ໂຮງໝໍ ທະຫານແຂວງເຊກອງ ສ້າງໄດ້ຜົນງານຫຼາຍດ້ານໃນປີຜ່ານມາ
ເວລາອອກຂ່າວ: 2026-04-08 09:03:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 454 | ຄວາມນິຍົມ: ![]()
ສະຫາຍ ພັນໂທ ຈັນທາ ດວງໄພສີ ຫົວໜ້າອຳນວຍການໂຮງໝໍທະຫານແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ 2025 ຜ່ານມາ. ການຈັດຕັ້ງປະຕິບັດວຽກງານ
ຮອບດ້ານຂອງກົມກອງແມ່ນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດສາມາດເຮັດສຳເລັດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້; ວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ເອົາໃຈໃສ່ຊີ້ນຳພະນັກງານ-ນັກຮົບຍົກສູງລະບອບປະຈຳການກຽມ
ພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ພ້ອມນັ້ນຍັງໄດ້ຫັນລົງກໍ່ສ້າງຮາກຖານການເມືອງບ້ານອ້ອມຂ້າງຊ່ວຍເຫຼືອປະຊາຊົນໃຫ້ຄຳແນະນຳກ່ຽວກັບການຕ້ານພະຍາດຕາມລະດູການ (ໄຂ້ຍຸງລາຍ, ຖອກທ້ອງ, ການກິນດື່ມຖືກສຸຂະອະນາໄມ ແລະ ອື່ນໆ), ວຽກງານວິຊາສະເພາະ ໄດ້ເອົາໃຈໃສ່ໃນການປິ່ນປົວ, ເບິ່ງແຍງຄົນເຈັບ, ການບົ່ງມະຕິພະຍາດ ຕ້ອງໃຫ້ມີຄວາມຊັດເຈນ, ການວາງຢາໃຫ້ຖືກກັບພະຍາດ, ເພື່ອຮັກສາຈັນຍາບັນຈັນຍາທຳຂອງແພດປະຕິວັດໃຫ້ເປັນຢ່າງດີ, ເຊິ່ງໃນຊຸມປີ 2025 ຜ່ານມາ ມີຄົນເຈັບມາໃຊ້ບໍລິການປິ່ນປົວສຸຂະພາບທັງໝົດ 1773 ຄົນ, ມີທັງປະຊາຊົນ ແລະ ອ້າຍນ້ອງທະຫານພາຍໃນກອງບັນຊາການທະຫານແຂວງ ແລະ ກົມກອງຮາກຖານ; ວຽກງານນະໂຍບາຍຕໍ່ພະນັກງານ-ນັກຮົບ ໃນໄລຍະຜ່ານມາໄດ້ປະຕິບັດນະໂຍບາຍສະເໜີເລື່ອນຊັ້ນ, ເລື່ອນທຽບຊັ້ນໃນນັ້ນໄດ້ຮັບການເລື່ອນຊັ້ນຮ້ອຍໂທຂຶ້ນເປັນຮ້ອຍເອກ 2 ສະຫາຍ, ຊັ້ນຮ້ອຍເອກ ຂຶ້ນ ຊັ້ນພັນຕີ 1 ສະຫາຍ, ສະເໜີທຽບຊັ້ນ ຮ້ອຍຕີ 1 ສະຫາຍ ແລະ ຮ້ອຍໂທ 2 ສະຫາຍ. ຈາກຜົນງານດັ່ງກ່າວ ພະນັກງານແພດ-ໝໍ ໃນກົມກອງໄດ້ຮັບໃບຍ້ອງຍໍຂອງກອງບັນຊາການທະຫານແຂວງເຊກອງ ມີດັ່ງນີ້: ໃບຍ້ອງຍໍປະເພດ I ມີ 25 ສະຫາຍ, ປະເພດ II ມີ 57 ສະຫາຍ ແລະ ໃບຍ້ອງຍໍເຂົ້າແຂວງເຊກອງ 4 ສະຫາຍຢ່າງໜ້າສັນລະເສີນ.
ສະຫາຍ ພັນໂທ ຈັນທາ ດວງໄພສີ ຍັງກ່າວຕື່ມອີກວ່າ: ໃນຕໍ່ໜ້າແມ່ນຈະໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ບັນດາແນວທາງແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂອງກອງທັບ ກໍຄືຂອງກົມກອງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະແນ່ໃສ່ໂຄສະນາສຸຂະສຶກສາ, ການນຳໃຊ້ອຸປະກອນການແພດໃຫ້ມີຄວາມທັນສະໄໝ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີພິກໄຫວຄ່ອງແຄ້ວ ແລະ ສຳເລັດໜ້າທີ່ວຽກງານໂດຍສະເພາະແມ່ນຮັບປະກັນໄດ້ຂົງເຂດວຽກງານເສນາຮັກຕິດພັນກັບການປິ່ນປົວຄົນເຈັບໂດຍຖືເອົາການປະຕິບັດຄຳຂວັນທີ່ວ່າ: 5 ດີ 1 ພໍໃຈ ເປັນພື້ນຖານສຳຄັນຕິດພັນກັບການປະຕິບັກດາຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ, ສ້າງຄວາມເຂັ້ມແຂງ ແລະ ຍົກສູງຄວາມຮັບຜິດຊອບໃນດ້ານໜ້າທີ່ວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າເພື່ອສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກພະນັກງານ-ນັກຮົບ ກໍຄືພໍ່ແມ່ປະຊາຊົນບັນດາເຜົ່າທີ່ມາໃຊ້ບໍລິການດ້ວຍຈິດໃຈແພດປະຕິວັດອັນເປັນມູນເຊື້ອທີ່ແທ້ຈີງເພື່ອສ້າງໃຫ້ກົມກອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ສີອະນຸສັກ ຄຳເຮືອງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















