ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ເມສາ 2026

  

ຫວຽດນາມ-ລາວ ຊຸກຍູ້​ການ​ເຊື່ອມ​ຕໍ່ ​ແລວ​ເສດຖະກິດ​ຕາເວັນ​ອອກ-ຕາເວັນຕົກ
ເວລາອອກຂ່າວ: 2026-04-08 09:34:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 309 | ຄວາມນິຍົມ:



ຕາມ​ຂ່າວ​ຫວຽດນາມ​ອອນ​ໄລ, ເພື່ອ​ແນໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ແລະ ​ການທ່ອງ​ທ່ຽວລະຫວ່າງ ຫວຽດນາມ ແລະ ລາວ, ວັນທີ 3 ເມສາ ທີ່​ແຂວງ​ຈຳປາ​ສັກ, ພາກ​ໃຕ້​ຂອງ​ລາວ, ນະຄອນດ່ານັງໄດ້​ ສົມທົບ​ກັບ​ສະຖານ​ກົງສຸນ​ໃຫຍ່​ຫວຽດນາມ ປະຈຳ​ນະຄອນປາກ ​ເຊ ແລະ ອຳນາດ​ການ​ປົກຄອງ​ແຂວງ​ຈຳປາ​ສັກ ໄດ້​ຈັດ​ຕັ້ງ “ເວ ທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານການ​ ລົງທຶນ, ການ​ຄ້າ ແລະ ການທ່ອງ ທ່ຽວ ເພື່ອ​ຊຸກຍູ້​ການ​ເຊື່ອມ​ຕໍ່​ແລວ​ເສດຖະກິດ​ຕາເວັນ​ອອກ-ຕາເວັນຕົກ ໃນ​ປີ 2026”. ເຂົ້າ​ຮ່ວມ​ເຫດການ​ມີ​ຜູ້​ແທນ​ເກືອບ 400 ຄົນ, ລວມ​ມີ​ການ​ນຳ​ ຂອງ​ບັນດາ​ກະຊວງ, ຂະແໜງ​ສອງ​ປະເທດ; ຜູ້ຕາງໜ້າ 12 ທ້ອງຖິ່ນ​ຂອງ​ຫວຽດນາມ; ການ​ນຳ​ຂອງ 5 ແຂວງ​ໃນ​ພາກ​ໃຕ້-ພາກ​ກາງຂອງ​ລາວ (ຈຳປາ​ສັກ, ເຊ​ກອງ, ສາລາ​ວັນ, ອັດ​ຕະ​ປື, ສະຫວັນ​ນະ​ເຂດ) ແລະ ແຂວງ ອຸບົນ​ຣາ​ຊະ​ທານີ ປະເທດ​ໄທ. ນີ້​ແມ່ນ​ເຫດການ​ພົວພັນ​ການ​ຕ່າງປະເທດ ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທີ່​ສຳຄັນ, ເຊິ່ງ​ຜັນຂະຫຍາຍ ເພື່ອ​ແນໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ການ​ຄ້າ ແລະ ການທ່ອງທ່ຽວ​ຕາມ​ແລວ​ເສດຖະກິດ​ຕາເວັນ​ອອກ-ຕາເວັນຕົກທັງ​ໝົດ; ໜູນ​ຊ່ວຍວິ​ ສາ​ຫະ​ກິດ ໃນ​ການ​ສຳ​ຫຼວດ​ຕະ ຫຼາດ, ຍູ້​ແຮງ​ການ​ໂຄສະນາ​ເຜີຍ ແຜ່​ຜະລິດ​ຕະ​ພັນ, ເປີດ​ກວ້າງ​ການ​ສົ່ງ​ອອກ​ສິນຄ້າ​ທີ່​ມີ​ທ່າແຮງ​ໄປ​ຍັງ​ລາວ ແລະ ພາກ​ຕາເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະເທດ​ໄທ. ກ່າວ​ຄຳ​ປາ​ໄສ​ເປີດ​ເວທີ​ປາ​ໄສ, ທ່ານ ຟານ​ຖາຍ​ບິ່ງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະ ຄອນ​ດ່າ​ນັງ ໃຫ້​ຮູ້​ວ່າ: ແລວ​ເສດ ຖະກິດ​ຕາເວັນ​ອອກ-ຕາເວັນຕົກ (EWEC) ບໍ່​ພຽງ​ແຕ່​ເປັນເສັ້ນ ທາງ​ຄົມມະນາຄົມ​ຂ້າມ​ອາຊີເທົ່າ​ ນັ້ນ, ຫາກ​ຍັງ​ເປັນ​ພື້ນ​ທີ່​ການ​ພັດ ທະນາ​ທີ່​ມີ​ຂະຫຍັນ​ຂັນ​ເຂື່ອນ, ບ່ອນ​ທີ່​ຮວບ​ຮວມ​ບັນດາ​ທ່າໄດ້​ ປຽບກ່ຽວ​ກັບ​ເສດຖະກິດ, ການ ເມືອງ ແລະ ວັດທະນະທຳ​ຂອງ​ບັນດາ​ປະເທດ​ໃນ​ພາກ​ພື້ນ. ແລວ ​ເສດຖະກິດ​ຕາເວັນ​ອອກ-ຕາເວັນ ຕົກ ເຊິ່ງ​ຂະຫຍາຍ​ຈາກ​ມຽນ​ມາ, ໄທ, ລາວ ຈົນ​ເຖິງ​ຫວຽດນາມ ໄດ້ ແລະ ກຳລັງ​ສວມ​ບົດບາດ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ການ​ເຊື່ອມ​ຕໍ່​ໃນ​ພາກ​ພື້ນ, ການ​ເປີດ​ກວ້າງ​ການ​ຄ້າ, ການ​ດຶງ​ດູດ​ການ​ລົງ ທຶນ ແລະ ການ​ພັດທະນາ​ການ ທ່ອງທ່ຽວ​ແບບ​ຍືນ​ຍົງ. ຈຸດ​ພົ້ນ​ເດັ່ນ​ຂອງ​ເວທີ​ປາ​ໄສ ແມ່ນ​ບັນຊີ​ລາຍ​ຊື່​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ຫຼາຍ​ກວ່າ 20 ສະ ບັບ​ທີ່​ໄດ້​ລົງ​ນາມ ລະຫວ່າງ ນະ ຄອນ​ດ່າ​ນັງ, ບັນດາ​ທ້ອງຖິ່ນ​ຂອງ​ຫວຽດນາມ, ບັນດາ​ທ້ອງ ຖິ່ນ ແລະ ສະມາຄົມ​ວິ​ສາ​ຫະ​ກິດ​ຂອງ ສປປ ລາວ ໃນ​ໄລຍະ 2026-2030.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ