ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ຮອງ​ອຳນວຍ​ການ ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງ ອວຍພອນ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ເມືອງ​ອຸທຸມພອນ
ເວລາອອກຂ່າວ: 2026-04-09 09:09:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 438 | ຄວາມນິຍົມ:



ໃນ​ວັນ​ທີ 2 ເມສາ 2026 ນີ້, ສະຫາຍ ພັນ​ໂທ ບຸນ​ຕາ ພິມ​ມະ​ໄລ​ສອນ ຮອງ​ອຳນວຍ​ການ​ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ກະຕ່າ​ຂອງຂວັນ ອວຍພອນ​ການ​ນຳ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ເມືອງ​ອຸທຸມພອນ, ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961-5 ເມສາ 2026), ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ໂທ ສົມ​ສັກ ຈັນທະ​ລາ​ສອນ ຫົວໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ເມືອງ​ອຸທຸມພອນ ພ້ອມ​ດ້ວຍ​ຄະນະ. ສະຫາຍ ພັນ​ໂທ ບຸນ​ຕາ ພິມ​ມະ​ໄລ​ສອນ ໄດ້​ສະແດງ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ມາ​ຍັງ ນາຍ ແລະ ພົນ​ຕຳຫຼວດ ເນື່ອງ​ໃນ​ວັນ​ສ້າງຕັ້ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຄົບຮອບ 65 ປີ ທີ່​ໝູນວຽນ​ມາ​ຄົບຮອບ​ອີກ​ວາລະ​ໜຶ່ງ ພ້ອມ​ທັງ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ ຄະນະ​ພັກ - ຄະນະ​ບັນຊາ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ເມືອງ​ອຸທຸມພອນ ຕະຫຼອດ​ຮອດ ນາຍ ແລະ ພົນ​ຕຳ ຫຼວດ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ ພ້ອມ​ກັນ​ເຮັດ​ສຳເລັດ​ທຸກ​ໜ້າທີ່​ວຽກ​ງານ​ທີ່​ພັກ-ລັດ ມອບ​ໝາຍ​ໃຫ້, ພ້ອມ​ກັນ​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກຳລັງ, ກົມ​ກອງ ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ ເຂັ້ມແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂອກາດ​ນີ້, ສະຫາຍ ພັນ​ໂທ ສົມ​ສັກ ຈັນທະ​ລາ​ສອນ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈມາ​ຍັງ ຄະນະ​ພັກ - ຄະນະ​ບັນຊາ ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງ​ທີ່​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ມາ​ຮອດ​ມາ​ເຖິງ​ໃນ​ຄັ້ງ​ນີ້, ສະຫາຍ​ ໄດ້​ໃຫ້​ຄຳ​​ໝັ້ນ ​ສັນຍາ​ວ່າຈະ​ເພີ່ມ​ທະວີ​ຄວາມ​ສາມັກຄີປອງ​ດອງ ລະຫວ່າງ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ເມືອງ​ອຸທຸມພອນ ກັບໂຮງງານ​ປະສານ​ເຫຼົ່າ​ພາກກາງ ໃຫ້​ດີ​ຂຶ້ນ​ເລື້ອຍໆ, ຄຽງ​ບ່າ​ຄຽງ​ໄຫຼ່​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ສຸກ, ອຳນວຍ​ຄວາມ​ສະດວກ ປະສານ​ງານ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສາມັກຄີ​ຮັກແພງ, ຊ່ວຍເຫຼືອ​ເຊິ່ງ ​ກັນ ແລະ ກັນ​ຕະຫຼອດ​ໄປ. ນັກ​ຂ່າວ​: ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ