະຫານແຂວງເຊກອງ: ໄດ້ເປີດບັ້ນອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2026 ຈຸດປະສົງການອົບຮົມ-ຫັດແອບຄັ້ງນີ້ ກໍເພື່ອແນ່ໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ມີຄຸນນະພາບ, ຍົກສູງຄວາມຮູ້-ຄວາມສາມາດຂອງນາຍ ແລະ ພົນທະຫານ ຢູ່ກອງຮ້ອຍຕີພິເສດ 101 ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ຢ່າງເຂັ້ມງວດ, ເພື່ອແນ່ໃສ່ປັບປຸງຕາໜ່າງວຽກງານປ້ອງກັນຊາດຢູ່ໃນຂັ້ນກົມກອງທ້ອງຖິ່ນ,ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງຂຶ້ນກວ່າເກົ່າ, ທັງເປັນການທວນຄືນບົດຮຽນເກົ່າໄປສູ່ບົດຮຽນໃໝ່ໃຫ້ເປັນເອກະພາບ, ໃຫ້ມີຄວາມຊຳນິຊຳນານໃນການນຳໃຊ້ອາວຸດ-ຍຸດໂທປະກອນ, ພ້ອມທັງເປັນການປັບປຸງລະບຽບແບບແຜນ, ເຝິກຝົນຫຼໍ່ຫຼອມກຳລັງແຮງກາຍຂອງພະນັກງານ-ນັກຮົບໃຫ້ມີຄວາມຮູ້-ຄວາມສາມາດ, ມີລະບຽບວິໄນທີ່ເຂັ້ມງວດ, ເພື່ອພ້ອມກັນກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງພັກ-ລັດ, ກໍຄືຂອງກອງທັບວາງອອກ.
ຫ້ອງການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 1: ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ການເປີດຂະບວນການແຂ່ງຂັນພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ” ເປັນການສ້າງຂະບວນການຂ່ຳນັບຮັບຕ້ອນບັນດາວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ໃຫ້ເປັນຂະບວນການຟົດຟື້ນ ແຂງແຮງ, ເນື່ອງນິດລຽນຕິດ, ພ້ອມກັນນັ້ນກໍເປັນການເສີມຂະຫຍາຍທາດແທ້ ມູນເຊື້ອພິລະອາດຫານຂອງກອງທັບ ໃຫ້ໜັກແໜ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ຫ້ອງອົບຮົມວິທະຍາຄານພະລາທິການກອງທັບ: ສະຫຼຸບຖອດຖອນບົດຮຽນ ການຮຽນ-ການສອນ ໄລຍະຜ່ານມາໄດ້ຊີ້ນຳໃຫ້ແຕ່ລະຄະນະວິຊາຄູ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ຄົ້ນຄວ້າປຶກສາຫາລື ໃນການສິດສອນຂອງຄູ-ອາຈານ ແລະ ວຽກງານຮັບປະກັນຕ່າງໆ ໂດຍສະເພາະວຽກງານການສິດສອນ ເພື່ອໃຫ້ວຽກງານດັ່ງກ່າວເປັນໄປຕາມໂຄງການຫຼັກສູດການຮຽນການສອນ, ມີວິທີການສິດສອນໃໝ່ໆໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ການປະຕິບັດໂມງເວລາ, ການຂຶ້ນຫ້ອງ-ລົງຫ້ອງ, ການຊີ້ນຳນັກຮຽນ-ນັກສຶກສາ ການຂຽນບົດປ້ອງກັນຈົບຊັ້ນ, ທັງໝົດນີ້ກໍ່ເພື່ອແນ່ໃສ່ ເຮັດໃຫ້ແບບແຜນການຮຽນ-ການສອນ ຂອງວິທະຍາຄານ ໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ.
ກົມປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ: ສະຫາຍ ພັນເອກ ຈິດຕະວົງ ນັນທະວົງ ຮອງຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານວິຊາການທີ່ເຮັດວຽກງານປະກັນສັງຄົມ ລົງຕິດຕາມ ແລະ ທົດລອງນຳໃຊ້ລະບົບໂປຣແກຣມປະກັນສຸຂະພາບ ( ປັບປຸງໃໝ່ ) ຢູ່ໂຮງໝໍສູນກາງ 103 ກອງທັບ ການລົງຕິດຕາມ ແລະ ທົດລອງນຳໃຊ້ລະບົບໂປຣແກຣມປະກັນສຸຂະພາບ ທັງນີ້ກໍເພື່ອເປັນການຊີ້ນຳ, ຊຸກຍູ້ ແລະ ອຳນວຍຄວາມສະດວກ ໃນການເຄື່ອນໄຫວໜ້າທີ່ວຽກງານປະກັນສຸຂະພາບພາຍໃນໂຮງໝໍສູນກາງ 103 ກອງທັບ ໃຫ້ມີຄວາມຮັດກຸມ, ສະດວກ, ວ່ອງໄວ ແລະ ທັນກັບສະພາບການໃນໄລຍະໃໝ່. ພ້ອມດຽວກັນນີ້, ຍັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງຕິດຕາມ ແລະ ທົດລອງນ້ຳໃຊ້ລະບົບໂປຣແກຣມປະກັນສຸຂະພາບ ປັບປຸງໃໝ່ ໃຫ້ພະແນກປະກັນສຸຂະພາບ ແລະ ພະແນກປະກັນສັງຄົມຢູ່ທີ່ໂຮງໝໍສູນກາງ 103 ກອງທັບ ອີກດ້ວຍ.
ກອງພັນໃຫຍ່ປືນໃຫຍ່ໜ້າດິນ 619: ເປີດບັ້ນດຳເນີນຊີວິດການເມືອງພາຍໃນພັກ ເພື່ອເຮັດໃຫ້ຄະນະພັກຮາກຖານ ຄະນະໜ່ວຍພັກຕະຫຼອດຮອດສະມາຊິກພັກຫຼັກແຫຼ່ງ ໃນທົ່ວກອງພັນໃຫຍ່ ເຊື່ອມຊຶມກຳແໜ້ນ ຍົກສູງຄວາມຮັບຜິດຊອບ ແລະ ມີຄວາມເປັນເອກະພາບສູງຕໍ່ແຜນການປະຕິບັດຢ່າງເຂັ້ມງວດຖືກ
ຕ້ອງ ແລະ ມີປະສິດທິຜົນສູງ ທັງເປັນການກວດກາຕີລາຄາຄືນດ້ານຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແບບແຜນວິທີນຳພາ ວິທີເຮັດວຽກ ການດຳລົງຊີວິດ ຄວາມເປັນແບບຢ່າງທີ່ດີ ລັກສະນະນຳໜ້າຂອງພະນັກງານສະມາຊິກພັກ ບົນພື້ນຖານເສີມຂະຫຍາຍປະ
ຊາທິປະໄຕ ການຕຳນິຕິຊົມເຊິ່ງກັນ ແລະ ກັນ ຢ່າງແຂງແຮງ ເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນຊຸມປີຜ່ານມາ ພາຍຫຼັງຈັດຕັ້ງດຳເນີນຊີວິດການເມືອງນີ້ແລ້ວ ຕ້ອງມີການຫັນປຽນຕົວຈິງໄປສູ່ອັນໃໝ່ທີ່ຕັ້ງໜ້າ ເສີມຂະຫຍາຍໄດ້ມູນເຊື້ອ ແລະ ທາດແທ້ອັນດີງາມຂອງພັກ, ກົດໝາຍຂອງລັດ, ບັນດາຂໍ້ກຳນົດ ກົດລະບຽບຂອງກອງທັບຢ່າງເຂັ້ມງວດ ຕີຖອຍພະຍາດອາດຍາສິດ ສໍ້ລາດບັງຫຼວງ ສວຍໃຊ້ຖານະຕຳແໜ່ງ ຫຼິ້ນກິນຟຸມເຟືອຍ ພະນັກງານ ສະມາຊິກພັກໃຫ້ເປັນຮູບປະທຳຕົວຈິງ ເພື່ອສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຜ່ານການດຳເນີນຊີວິດການເມືອງພາຍໃນພັກເທື່ອນີ້ ຕ້ອງສ້າງໃຫ້ໄດ້ຄວາມເປັນເອກະພາບ ແລະ ຄວາມຕັດສິນໃຈສູງ ຂອງຄະນະພັກແຕ່ລະຂັ້ນ ສະມາຊິກພັກແຕ່ລະສະຫາຍໃນການເສີມຂະຫຍາຍບົດບາດການນຳພາຄວາມເປັນແບບຢ່າງ ແບບແຜນວິທີເຮັດວຽກທີ່ດີກ່ວາເກົ່າ.
ກອງບັນຊາການທະຫານເມືອງຄົງເຊໂດນ ແຂວງສາລະວັນ: ເປີດບັ້ນອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ທັງນີ້ກໍເພື່ອ
ແນໃສ່ເຮັດໃຫ້ພະນັກງານ-ນັກຮົບ ມີສະຕິລະວັງຕົວໃນການຈັດຕັ້ງປະຕິບັດຂໍ້ກຳນົດ-ກົດລະບຽບຕ່າງໆຂອງກອງທັບ ກໍຄື ຂອງກົມກອງ, ທັງເປັນການ
ປັບປຸງລະບຽບແບບແຜນພາຍໃນກອງໃຫ້ຮັດກຸມ ແລະ ມີຄວາມເປັນເອກະພາບກັນ, ເຮັດໃຫ້ພະນັກງານ-ນັກຮົບມີຄວາມຊຳນານຄ່ອງແຄ້ວທາງດ້ານສິລະປະຍຸດ-ຍຸດທະວິທີ ເພື່ອຮັບປະກັນເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງຂອງກົມກອງດ້ວຍໝາກຜົນສູງ. ສຳລັບການອົບຮົມ-ຫັດແອບຈະໃຊ້ເວລາທັງໝົດ 180 ວັນຈຶ່ງຈະສຳເລັດ.
ກຳມະບານຮາກຖານໂຮງງານປະສານເຫຼົ່າພາກກາງ: ໄດ້ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກກຳມະບານໃໝ່ ຕາມຂໍ້ຕົກລົງຂອງກຳມະບານຮາກຖານ ໂຮງງານປະສານເຫຼົ່າພາກກາງ ວ່າດ້ວຍການຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກກຳມະບານ ອີງຕາມກົດໝາຍວ່າດ້ວຍກຳມະບານລາວ ໃນພາກທີ II ໝວດທີ 4 ມາດຕາ 20, ມາດຕາ 21 ແລະ ກົດລະບຽບຂອງສະຫະພັນກຳ ມະບານລາວ ສະໃໝທີ VIII ໃນໝວດທີ II ມາດຕາ 5, ມາດຕາ 6 ວ່າດ້ວຍສະມາຊິກກຳມະບານ ແລະ ເງື່ອນໄຂຂອງການເຂົ້າເປັນສະມາຊິກກຳມະບານ ໃນນີ້ໄດ້ຕົກລົງຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກກຳມະບານຮາກຖານໂຮງງານປະສານເຫຼົ່າພາກກາງ ຈຳນວນ 05 ສະຫາຍ, ພ້ອມນັ້ນ ກໍໄດ້ປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍກຳມະບານພະແນກຊ່າງໄມ້ - ອາວຸດ ທີ່ຂຶ້ນກັບກຳມະບານຮາກຖານໂຮງງານປະສານເຫຼົ່າພາກກາງ, ຕົກລົງແຕ່ງຕັ້ງ ພັນຕີ ນາງ ວິໄລລັກ ແກ້ວວົງສາ ເປັນຮອງເລຂາໜ່ວຍກຳມະບານພະແນກຊ່າງໄມ້-ອາວຸດ, ແຕ່ງຕັ້ງ ພັນຕີ ສີສົມພອນ ໄຊທິສອນ ເປັນກຳມະການໜ່ວຍກຳມະບານ.
ອົງການຍຸຕິທຳກອງພົນທີ 4: ລົງເຜີຍແຜ່ກົດໝາຍ ແລະ ນິຕິກຳໃຫ້ນາຍ ແລະ ພົນທະຫານຢູ່ກອງພັນ 617 ສຳລັບກົດໝາຍ ແລະ ນິຕິກຳທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ກົດໝາຍວ່າດ້ວຍການຈາລະຈອນທາງບົກ, ຂໍ້ກຳນົດຂອງກະຊວງປ້ອງກັນປະເທດ ວ່າດ້ວຍມາດຖານ ກອງປອດໃສ, ປອດໄພ, ປອດຄະດີ, ກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ກົດໝາຍວ່າດ້ວຍການກວດກາລັດ, ກົດໝາຍວ່າດ້ວຍພັນທະປ້ອງກັນຊາດ ແລະ ກົດໝາຍວ່າດ້ວຍຢາເສບຕິດ, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ກົດໝາຍວ່າດ້ວຍອົງການໄອຍາການທະຫານ ແລະ ກົດໝາຍວ່າດ້ວຍຄອບຄົວ, ທັງນີ້ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ທົ່ວກົມກອງ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດໝາຍຕ່າງໆ, ຂໍ້ກຳນັດກົດລະບຽບຂອງກອງທັບວາງອອກ ແລະ ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງ ເພື່ອລີກລ້ຽງການກະທຳຜິດ , ຕ້ານ ແລະ ສະກັ້ນປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນສັງຄົມ, ໃນຖັນແຖວຂອງກອງທັບກໍ່ຄືຂອງກົມກອງໃນສະເພາະໜ້າ ແລະ ຍາວນານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















