ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ຄະນະນໍາແມ່ທັບ 15 ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຢຽມຢາມ ແລະ ອວຍພອນ ຄະນະຊີ້ນໍາໂຄງການຮ່ວມມືພັດທະນາ ບໍລິເວນຊາຍແດນ ລາວ-ຫວຽດນາມ
ເວລາອອກຂ່າວ: 2026-04-08 10:05:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 579 | ຄວາມນິຍົມ:



ວັນທີ 7 ເມສາ 2026 ນີ້, ຄະນະນໍາແມ່ທັບ 15 ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຢ້ຽມຢາມ ແລະ ອວຍພອນ ຄະນະຊີ້ນໍາໂຄງການຮ່ວມມືພັດທະນາ ບໍລິເວນຊາຍແດນ ລາວ-ຫວຽດນາມ ກະຊວງປ້ອງກັນປະເທດລາວ ເນື່ຶອງໃນໂອກາດບຸນປີໃໝ່ລາວ ພສ 2569, ນໍາພາໂດຍ ສະຫາຍ ພັນເອກພິເສດ ເຈີ້ນ ຫງັອກ ຮ່າຍ ຮອງຫົວໜ້າກອງບັນຊາການ ຫົວໜ້າເສນາທິການ ແມ່ທັບ 15 ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ. ສະຫາຍ ພັນເອກ ພິເສດ ເຈີ້ນ ຫງັອກ ຮ່າຍ ກໍໄດ້ກ່າວສະແດງຄວາມປິຕິຊົມຊື່ນ ແລະ ເປັນກຽດຢ່າງຍິ່ງ ທີ່ການນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ຄະນະນໍາກົມໃຫຍ່ເສນາທິການກອງທັບ ແລະ ຄະນະຊີ້ນໍາ ໂຄງການຮ່ວມມືພັດທະນາບໍລິເວນຊາຍແດນ ລາວ-ຫວຽດນາມ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ຄວາມຮັກແພງອັນສະໜິດສະໜົມຢ່າງຈິງໃຈທີ່ໄດ້ໃຫ້ຄວາມເອົາໃຈໃສ່ ແລະ ຊ່ວຍເຫຼືອແມ່ທັບ ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ຕະຫຼອດມາເປັນຢ່າງດີ ພ້ອມທັງອວຍພອນໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງທ່ານ ຂໍໃຫ້ສາຍພົວພັນລະຫວ່າງສອງກົມກອງຂອງພວກເຮົາ ຈົ່ງໝັ້ນຄົງທະນົງແກ່ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການເຂົ້າອວຍພອນຂອງ ສະຫາຍ ພັນເອກ ພິເສດ ເຈີ້ນ ຫງັອກ ຮ່າຍ ພ້ອມດ້ວຍຄະນະ, ພ້ອມທັງອວຍພອນໄຊໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ມີພະລານາໄມສົມບູນ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ ອວຍພອນໃຫ້ສາຍພົວພັນມິດທະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ກອງທັບ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ຈົ່ງໝັ້ນຄົງຕະຫຼອດໄປ. ໂດຍ: ພຸດທະວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ