ພ້ອມກັນ ສະເຫຼີມສະຫຼອງບຸນປີໃໝ່ລາວ ບົນພື້ນຖານການປະຢັດ
ເວລາອອກຂ່າວ: 2026-04-08 09:22:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ: ![]()
ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ 2026 ທີ່ຈະມາເຖິງນີ້, ເພື່ອຮັບປະກັນໃຫ້ແກ່ການສະໜອງເຄື່ອງອຸປະໂພກ-ບໍລິໂພກ, ທັງຮັບປະກັນຄວາມປອດໄພການເດີນທາງ ແລະ ເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວ 2026 ໃຫ້ດຳເນີນຖືກຕ້ອງຕາມຮີດຄອງປະເພນີ, ເຕັມໄປດ້ວຍຄວາມສາມັກຄີຮັກ
ແພງ, ຮັກສາໄດ້ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍລັດຖະບານກໍຄື ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເນັ້ນໃຫ້ ການສະເຫຼີມສະຫຼອງບຸນປີໃໝ່ລາວ ປີນີ້, ໃຫ້ຢູ່ບົນພື້ນຖານປະຢັດ, ໃຊ້ຈ່າຍຢ່າງມີແບບແຜນ, ຫຼຸດຜ່ອນການເດີນທາງຖ້າບໍ່ຈຳເປັນ, ຫັນມານຳໃຊ້ລົດໄຟຟ້າ ເພື່ອເປັນການຊ່ວຍປະຢັດນ້ຳມັນເຊື້ອໄຟ.
ພ້ອມນີ້, ຍັງຮຽກຮ້ອງໃຫ້ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາປະທານຄະນະກຳມະການປົກຄອງແຂວງ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຈັດຕັ້ງປະຕິບັດ ບາງວຽກທີ່ສຳຄັນ ເປັນຕົ້ນມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ບັນດາຂະແໜງການ ກ່ຽວຂ້ອງ ສົມທົບກັບຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ຄະນະກຳມະ
ການປົກຄອງແຂວງໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊຸກຍູ້, ສົ່ງເສີມການຜະລິດສະບຽງອາຫານ, ການສະໜອງເຄື່ອງອຸປະ ໂພກ ແລະ ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ພ້ອມທັງຕິດຕາມ, ກວດກາຄຸນນະພາບສິນຄ້າ ແລະ ຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫຼາດ ລວມທັງຄ່າບໍລິການຕ່າງໆ ເປັນຕົ້ນ ຄ່າໂດຍສານ, ຄ່າເຂົ້າຢ້ຽມຊົມສະຖານທີ່ທ່ອງທ່ຽວ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ, ຄ່າອາຫານ ແລະ ຄ່າບໍລິການຕ່າງໆໂດຍບໍ່ມີເຫດຜົນ, ໃຫ້ບັນດາອົງການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນໃນຂອບເຂດ
ທົ່ວປະເທດເອົາໃຈໃສ່ຊີ້ນຳໃນການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີການແບ່ງຄວາມຮັບຜິດ
ຊອບ ໃນການຕິດຕາມ, ກວດກາເວນຍາມ ແລະ ປະຈຳການຄັກແນ່ ໃນຕະຫຼອດໄລຍະຫຼິ້ນບຸນປີໃໝ່ລາວ ແລະ ໃຫ້ສາມາດປະສານງານໄດ້ຢ່າງປົກກະຕິ; ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ທ້ອງຖິ່ນ ຈັດສັນເສັ້ນທາງການຈະລາຈອນ ລົດທີ່ຈະເດີນທາງໄປ-ມາຕາມຖະໜົນ ເພື່ອຮອງຮັບ
ໃຫ້ແກ່ນັກທ່ອງທ່ຽວທັງຈາກພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກໃນການສັນຈອນ ແລະ ມີຄວາມປອດໄພ.
ພ້ອມນັ້ນ, ກໍໃຫ້ເພີ່ມທະວີໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຜ່ານສື່ໂທລະພາບ, ວິທະຍຸ ແລະ ສື່ສັງຄົມອອນລາຍຕ່າງໆ ເພື່ອສ້າງຈິດສຳນຶກໃຫ້ພົນລະເມືອງ ໃນທົ່ວສັງຄົມ ຫຼິ້ນບຸນປີໃໝ່ ຢ່າງເບີກບານມ່ວນຊື່ນ, ມີສະ
ຕິ ແລະ ເຄົາລົບກົດລະບຽບຈະລາຈອນ ເພື່ອປ້ອງກັນການເກີດອຸບັດເຫດ ແລະ ບໍ່ໃຫ້ມີການຈັດເປັນກຸ່ມຫຼິ້ນປີໃໝ່ຢ່າງຊະຊາຍຕາມຖະໜົນຫົນທາງ ເພື່ອຫຼີກເວັ້ນການສັນຈອນແອອັດ. ພ້ອມນັ້ນ, ໃຫ້ເອົາໃຈໃສ່ຄຸ້ມຄອງບັນດາຜູ້ປະກອບການສະຖານທີ່ບັນເທິງ ໃຫ້ປະຕິບັດໂມງເປີດ-ປິດ ຢ່າງເຂັ້ມງວດ; ມອບໃຫ້ກະຊວງ
ວັດທະນະທຳ ແລະ ການທ່ອງທ່ຽວ, ຄະນະກຳມະ ການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາຄະນະກຳມະການປົກຄອງແຂວງ ໃນຂອບເຂດທົ່ວປະເທດ ເພີ່ມທະວີໂຄສະນາການເປັນເຈົ້າພາບທີ່ດີ ແລະ ກຳນົດສະຖານທີ່ທ່ອງທ່ຽວຕ່າງໆເປັນຕົ້ນ ສະຖານທີ່ທ່ອງທ່ຽວທາງວັດທະນະທຳ, ທຳມະຊາດ ແລະ ປະ
ຫວັດສາດ ໃຫ້ມີຄວາມພ້ອມໃຫ້ບໍລິ ການນັກທ່ອງທ່ຽວ ລວມທັງການກຳນົດສະຖານທີ່ບ່ອນຈະຈັດງານບຸນປີໃໝ່ລາວ ຂອງແຕ່ລະແຂວງ ໃຫ້ມີຄວາມເໝາະ
ສົມ ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງປະຊາສຳພັນ ໃຫ້ປະຊາຊົນໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ.
ຂ່າວ: ທະນູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















