ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ເປີດຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ" ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2026
ເວລາອອກຂ່າວ: 2026-04-08 14:41:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 541 | ຄວາມນິຍົມ:



ວັນທີ 8 ເມສາ 2026 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີເປີດຂະບວນການແຂ່ງຂັນ ພາຍໃຕ້ຄຳຂວັນ "ຮັກຊາດ ແລະ ພັດທະນາ" ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ, ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ. ໃນພິທີ, ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເປີດຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ " ປະຈຳປີ 2026 ຈາກນັ້ນ, ສະຫາຍ ພັນໂທ ສອນໄຊ ອິນທະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຂະບວນການແຂ່ງຂັນທົ່ວກົມໃຫຍ່ການເມືອງກອງທັບ ພາຍໃຕ້ຄຳຂວັນ "ຮັກຊາດ ແລະ ພັດທະນາ " ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026 ເພື່ອເປັນການປຸກລະດົມຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານເຂົ້າສູ່ວຽກງານຕົວຈິງຂອງແຕ່ລະກົມກອງ ເພື່ອສ້າງຜົນງານຂ່ຳນັບຮັບຕ້ອນ ບັນດາວັນປະຫວັດສາດທີ່ສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນຂ່ຳນັບຮັບຕ້ອນ ວັນປະຫວັດສາດ ໃນປີ 2026, ເຮັດໃຫ້ທົ່ວກົມໃຫຍ່ການເມືອງກອງທັບ ມີບັນຍາກາດຟົດຟື້ນຢ່າງຕໍ່ເນື່ອງ ທັງເປັນການເສີມຂະຫຍາຍທາດແທ້ມູນເຊື້ອ ອັນດີງາມ ຂອງກອງທັບເຮົາໃຫ້ໜັກແໜ້ນ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ຂະບວນການແຂ່ງຂັນ ຍັງເປັນການຊຸກຍູ້ວຽກງານປັບປຸງກໍ່ສ້າງກອງທັບ ໂດຍເລັ່ງໃສ່ສ້າງຈຸດສຸມກົມກອງຕົວແບບໃນການສ້າງກອງ ປອດໃສ, ປອດໄພ, ປອດຄະດີ, ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການສ້າງນັກຮົບ ແລະ ກອງວັດທະນະທຳ ໃຫ້ບັນລຸຕາມທິດຊີ້ນຳຂອງຂັ້ນເທິງ. ຜ່ານການຈັດຕັ້ງເປີດຂະບວນການແຂ່ງຂັນ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ" ໃນປີ 2025 ຢູ່ກົມໃຫຍ່ການເມືອງກອງທັບ ສາມາດສ້າງກອງ ປອດໃສ, ປອດໄພ, ປອດຄະດີ, ສ້າງນັກຮົບວັດທະນະທຳ ແລະ ກອງວັດທະນະທຳ ມີ 42 ກົມກອງ, ໄດ້ຮັບໃບຢັ້ງຢືນເປັນກອງ 3 ປອດ ປະເພດ I ມີ 18 ກົມກອງ, ປະເພດ II ມີ 24 ກົມກອງ, ໄດ້ນຳພາກົມກອງຈັດຕັ້ງເຄື່ອນໄຫວປະຕິບັດຄຳສັ່ງແນະນຳຂອງ ກົມໃຫຍ່ເສນາທິການກອງທັບ ຈັດຕັ້ງກຳລັງປະຈຳການກຽມພ້ອມສູ້ຮົບ, ເຝິກແອບຮ່ຳຮຽນ ປ້ອງກັນເວນຍາມສະຖານທີ່ຄ້າຍຄູ, ເຫັນວ່າການຈັດຕັ້ງດຳເນີນວຽກງານດັ່ງກ່າວ ໄດ້ເປັນຂະບວນການຟົດຟື້ນ ທັງສາມາດຮັບປະກັນແກ້ໄຂທຸກສະພາບການໄດ້ເປັນຢ່າງດີ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ປະຕິບັດລະບອບດຳເນີນຊີວິດການເມືອງ, ຊຸກຍູ້ອົງການຈັດຕັ້ງມະຫາຊົນຊາວໜຸ່ມ ແລະ ສະຫະພັນແມ່ຍິງ ເປັນເຈົ້າການເຄື່ອນໄຫວສ້າງຂະບວນການຈັດກິດຈະກຳກິລາ ແລະ ພົບປະສາມັກຄີແລກປ່ຽນບົດຮຽນຢູ່ພາຍໃນກົມກອງ ແລະ ກັບກົມກອງເພື່ອນ ເຄື່ອນໄຫວຈັດຕັ້ງປະຕິບັດຂະບວນການຕ່າງໆຕາມຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກເຫັນວ່າຂະບວນການຢູ່ຫຼາຍກົມກອງປະຕິບັດໄດ້ດີ ແລະ ມີບັນຍາກາດຟົດຟື້ນຢ່າງກວ້າງຂວາງ. ຈາກນັ້ນ, ຕາງໜ້າບັນດາກົມ, ຫ້ອງການ, ກອງ ກໍໄດ້ຂຶ້ນຮັບເອົາເນື້ອໃນຂໍ້ແຂ່ງຂັນ ເພື່ອພ້ອມກັນປະຕິບັດຂໍ້ແຂ່ງຂັນດັ່ງກ່າວໃຫ້ເກີດດອກອອກຜົນໃນຕໍ່ໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ