ສະຖານທູດລາວທີ່ຣາຊະອານາຈັກໄທ ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569
ເວລາອອກຂ່າວ: 2026-04-08 09:29:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 305 | ຄວາມນິຍົມ: ![]()
ໃນວັນທີ 5 ເມສາ 2026 ນີ້, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທໄດ້ຈັດພິທີບາສີສູ່ຂວັນ ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວສົ່ງທ້າຍປີເກົ່າ ພ.ສ 2568 ແລະ ຕ້ອນຮັບປີໃໝ່ ພ.ສ 2569 ທີ່ຈະມາເຖິງນີ້. ຕາງໜ້າຝ່າຍລາວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຕາງໜ້າຝ່າຍໄທໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທພ້ອມດ້ວຍພັນລະຍາ ແລະ ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທ
ລວມທັງພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງທັງສອງຝ່າຍລາວ ແລະ ໄທເຂົ້າຮ່ວມໃນພິທີດັ່ງກ່າວຢ່າງຟົດຟື້ນ.
ໃນໂອກາດອັນມີຄວາມໝາຍ ແລະ ສຳຄັນດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດຂຶ້ນກ່າວຄຳເຫັນໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງງານບຸນປີໃໝ່ລາວ ແລະ ການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ. ສປປ ລາວ ແລະ ຣາຊະອານາຈັກໄທ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີຮີດຄອງປະເພນີ-ວັດທະນະທຳຄ້າຍຄືກັນ ແລະ ຖືເອົາບຸນປີໃໝ່ ຫຼື ບຸນສົງການ ເປັນບຸນປະເພນີ ທີ່ສຳຄັນຂອງປະຊາຊົນສອງຊາດລາວ ແລະ ໄທມາແຕ່ບູຮານນະການ ໂດຍມີການຈັດພິທີກຳທາງສາສະໜາ ແລະ ອວຍໄຊໃຫ້ພອນຊຶ່ງກັນ ແລະ ກັນເພື່ອຮັບເອົາໂຊກລາບ ແລະ ຄວາມເປັນສິລິມຸງຄຸນໃຫ້ແກ່ຊີວິດ ແລະ ຄອບຄົວ. ປີ 2026 ນີ້ເປັນປີທີ່ມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ສອງປະເທດລາວ-ໄທ, ໄທ-ລາວ ເນື່ອງຈາກສອງລັດຖະບານ ແລະ ປະຊາຊົນສອງຊາດຫາກໍສຳເລັດການສະເຫຼີມສະຫຼອງຄົບຮອບ 75 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແລະ ໄດ້ຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຢ່າງມີຜົນສຳເລັດ. ອັນພົ້ນເດັ່ນແມ່ນການເປີດນຳໃຊ້ຂົວມິດຕະພາບລາວ-ໄທແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໂດຍການເປັນປະທານຮ່ວມຂອງປະມຸກລັດຂອງສອງປະເທດ ແລະ ການສະເດັດຢ້ຽມຢາມ ສປປ ລາວ ຂອງພະບາດສົມເດັດພຣະວະຊິຣະເກົ້າເຈົ້າຢູຫົວ ພ້ອມດ້ວຍພະບໍລົມລາຊີນີແຫ່ງຣາຊະອານາຈັກໄທ ເຊິ່ງໄດ້ນຳເອົາຄວາມເປັນສິລິມຸງຄຸນ ແລະ ຄວາມປິຕິຍິນດີອັນປະເມີນຄ່າບໍ່ໄດ້ມາສູ່ປະຊາຊົນລາວທັງຊາດ. ນອກຈາກນັ້ນ, ຍັງມີການແລກປ່ຽນການຢ້ຽມຢາມທາງການຂອງນາຍົກລັດຖະມົນຕີທັງສອງປະເທດໃນປີ2025 ທີ່ຜ່ານມາອີກດ້ວຍ. ທັງໝົດນີ້ລ້ວນແຕ່ເປັນການຢັ້ງຢືນເຖິງການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດໃນຖານະທີ່ເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕແລະການພັດທະນາແບບຍືນຍົງຂອງສອງຊາດລາວ-ໄທ, ໄທ-ລາວຕະຫຼອດໄລຍະ 76 ປີຜ່ານມາ ແລະ ມີຄວາມເຊື່ອໝັ້ນວ່າທັງສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດເພື່ອເສີມຂະຫຍາຍສາຍພົວພັນທີ່ດີດັ່ງກ່າວໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນຂອງສອງປະເທດ.
ໃນໂອກາດດຽວກັນນີ້, ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດລາວ ປະຈຳຣາຊະອານາຈັກໄທກໍໄດ້ສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນຂອງ ສປປ ລາວ ແລະ ຣາຊະອານາຈັກໄທທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນໃນການຈັດງານສະເຫຼີມສະຫຼອງບຸນປີໃໝ່ໃນຄັ້ງນີ້ຊຶ່ງເປັນການເພີ່ມພູນຄູນສ້າງສາຍພົວມິດຕະພາບ ແລະ ການຮ່ວມມືທີ່ດີໃນຖານະທີ່ເປັນຄູ່ຮ່ວມຍຸດທະສາດເພື່ອການ
ຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງຂອງສອງຊາດລາວ-ໄທ, ໄທ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ຂ່າວ: ກະຊວງການຕ່າງປະເທດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















