ກອງສິລະປະກອນ ກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ I ແລະ ວາງທິດທາງ ປະຈຳໄຕມາດ II ປີ 2026
ເວລາອອກຂ່າວ: 2026-04-08 09:00:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 470 | ຄວາມນິຍົມ: ![]()
ວັນທີ 8 ເມສາ 2026 ນີ້, ກອງສິລະປະກອນກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ I ປີ 2026 ແລະ ວາງທິດທາງ
ແຜນການ ປະຈຳໄຕມາດ II ປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ບຸນດາວັນ ບົວລະພາ ຮອງຫົວໜ້າການທະຫານ ໄດ້ຂຶ້ນຜ່ານບົດສະຫຼຸຸບວຽກງານຮອບດ້ານໄຕມາດ I ໃນໄລຍະຜ່ານມາ ໂດຍການຊີ້ນຳ-ນຳພາຂອງຂັ້ນເທິງ ກໍຄືຄະນະພັກ-ຄະນະບັນຊາກອງ ທີ່ໃກ້ຊິດຕິດແທດ, ເອົາໃຈໃສ່ສືກສາອົບຮົມການເມືອງເເນວຄິດ ເຮັດໃຫ້ພາຍໃນກົມກອງມີຄວາມສະຫງົບ, ພະນັກງານ-ນັກຮົບ ມີການເມືອງແນວຄິດໜັກແໜ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນສຳເລັດຕາມການມອບໝາຍ ເຊິ່ງສະແດງອອກໃນການຮັບໃຊ້ວຽກງານຕ່າງໆຄື: ຜ່ານມາໄດ້ນຳເອົາເອກະສານຂັ້ນເທິງມາເຜີຍແຜ່ ຈັດຕັ້ງປະຕິບັດປາຖະກະຖາ ແລະ ເອກະສານອື່ນໆ ຈຳນວນ 11 ຄັ້ງ ມີຈຳນວນພົນເຂົ້າຮ່ວມ 123 ເທື່ອຄົນ, ສ້າງມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກຕາມເງື່ອນໄຂມາດຖານຂອງພັກ, ປະຕິບັດນະໂຍບາຍອຸດໜຸນເສຍຊິວິດ, ພັກການບຳນານ, ຊ່ວຍເຫຼືອຄອບຄົວພະນັກງານບຳນານເສຍຊີວິດ 1.800.000 ກີບ ແລະ ໄພພິບັດລວມ 26.000.000 ກີບ. ສະແດງຮັບໃຊ້ງານຕ່າງໆ 35 ຄັ້ງ
ມີນັກສະແດງສິລະປະ ເຂົ້າຮ່ວມ 502 ສະຫາຍ, ສ້າງລາຍຮັບເຂົ້າກົມກອງຈຳນວນ 11.100.000 ກີບ ແລະ ວຽກງານອື່ນໆ. ທີ່ພົ້ນເດັ່ນຫຼາຍດ້ານ, ພ້ອມນັ້ນ, ຍັງໄດ້ພົວພັນກັບປະເທດເພື່ອນມິດຍຸດທະສາດ, ເພື່ອແລກປ່ຽນບົດຮຽນ ແລະ ສົ່ງພະນັກງານ-ນັກຮົບ ໄປສືກສາແບບວິທີການສະແດງຕ່າງໆ ເພື່ອນຳມາໝຸນໃຊ້ໃນກົມກອງ. ທິດທາງປະຈຳໄຕມາດ II. ນອກນີ້, ຄະນະພັກ-ຄະນະບັນຊາ ຈະໄດ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ແທດເຖິງຍີ່ງຂຶ້ນ, ເອົາໃຈໃສ່ປະຕິບັດບັນດານະໂຍບາຍຕ່າງໆຕາມເງື່ອນໄຂໃຫ້ຖືກຕ້ອງ ແລະ ສອດຄ່ອງ ປັບປຸງແກ້ໄຂດ້ານອ່ອນ ແລະ ອື່ນໆ ທີ່ຈະຕ້ອງເອົາໃຈໃສ່ປັງປຸງໃນຕໍ່ໜ້າ. ໃນກອງປະຊຸມຍັງໄດ້ພັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນ ເພື່ອນຳໄປປັບປຸງວຽກງານໃຫ້ດີຂຶ້ນໃນຕໍ່ໜ້າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















