ຕຣວກກີ ນຳສະເໜີຍົນບໍ່ມີຄົນຂັບ Aksungur UAV ລຸ້ນໃໝ່
ເວລາອອກຂ່າວ: 2026-04-08 09:37:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 308 | ຄວາມນິຍົມ: ![]()
ໜັງສືພິມ Army Recog nition ລາຍງານວ່າ: ກຸ່ມອຸດສາຫະກຳການບິນອາວະກາດຂອງ ຕຣວກກີ (TAI) ໄດ້ເຜີຍແຜ່ວີດີໂອການທົດລອງບິນຍົນບໍ່ມີຄົນຂັບ ລຸ້ນ Aksungur (UAV) ຂອງຕົນ ທີ່ໃຊ້ເຄື່ອງຈັກ Super Simsek ສອງເຄື່ອງຈັກຕິດຕັ້ງຢູ່ໃຕ້ປີກຂອງມັນ, ນີ້ແມ່ນສ່ວນໜຶ່ງຂອງແຜນການຂອງຕຣວກກີເພື່ອເລັ່ງການພັດທະນາໂຄງສ້າງ UAV ຂອງຕົນ. ໃນໄລຍະເບື້ອງຕົ້ນຂອງການທົດລອງແມ່ນສຸມໃສ່ການກວດລອງຄວາມສາມາດໃນການບັນທຸກ, ການຂະຫຍາຍລະດັບການບິນ ແລະ ການນຳໃຊ້ UAV “ລູກ” ຢ່າງປອດໄພຈາກ
UAV “ແມ່. ກ່ອນໜ້ານີ້, ກຸ່ມ TAI ຍັງໄດ້ທົດລອງການນຳໃຊ້ UAV Super Simsek ໃສ່ກັບ UAV Anka ທີ່ໃຫຍ່ກວ່າ, UAV ຫຼາຍຊະນິດສາມາດເຮັດໜ້າທີ່ເປັນ "ເຮືອບິນແມ່," ແລະ UAV "ລູກ" ສາຍດຽວກັນສາມາດນຳໃຊ້ເພື່ອປະຕິບັດພາລະກິດແຕກຕ່າງກັນ.
ລາຍງານແຈ້ງວ່າ: Aksungur ເປັນ UAV ລະດັບກາງທີ່ສາມາດປະຕິບັດການເກັບກຳຂໍ້ມູນຂ່າວສານ, ການເຝົ້າລະວັງ, ການລາດຕະເວນທາງບົກ (ISR) ແລະ ການລາດຕະເວນທາງທະເລ, ການລວບລວມຂໍ້ມູນສືບລັບສັນຍານ ແລະ ພາລະກິດໂຈມຕີທັງໃນສະພາບກາງເວັນ ແລະ ກາງຄືນ. ເຮືອບິນມີຄວາມຍາວ 12,5 ແມັດ, ສູງ 3,1 ແມັດ, ມີປີກກວ້າງ 24,2 ແມັດ ແລະ ບັນທຸກນ້ຳໜັກເວລາບິນຂຶ້ນສູງສຸດ 3,3 ໂຕນ. Aksungur ມີເສົາສາມເສົ້າຕັ້ງຢູ່ແຕ່ລະປີກ, ສາມາດບັນທຸກນ້ຳໜັກໄດ້ເຖິງ 750 ກິໂລ. ໂດຍການໃຊ້ເຄື່ອງຈັກກາຊວນ PD-170 ສອງເຄື່ອງທີ່ມີຄວາມແຮງ, ແຕ່ລະເຄື່ອງມີກຳລັງ 170 ແຮງມ້າ.
Aksungur ສາມາດບັນລຸຄວາມໄວສູງສຸດ 250 ກິໂລແມັດຕໍ່ຊົ່ວໂມງ, ມີໄລຍະທາງ 6.500 ກິໂລແມັດ, ເພດານບິນສູງເກືອບ 12.200 ແມັດ ແລະ ສາມາດບີນຢ່າງຕໍ່ເນື່ອງເປັນເວລາ 50 ຊົ່ວໂມງ, ຂະນະດຽວກັນ Super
Simsek ເປັນຍົນບໍ່ມີຄົນຂັບຍຸດທະວິທີ ຍາວ 1,2 ແມັດ, ສູງ 75 ແມັດ, ມີປີກຍາວ 2,45 ແມັດ ແລະ ນ້ຳໜັກບິນຂຶ້ນສູງສຸດ 200 ກິໂລ, ຮອງຮັບນ້ຳໜັກໄດ້ເຖິງ 50 ກິໂລ. ຕິດຕັ້ງເຄື່ອງຈັກສາມາດບັນລຸຄວາມໄວສູງກວ່າ1.000 ກິໂລແມັດຕໍ່ຊົ່ວໂມງ, ປະຕິບັດງານຢູ່ທີ່ລະດັບຄວາມສູງເກືອບ 10.500 ແມັດ ແລະ ບີນຢ່າງຕໍ່ເນື່ອງປະມານ 80 ນາທີ, ຊ່ວຍໃຫ້ມັນສາມາດປະຕິບັດງານທາງອາກາດໃນໄລຍະທາງປະມານ 900 ກິໂລແມັດຢ່າງທົນທານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















