ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ເມສາ 2026

  

ລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາ ຊຸກຍູ້ສະພາບຄວາມເສຍຫາຍຢູ່ໂຮງຮຽນການທະຫານທ້ອງຖິ່ນນະຄອນຫຼວງວຽງຈັນ ທີ່ຖືກຜົນກະທົບຈາກພາຍຸໝາກເຫັບຕົກ
ເວລາອອກຂ່າວ: 2026-04-07 14:41:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 708 | ຄວາມນິຍົມ:



ໃນວັນທີ 6 ເມສາ 2025 ນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ລົງເຄື່ອນໄຫວກວດກາຊຸກຍູ້ສະພາບຄວາມເສຍຫາຍ ແລະ ການຟື້ນຟູອາຄານ ເຮືອນນອນ ຢູ່ໂຮງຮຽນການທະຫານທ້ອງຖິ່ນນະຄອນຫຼວງວຽງຈັນ ທີ່ຖືກຜົນກະທົບຈາກພາຍຸ ໝາກ ເຫັບຕົກ, ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການ ເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມຄະນະ. ສະຫາຍ ພົນຈັດຕະວາ ບຸນລິດ ສີສຸພອນ ຫົວໜ້າການທະຫານກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ລາຍງານສະພາບຄວາມເສຍຫາຍທີ່ຖືກຜົນກະທົບຈາກພາຍຸໝາກເຫັບຕົກ ແລະ ການນໍາໃຊ້ກໍາລັງອ້າຍນ້ອງພະນັກງານ-ນັກຮົບເຂົ້າຊ່ວຍເຫຼືອຟື້ນຟູສ້ອມແປງຫຼັງຄາ ໃນແຕ່ລະບ່ອນ ຂອງກົມກອງ ແລະ ຄອບຄົວພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນ ທີ່ຜົນກະທົບໃນຄັ້ງນີ້. ຈາກນັ້ນ, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເອົາໃຈໃສ່ ຍາດແຍ່ງເອົາການຊ່ວຍເຫຼືອຈາກຂັ້ນເທິງ ແລະ ບັນດາບໍລິສັດຫ້າງຮ້ານຕ່າງໆຕາມທ່າແຮງທີ່ມີມາສູ່ກົມ ກອງ, ເອົາໃຈໃສ່ລົງຕິດຕາມກວດກາ ຊຸກຍູ້ໃຫ້ກໍາລັງໃຈຢ່າງໃກ້ຊິດກັບບັນດາອ້າຍນ້ອງພະນັກງານ-ນັກຮົບ ທີ່ເຮັດໜ້າທີ່ສ້ອມແປງຫຼັງຄາຢູ່ໃນແຕ່ລະຈຸດໃຫ້ເປັນປົກກະຕິ ພ້ອມທັງເຮັດວຽກງານການເມືອງ ແນວຄິດໃຫ້ເຂົາເຈົ້າມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມສາມັກຄີອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ ເພື່ອ ແນໃສ່ເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ແສງດາລາ ໄຊຍະລາດ ນັກຂ່າວກອງບັນຊາການທະຫານນະຄອນຫຼວງວຽງຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ