ກົມໃຫຍ່ພະລາທິການກອງທັບ ສະຫຼຸບວຽກງານປ້ອງກັນພາຍໃນ ປະຈໍາປີ 2025
ເວລາອອກຂ່າວ: 2026-04-08 15:06:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 551 | ຄວາມນິຍົມ: ![]()
ວັນທີ 8 ເມສາ 2026 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະນໍາກົມໃຫຍ່, ຫ້ອງການ, ພະແນກ, ຂະແໜງການປ້ອງກັນພາຍໃນ ເຂົ້າຮ່ວມ.
ສະຫາຍ ພັນເອກ ທອງຈັນ ພົງສີພັນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນພາຍໃນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ເຊິ່ງໄດ້ຍົກໃຫ້ເຫັນວຽກງານອົບຮົມ ໄດ້ຍົກສູງສະຕິລະວັງຕົວ, ຊຸກຍູ້ຂະບວນການວຽກງານປ້ອງກັນພາຍໃນ ແລະ ຊີ້ນໍາຄະນະພັກ-ຄະນະບັນຊາ ກົມກອງ ທ້ອງຖິ່ນ ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ນາຍ ແລະພົນທະຫານ ຍົກສູງສະຕິລະວັງຕົວປະຕິວັດໃຫ້ສູງ ຕອບຕ້ານທຸກກົນອຸບາຍເລ່ລ່ຽມຂອງສັດຕູ, ເອົາໃຈໃສ່ປ້ອງກັນຕົນເອງເປັນຕົ້ນຕໍ, ປ້ອງກັນກົມກອງເປັນສໍາຄັນ, ປ້ອງກັນທີ່ຕັ້ງສໍານັກງານອົງການ, ສາງຄັງ, ວັດຖຸ, ເງິນຄໍາ, ເຄື່ອງອຸປະໂພກ-ບໍລິໂພກ ຮັບໃຊ້ກອງທັບ, ກິດຈະການປ້ອງກັນຊາດ, ງານບຸນທີ່ສໍາຄັນຂອງກົມກອງ ສາມາດຮັບປະກັນຄວາມປອດໄພ, ປະສານສົມທົບຄະນະພັກ-ຄະນະບັນຊາກົມກອງທ້ອງຖິ່ນ ເພື່ອຊຸກຍູ້ກໍ່ສ້າງກອງ ປອດໃສ, ປອດໄພ, ປອດຄະດີ ແລະ ປັບປຸງລະບົບປ້ອງກັນພາຍໃນ ຢູ່ຂັ້ນຮາກຖານພັກ, ໜ່ວຍພັກ, ກົມກອງຮາກຖານ ເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່, ໄດ້ຄັດເລືອກຕີລາຄາກົມກອງ ປອດໃສ, ປອດໄພ ປອດຄະດີ ຕາມ 3 ເນື້ອໃນ 5 ມາດຖານ, ມີກຳມະການປ້ອງກັນໜ່ວຍພັກ 192 ສະຫາຍ, ຜູ້ຊ່ວຍຮັບຜິດຊອ ວຽກງານປ້ອງກັນ 55 ສະຫາຍ, ໄດ້ຊີ້ນໍາກົມກອງໃນທົ່ວກົມໃຫຍ່ພະລາທິການກອງທັບ ປ້ອງກັນຄວາມປອດໄພໃຫ້ແກ່ບຸກຄົນ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນການນໍາ ແລະ ສຳນັກງານອົງການ, ວັດຖຸພາຫະນະເຕັກນິກ, ສາງຄັງ ຊັບສິນ, ເຄື່ອງອຸປະໂພກ-ບໍລິໂພກຂອງກົມກອງ, ຂອງກອງທັບ, ກອງປະຊຸມລະດັບກະຊວງ, ລະດັບຊາດ ແລະ ສາກົນ ສາມາດຮັບປະກັນໄດ້ຄວາມປອດໄພໂດຍພື້ນຖານ. ຈາກນັ້ນ ແຕ່ລະພາກສ່ວນກໍໄດ້ປະກອບຄໍາເຫັນຕໍ່ບັນຫາທີ່ຄົງຄ້າງ ເພື່ອພ້ອມກັນຄົ້ນຄ້ວາ ແລະ ກໍານົດທິດທາງໃນການເຄື່ອນໄຫວວຽກງານສຸມໃສ່ປີຕໍ່ໜ້າໃຫ້ແທດເໝາະກັບສະພາບການໃນປັດຈຸບັນ.
ໃນພິທີຍັງໄດ້ມອບໃບຢັ້ງຢືນກອງ ປອດໃສ, ປອດໄພ, ປອດຄະດີ ປະຈໍາປີ 2025 ປະເພດທີ I ມີ 190 ກົມກອງ ແລະ ປະເພດທີ II 28 ກົມກອງ.
ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ມີຄໍາເຫັນ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕັ້ງໜ້າເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ປະຕິບັດຕາມຫຼັກການ, ມະຕິຄໍາສັ່ງ, ກົດລະບຽບວຽກງານປ້ອງກັນພາຍໃນຢ່າງເຂັ້ມງວດ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສ້າງຄວາມເປັນແບບຢ່າງ, ມີຄວາມຕື່ນຕົວປະບັດໜ້າທີ່ ແລະ ແບບແຜນດໍາລົງຊີວິດທີ່ປອດໃສ, ເອົາໃຈໃສ່ຄົ້ນຄວ້າ, ປັບປຸງແບບແຜນວິທີເຮັດວຽກໃຫ້ ເໝາະສົມກັບທ່າແຮງ, ສະພາບຂອງກົມກອງ ແລະ ຜົນກະທົບຈາກສະພາບເສດຖະກິດໃນປັດຈຸບັນ, ເອົາໃຈໃສ່ຊອກຫາທ່າແຮງຂອງກົມກອງສົມທົບກັບຄວາມຮູ້, ຄວາມສາມາດຂອງພະນັກງານວິຊາສະເພາະ ເພື່ອເປັນທ່າແຮງໃນການພັດທະນາກົມກອງໃຫ້ດີຂຶ້ນເປັນກ້າວໆ ແລະ ເພີ່ມທະວີຄຸ້ມຄອງງົບປະມານ, ການປົກປັກຮັກສາ ວັດຖຸຂອງສ່ວນລວມໃຫ້ສາມາດນໍາໃຊ້ໄດ້ຍາວນານ, ມີຄວາມເປັນລະບຽບຕາມຂໍ້ກຳນົດຢ່າງຖືກຕ້ອງ ແລະ ໂປ່ງໃສ.
ໂດຍ: ສຸກສົງການ ຫຼ້າບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















