ຈີນ ແລະ ອາຊຽນ ຮ່ວມກັນສ້າງ “ຂັ້ນໄດແຫ່ງການພັດທະນາ” ທີ່ຖືກຕ້ອງ ແລະ ຍືນຍົງກວ່າເກົ່າ
ເວລາອອກຂ່າວ: 2026-04-08 09:33:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 302 | ຄວາມນິຍົມ: ![]()
ກອງປະຊຸມເວທີປຶກສາຫາ ລື ອາຊີໂປອາວ ປີ 2026 ໄດ້ ສິ້ນສຸດລົງຢ່າງຈົບງາມ ໂດຍມີ ນັກການເມືອງ, ນັກທຸລະກິດ ແລະ ນັກວິຊາການຈາກຫຼາຍປະເທດໃນອາຊີ ແລະ ທົ່ວໂລກ ໂລກມາເຕົ້າໂຮມກັນຢູ່ແຂວງ ໄຫຫຼຳຂອງຈີນອີກຄັ້ງໜຶ່ງ ເພື່ອ ປຶກສາຫາລືກ່ຽວກັບການພັດ ທະນາຂອງອາຊີ ກໍຄື ຂອງໂລກ. ທ່ານ ເຈິ້ງ ຢົງໜຽນ ຄະນະບໍດີວິທະຍາໄລນະໂຍບາຍສາທາ ລະນະມະຫາວິທະຍາໄລພາສາຈີນຮົງກົງ ໄດ້ກ່າວຄຳປາໄສ ໂດຍໄດ້ຊີ້ແຈງຄວາມຂັດແຍ້ງແກນກາງແຫ່ງການພັດທະນາຂອງທົ່ວໂລກໃນປັດຈຸບັນຢ່າງຖືກຕ້ອງວ່າ: “ແຕ່ກ່ອນ, ປະເທດຕາເວັນຕົກຈຳນວນໜຶ່ງຫຼັງຈາກພັດທະນາແລ້ວ, ໄດ້ຖອນ “ຂັ້ນໄດ” ຂອງຕົນອອກໄປ, ບໍ່ຢາກໃຫ້ປະເທດອື່ນພັດທະນາ, ມັນຢາກພັດທະນາແບບຂວໍ້າບາດ ຫຼື ພະຍາຍາມຜູກຂາດການ ພັດທະນາພຽງຜູ້ດຽວ. ແຕ່ປັດ ຈຸບັນນີ້, ຈີນ ທີ່ພັດທະນາຕົນເອງຂຶ້ນມາແລ້ວ, ຍັງຢາກກ່າຍ “ຂັ້ນໄດ” ຂອງຕົນອອກໄປອີກ, ອະນຸຍາດ, ສົ່ງເສີມ ແລະ ຊ່ວຍ ເຫຼືອປະເທດອື່ນບັນລຸການພັດ ທະນາ.” ສ່ວນການຮ່ວມມືລະ ຫວ່າງ ຈີນ ແລະ ອາຊຽນ ໄດ້ສະ ແດງໃຫ້ເຫັນເຖິງທາດແທ້ຂອງຄຳເວົ້າດັ່ງກ່າວຢ່າງມີຊີວິດຊີວາ ແລະ ແທ້ຈິງ.
ພວກເຮົາຮັບຮູ້ແລ້ວວ່າ: ການຮ່ວມມືສາກົນທີ່ນຳພາໂດຍຕາ ເວັນຕົກໃນອະດີດ, ແມ່ນມີຄວາມຄິດຫຼິ້ນເກມລວມຜົນເປັນສູນ, ຖ້າບໍ່ເຮັດແບບປິດລ້ອມທາງເຕັກໂນໂລຊີ, ກໍຈະສ້າງຕັ້ງກຳແພງການຄ້າ ເພື່ອກຳໂອກາດການພັດທະນາໄວ້ໃຫ້ຕົນເອງ. ແຕ່ການຮ່ວມມືລະຫວ່າງຈີນ ກັບ ອາຊຽນ ໄດ້ເດີນຕາມເສັ້ນທາງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງສະເໝີ ຕົ້ນສະໝີປາຍ. ເປັນຕົ້ນ: ພາຍຫຼັງເສັ້ນທາງລົດໄຟ ລາວ-ຈີນ ເປີດນຳໃຊ້ຢ່າງເປັນທາງການແລ້ວ, ລາວໄດ້ຫັນຈາກ “ປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ” ກາຍມາເປັນ “ປະເທດເຊື່ອມໂຍງ ເຊື່ອມຈອດຂອງພາກພື້ນ”; ເສັ້ນ ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ເປັນເສັ້ນທາງລົດໄຟຄວາມໄວສູງສາຍທຳອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນອກນີ້, ຈີນ ຍັງໄດ້ຊຸກຍູ້ການສ້າງເສັ້ນທາງລົດໄຟ ຈີນ-ໄທ ຢ່າງໜັກແໜ້ນ. ເສັ້ນທາງລົດໄຟເຫຼົ່ານີ້ບໍ່ພຽງແຕ່ໄດ້ເປັນພື້ນຖານໂຄງລ່າງທີ່ດີສຳລັບປະເທດເຫຼົ່ານີ້ເທົ່ານັ້ນ, ຍິ່ງເປັນຊ່ອງທາງການ ພັດທະນາໃໝ່ສຳລັບປະເທດເຫຼົ່ານີ້, ເຮັດໃຫ້ປະເທດເຫຼົ່ານີ້ສາມາດກ້າວຂຶ້ນສູ່ຂັ້ນໄດແຫ່ງການພັດທະນາເທື່ອລະກ້າວຢ່າງໝັ້ນຄົງ.
ພວກເຮົາມາສັງເກດເບິ່ງການແລກປ່ຽນດ້ານການຄ້າ, ຈີນ ແລະ ອາຊຽນຕ່າງເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນ ແລະກັນມາເປັນເວລາຫຼາຍປີຕິດຕໍ່ກັນ, ການຄ້າລະຫວ່າງສອງຝ່າຍນັບມື້ນັບຄຶກຄື້ນ. ໝາກໄມ້ເຂດຮ້ອນ ແລະ ຜະລິດຕະພັນກະສິກຳຂອງບັນດາປະເທດສະມາຊິກອາຊຽນໄດ້ຫຼັ່ງໄຫຼເຂົ້າສູ່ຕະຫຼາດຈີນຢ່າງບໍ່ຂາດສາຍ, ເຄື່ອງໄຟຟ້າໃຊ້ໃນເຮືອນ, ກົນຈັກ ແລະ ຜະລິດຕະພັນພະລັງງານໃໝ່ຂອງຈີນ ກໍຫຼັ່ງໄຫຼເຂົ້າຕະຫຼາດອາຊຽນເຊັ່ນດຽວກັນ. ນອກນີ້, ສອງຝ່າຍຍັງ ໄດ້ລົງເລິກການຮ່ວມມືໃນຂົງ ເຂດເສດຖະກິດດີຈີຕອນ ແລະ ເສດຖະກິດສີຂຽວຕື່ມອີກ.
ເຂດການຄ້າເສລີຈີນ-ອາຊຽນ 3,0 ໄດ້ຖືກຍົກສູງຂຶ້ນເລື້ອຍໆ, ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງສອງຝ່າຍພົວພັນກັນຢ່າງແໜ້ນແຟ້ນ. ຈີນຊ່ວຍບັນດາປະເທດສະມາຊິກອາ ຊຽນກໍ່ສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບອຸປະກອນເຕັກໂນໂລຊີ, ຂະນະທີ່ຕະຫຼາດ ແລະ ຊັບພະຍາກອນຂອງບັນດາປະ ເທດສະມາຊິກອາຊຽນ ກໍຊ່ວຍຊຸກຍູ້ວິສາຫະກິດຈີນ ກ້າວໄປສູ່ຕ່າງປະເທດ. ຮູບແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນີ້ ໄດ້ທຳລາຍກົດເກນເກົ່າທີ່ “ໃຫຍ່ແຕ່ຝ່າຍດຽວ” ຢ່າງສິ້ນເຊີງ.
ໃນສະພາບປັດຈຸບັນທີ່ເສດ ຖະກິດຂອງໂລກຟື້ນຕົວຢ່າງອ່ອນເພຍ, ລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າໄດ້ເງີຍຫົວຂຶ້ນ, ຫຼາຍປະເທດກຳລັງພັດ ທະນາລ້ວນແຕ່ສະແຫວງຫາໂອ ກາດການພັດທະນາທີ່ຍຸຕິທຳ. ຈີນ ແລະ ອາຊຽນໄດ້ພິສູດດ້ວຍການກະທຳຕົວຈິງວ່າ: ການພັດ ທະນາຈະບໍ່ແມ່ນສິດຂອງປະເທດຈຳນວນໜຶ່ງເທົ່ານັ້ນ ແລະ ຈະບໍ່ສາມາດຄອງຖານະຂອງຕົນໄດ້ດ້ວຍການຖອນຂັ້ນໄດຂອງຄົນອື່ນ. ຈີນກ່າຍ “ຂັ້ນໄດແຫ່ງການພັດທະນາ” ອອກໄປ, ບໍ່ພຽງແຕ່ໄດ້ສ້າງໂອກາດ ແລະ ໃຫ້ການສະໜັບສະໜູນເທົ່ານັ້ນ, ຍັງໃຫ້ສິດໃນການພັດທະນາທີ່ສະເໝີພາບກັນ.
ໃນອະນາຄົດ, ຈີນ ແລະ ອາຊຽນຍັງຈະສືບຕໍ່ຮ່ວມມືກັນ, ກ່າຍຂັ້ນໄດແຫ່ງການພັດທະນາໃຫ້ໝັ້ນຄົງກວ່າເກົ່າ ແລະ ຍາວນານກວ່າເກົ່າ ເພື່ອສ້າງຜົນປະ ໂຫຍດດ້ານການພັດທະນາຂອງພາກພື້ນໃຫ້ແກ່ປະຊາຊົນປະເທດຕ່າງໆຫຼາຍຂຶ້ນກວ່າເກົ່າ ແລະ ສະແດງໃຫ້ທົ່ວໂລກໄດ້ເຫັນຢ່າງຈະແຈ້ງວ່າ, ມີແຕ່ການເປີດປະ ຕູສູ່ພາຍນອກ, ການຮ່ວມມືແບບ ກວມລວມ ແລະ ຮ່ວມມືກັນ ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເທົ່ານັ້ນ ຈິ່ງແມ່ນເສັ້ນທາງແຫ່ງການພັດທະນາທີ່ຖືກຕ້ອງ ເປັນທໍາ ແລະ ຍືນຍົງຄົງຕົວ ກວ່າເກົ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















