ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ປະກາດການເລື່ອນຊັ້ນ​ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2026-04-09 09:10:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 430 | ຄວາມນິຍົມ:



ໃນວັນ​ທີ 7 ເມສາ 2026 ນີ້, ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ​ໄດ້ປະກາດການ ເລື່ອນຊັ້ນໃຫ້​ນາຍ​ທະຫານຂອງ​ ຕົນ, ໂດຍການ​ເປັນປະທານ ຂອງ​ ສະຫາຍ ພັນເອກ ບຸນມີ ໄຕໄຊຍະວົງ ຮອງຫົວໜ້າການ ເມືອງໂຮງຮຽນ, ມີຄະນະພັກ- ຄະນະບັນຊາ ຫ້ອງການ, ກອງ ພັນ, ພະແນກການທີ່ກຽ່ວຂອ້ງ ​ຕະຫຼອດ​ຮອດ​ພະນັກ​ງານ​ທີ່​ໄດ້​ຮັບ​​ຊັ້ນໃໝ່ ເຂົ້າ​ຮ່ວມ. ສະຫາຍ​ ພັນ​​ໂທ ທິດສະດີ ອຸດທະວົງ ຫົວໜ້າ​ພະ​ແນ​ກພະນັກງານໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ ​ ວ່າດ້ວຍການປະດັບທຽບຊັ້ນ ນາຍທະຫານ ໃຫ້ນັກຮຽນທີ່ຮຽນ ຈົບວິຊາສະເພາະຈາກສາຍລັດ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ອີງຕາມມາດຕາ 19 ແລະ 20 ຂອງກົດໝາຍວ່າດວ້ຍນາຍທະຫານກອງທັບປະຊາ ຊົນລາວ, ໃນນີ້ ກົມໃຫຍ່ການເມືອງກອງທັບຕົກ ລົງ ປະດັບທຽບຊັ້ນ ຮ້ອຍໂທ 6 ສະຫາຍ, ຊັ້ນຮ້ອຍຕີ 1 ສະຫາຍ. ໂອກາດນີ້, ສະຫາຍ ພັນເອກ ບຸນມີ ໄຕໄຊຍະວົງ ໄດ້ສະແດງຄວາມຍ້ອງຍໍ​ຊົມ​ເຊີຍ​ຕໍ່​ພະນັກງານ​ທີ່ໄດ້​ຮັບ​ການ​ປະດັບຊັ້ນ​​ຄັ້ງ​ນີ້ ແລະ ​ເນັ້ນ​ໜັກໃຫ້​ບັນດາ​ສະຫາຍທີ່​ໄດ້​ຮັບ​ການ​ທຽບ​​ຊັ້ນໃໝ່ຈົ່ງເອົາໃຈໃສ່​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງຢ່າງຮອບດ້ານ, ເສີມຂະຫຍາຍ​ຫົວຄິດ​ປະດິດ​ສ້າງ ​ເຂົ້າ​ໃນ​ແບບ​ແຜນ​ວິທີ​ເຮັດ​ວຽກ, ເພີ່ມທະວີການນໍາພາ​ບັນຊາ, ມີ​ແບບ​ແຜນ​ດໍາລົງ​ຊີວິດ​ທີ່​ປອດ​ໃສ​ຂາວ​ສະອາດ, ​ເອົາໃຈໃສ່ເຮັດສຳເລັດ​ວຽກ​ງານ​ທີ່​ການຈັດ​ຕັ້ງ​ມອບ​ໝາຍ​ໃຫ້ມີ​ຜົນ​ສໍາ​ເລັດ​ເປັນ​ຢ່າງ​ສູງ ສ້າງ ໃຫ້​ຕົນ​ເອງ​ກາຍເປັນພະນັກງານ​ຜູ້​ສືບ​ທອດ​ທີ່ດີຂອງກອງທັບ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ