ເອີຣົບ ຊ່ວຍເຫຼືອກູບາ ດ້ວຍມູນຄ່າ 2 ລ້ານເອີໂຣ
ເວລາອອກຂ່າວ: 2026-04-08 09:32:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 302 | ຄວາມນິຍົມ: ![]()
ວິທະຍຸກະຈາຍສຽງຫວຽດ ນາມ ລາຍງານວັນທີ 6 ເມສາ ນີ້, ຄະນະກຳມະການ ເອີຣົບ (ອີຊີ) ລາຍງານວ່າ: ໄດ້ປ່ອຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 2 ລ້ານເອີ ໂຣ ໃຫ້ແກ່ ກູບາ ເພີ່ມຕື່ມ.
ຕາມຖະແຫຼງການຂອງອີຊີ ລະບຸວ່າ: ບ້ວງເງິນດັ່ງ ກ່າວຈະປະກອບສ່ວນເຂົ້າໃນການໜູນຊ່ວຍວຽກງານຮັບປະກັນດ້ານພະລາທິການໃຫ້ແກ່ຄູ່ຮ່ວມມືມະນຸດສະທຳຂອງສະຫະພາບເອີຣົບ (ອີຢູ) ໃນການສະໜອງບ້ວງເງິນອຸປະຖຳໂດຍ ດ່ວນ ແລະ ຜູ້ທີ່ມີຄວາມສ່ຽງສູງ, ຍ້ອນວິກິດການດ້ານພະລັງງານ ໃນປັດຈຸບັນ ແລະ ບັນດາຄວາມຫຍຸ້ງຍາກກ່ຽວຂ້ອງເຖິງການຈັດແບ່ງທັນຍາຫານ ແລະ ນໍ້າ ດື່ມຢູ່ກູບາ.
ບ້ວງເງິນນີ້ ແມ່ນເພີ່ມເຕີມໃຫ້ບ້ວງເງິນຊ່ວຍເຫຼືອ 4 ລ້ານເອີໂຣ ທີ່ໄດ້ອະນຸມັດຜ່ານກ່ອນໜ້ານັ້ນໃນປີນີ້ ເຊິ່ງເຄີຍສະຫງວນໃຫ້ພາກພື້ນກາຣີເບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















