ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ຮອງຫົວໜ້າຫ້ອງການທູດປ້ອງກັນຊາດ ສສ ຫວຽດນາມ ປະຈໍາລາວ ເຂົ້າອວຍພອນ ກອງບັນນາທິການໜັງສືພິມກອງທັບ
ເວລາອອກຂ່າວ: 2026-04-08 15:05:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 470 | ຄວາມນິຍົມ:



ວັນທີ 8 ເມສາ 2026 ນີ້, ສະຫາຍ ພັນຕີ ຫງວຽນ ວັນ ຕຽນ ຮອງຫົວໜ້າຫ້ອງການທູດປ້ອງກັນຊາດ ສສ ຫວຽດນາມ ປະຈໍາລາວ ພ້ອມຄະນະ ໄດ້ເຂົ້າອວຍພອນ ກອງບັນນາທິການໜັງສືພິມກອງທັບ ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ 2569 ທີ່ຈະໝູນວຽນມາເຖິງໃນມໍ່ໆນີ້. ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການໜັງສືພິມກອງທັບ ພ້ອມຄະນະ. ໂອກາດນີ້, ສະຫາຍ ພັນຕີ ຫງວຽນ ວັນ ຕຽນ ໄດ້ຕາງໜ້າໃຫ້ພັກ-ລັດ, ກອງທັບປະຊາຊົນຫວຽດນາມ ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ເວົ້າລວມ ເວົ້າສະເພາະຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ກອງບັນນາທິການໜັງສືພິມ ທີ່ຍາມໃດກໍ່ໃຫ້ການຕ້ອນຮັບ, ຊ່ວຍເຫຼືອປະສານສົບທົບດ້ານຂໍ້ມູນຂ່າວສານ ແລະ ອື່ນໆ, ອວຍພອນໃຫ້ສະຫາຍ ຫົວໜ້າກອງ ພ້ອມຄະນະ ກໍ່ຄືພະນັກງານ-ນັກຮົບ ຈົ່ງມີຄວາມຜາສຸກທັງສ່ວນຕົວ ແລະ ຄອບຄົວ ສືບຕໍ່ຮັກສາ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ-ລັດ, ປະຊາຊົນສອງຊາດ ເປັນຕົ້ນມູນເຊື້ອສາມັກຄີພິເສດ, ຂອງສອງກອງທັບ ໃຫ້ຢືນຢົງໝັ້ນຄົງຊົ່ວກາລະນານ. ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ສະແດງຄວາມຂອບໃຈຕໍ່ການເຂົ້າມາຢ້ຽມຢາມ ແລະ ອວຍພອນ ຂອງສະຫາຍ ຮອງຫົວໜ້າຫ້ອງການທູດປ້ອງກັນຊາດ ສສ ຫວຽດນາມ ທີ່ຍາມໃດກໍ່ເປັນຫ່ວງເປັນໄຍ ສະແດງນໍ້າໃຈອັນດູດດື່ມ, ນໍ້າໃຈສາມັກຄີ ເສີມຂະຫຍາຍມູນເຊື້ອສາມັກຄີພິເສດ, ຮອບດ້ານ ຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ກໍ່ຄືກອງບັນນາທິການໜັງສືພິມກອງທັບ ແລະ ຫ້ອງການທູດປ້ອງກັນຊາດ ສສ ຫວຽດນາມ ໃຫ້ໝັ້ນຄົງຕະຫຼອດໄປ. ໂດຍ: ພຸດທະພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ