ຄະນະຜູ້ເເທນຂັ້ນສູງ ຈາກກອງບັນຊາການທະຫານເຂດ 5 ສສ ຫວຽດນາມ ຢ້ຽມຢາມ ແລະ ອວຍພອນ ກອງບັນຊາການທະຫານແຂວງອັດຕະປື
ເວລາອອກຂ່າວ: 2026-04-08 10:02:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 528 | ຄວາມນິຍົມ: ![]()
ໃນຕອນບ່າຍ ຂອງວັນທີ 6 ເມສາ 2026 ນີ້, ສະຫາຍ ພົນຈັດຕະວາ ຫງວຽນ ກວກ ເຮືອງ ຮອງຜູ້ບັນຊາການທະຫານເຂດ 5, ມີສະຫາຍ ພົນຈັດຕະວາ ຫງວຽນ ຕຸ໋ຍ ຫົວໜ້າກອງບັນຊາການທະຫານເເຂວງ ເເທັງຮວ່າ, ສະຫາຍ ພັນເອກ ວໍ ເຕິ໋ນ ຕ່າຍ ຫົວໜ້າກອງບັນຊາການທະຫານເເຂວງ ຢາລາຍ, ພ້ອມດ້ວຍຄະນະ, ໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນ ກອງບັນຊາການທະຫານເເຂວງອັດຕະປື ເນື່ອງໃນໂອກາດບຸນປີໄໝ່ລາວ ພສ 2569 ໂດຍໃຫ້ກຽດການຕ້ອນຮັບຢ່າງອົບອຸ່ນ ຂອງສະຫາຍ ພັນເອກ ສີສົມໃຈ ມະໂນລາ ຄະນະປະຈຳພັກເເຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື ພ້ອມດ້ວຍຄະນະ.
ສະຫາຍ ພົນຈັດຕະວາ ຫງວຽນ ກວກ ເຮືອງ ຕ່າງໜ້າໃຫ້ ຄະນະນຳ ກອງບັນຊາການທະຫານເຂດ 5 ເເຫ່ງ ສສ ຫວຽດນາມ ໄດ້ກ່າວຄໍາອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາ, ພະນັກງານ - ນັກຮົບທົ່ວກອງບັນຊາການທະຫານແຂວງອັດຕະປື ຈົ່ງມີສຸພະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ມີຜົນສຳເລັດໃນໜ້າທີ່ວຽກງານ ທີ່ພັກ-ລັດ ມອບໝາຍໃຫ້, ອວຍພອນສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ, ພ້ອມກັນສະເຫຼີມສະຫຼອງວັນບຸນປີໃໝ່ລາວຢ່າງມ່ວນຊື່ນ ແລະ ຟົດຟື້ນ.
ໂອກາດນີ້, ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຕ່າງໜ້າຄະນະພັກ ກອງບັນຊາການທະຫານເເຂວງອັດຕະປື ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ສະຫາຍ ພົນຈັດຕະວາ ຫງວຽນ ກວກ ເຮືອງ ພ້ອມດ້ວຍຄະນະ ກໍຄືພະນັກງານ-ນັກຮົບ ກອງບັນຊາການທະຫານເຂດ 5 ສສ ຫວຽດນາມ ທີ່ໄດ້ເອົາຄວາມຢື້ຢາມຖາມຂ່າວ ຂໍໃຫ້ຮັກສາສາຍພົວພັນຮ່ວມມືຮອບດ້ານ ເພີ່ມທະວີຮັດແໜ້ນຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເປັນການເສີມສ້າງສາຍພົວພັນ ຄວາມສາມັກຄີຮັກແພງ, ໄມຕີຈິດມິດຕະພາບ, ສາຍສຳພັນຮ່ວມມືແບບພິເສດ ລະຫວ່າງ ກອງທັບປະຊາຊົນ 2 ຊາດ ລາວ-ຫວຽດນາມ ເວົ້າລວມ-ເວົ້າສະເພາະ ກໍ່ຄືກອງບັນຊາການທະຫານເເຂວງ ອັດຕະປື ກັບ ກອງບັນຊາການທະຫານເຂດ 5 ໃຫ້ນັບມື້ນັບມີຄວາມຈະເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ພາບ-ຂ່າວ: ສຸກສະໄໝ ນວນມະລິນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















