ຄາດຄະເນການເຕີບໂຕຂອງເສດຖະກິດໃນອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ຢູ່ທີ່ 4%
ເວລາອອກຂ່າວ: 2026-04-08 09:32:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 302 | ຄວາມນິຍົມ: ![]()
ສຳນັກຂ່າວຊິນຮວາ ລາຍງານວັນທີ 6 ເມສາ ນີ້, ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກຂອງອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ໄດ້ເປີດເຜີຍບົດລາຍ ງານຄາດຄະເນເສດຖະກິດຂອງ ພາກພື້ນອາຊຽນ ແລະ ຈີນ, ຍີ່ ປຸ່ນ, ສ ເກົາຫຼີ ປີ 2026, ໂດຍຄາດຄະເນວ່າ: ຈັງຫວະການເຕີບໂຕຂອງເສດຖະກິດໃນພາກພື້ນອາຊຽນ ແລະ ບັນດາປະເທດຄູ່ຄ້າ ໃນປີ 2026-2027 ຈະຢູ່ປະມານ 4%.
ບົດລາຍງານລະບຸວ່າ: ການປະທະກັນຢູ່ຕາເວັນອອກກາງໄດ້ຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ແລະ ການສະໜອງດ້ານພະລັງງານທົ່ວໂລກຖືກຜົນກະທົບ ຈະເຮັດໃຫ້ຈັງຫວະການເຕີບໂຕຂອງເສດຖະກິດໃນພາກພື້ນມີຄວາມສ່ຽງຫຼຸດຕ່ຳລົງເລື້ອຍໆ.
ບົດລາຍງານລະບຸຕື່ມວ່າ: ໂຄງ ສ້າງເສດຖະກິດໃນພາກພື້ນອາຊຽນ, ຈີນ, ຍີ່ປຸ່ນ, ແລະ ສ ເກົາ ຫຼີ ພວມມີການປ່ຽນແປງອັນ ເລິກເຊິ່ງ. ປັດຈຸບັນ, ພາກພື້ນ ດັ່ງກ່າວໄດ້ກາຍເປັນໜຶ່ງໃນຕະ ຫຼາດໃຫຍ່ທີ່ສຸດໃນໂລກ, ກວມເອົາ 28% ຂອງຄວາມຕ້ອງ ການສຸດທ້າຍໃນທົ່ວໂລກ. ພ້ອມດຽວກັນນັ້ນ, ລະດັບການເພິ່ງພາອາໄສຕະຫຼາດອາເມຣິກາ ໄດ້ຫຼຸດໜ້ອຍລົງຢ່າງຊັດເຈນ, ຮູບແບບການພັດທະນາເສດຖະກິດໃນພາກພື້ນໄດ້ປ່ຽນຈາກແຫຼ່ງການຜະລິດທີ່ສຸມໃສ່ຕະຫຼາດພາຍນອກມາເປັນຕະຫຼາດພາກພື້ນທີ່ກະຕຸກຊຸກຍູ້ດ້ວຍຄວາມຕ້ອງການພາຍໃນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















