ປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງການເມືອງ, ຮັກສາການຫົວໜ້າພະແນກ ແລະ ຮອງພະແນກຢູ່ກອງບັນຊາການທະຫານແຂວງອັດຕະປື
ເວລາອອກຂ່າວ: 2026-04-09 09:07:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 442 | ຄວາມນິຍົມ: ![]()
ໃນວັນທີ 3 ເມສາ 2026 ນີ້, ກອງບັນຊາການທະຫານແຂວງອັດຕະປື, ໄດ້ປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງການເມືອງ, ຮັກສາການຫົວໜ້າພະແນກ ແລະ ຮອງພະແນກ ຢູ່ກອງບັນຊາການທະຫານແຂວງອັດຕະປື, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນເຊີຍ ສີປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະແນກ
ການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນໂທ ດອກທອງ ສີລາເພັດ ຫົວໜ້າພະແນກພະນັກງານ ທະຫານແຂວງອັດຕະປື ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການເມືອງທີ່ຂື້ນກັບກອງບັນຊາການທະຫານແຂວງອັດຕະປື, ໂດຍອີງຕາມ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສີໄລ ພົມມະສານ ຄະນະພັກກອງບັນຊາການ, ຫົວໜ້າພະແນກກວດກາ (ຜູ້ເກົ່າ) ເປັນຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອັດຕະປື. ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າພະແນກກວດກາ ທີ່ຂຶ້ນກັບກອງບັນຊາການທະຫານແຂວງ, ກົມໃຫຍ່ການເມືອງກອງທັບຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ແສນທະວີ ແກ້ວມະນີ ຮອງພະແນກກວດກາ ເປັນຫົວໜ້າພະແນກກວດກາ, ແຕ່ງຕັ້ງ ສະຫາຍ ພັນຕີ ຈັນທະຄານ ວົງສຳລານ ຊ່ວຍວຽກພະແນກກວດກາ ເປັນຮອງພະແນກກວດກາ ກອງບັນຊາການທະຫານແຂວງ. ໃນພິທີຍັງໄດ້ປະກາດແຕ່ງໜ້າທີ່ໃໝ່ໃຫ້ບັນ
ດາພະນັກງານຫຼັກແຫຼ່ງຢູ່ບັນດາກົມກອງທີ່ຂຶ້ນກັບກອງບັນຊາການທະຫານແຂວງອັດຕະປື ຈຳນວນ 102 ສະຫາຍ ຕື່ມອີກ.
ພາບ-ຂ່າວ: ຈັນສະໝອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















